ອາຫານທະເລມີຢາກັນເນົ່າ

ອະວາຣີ
2016.04.08
F-Food ຣະວັງມີການ ນຳໃຊ້ ສານກັບບູດ ໃສ່ອາຫານ ຫລາຍປະເພດ ວາງຂາຍ ຕາມທ້ອງຕລາດ
Courtesy of Tholakhong

ພວກພໍ່ຄ້າ ແມ່ຄ້າ ຢູ່ ເມືອງທ່າແຂກ ແຂວງ ຄຳມ່ວນ ບາງພວກ ໃຊ້ ສານ ຟໍມາລິນ ໃນ ອາຫານ ທະເລ ເພື່ອ ກັນບູດ ກັນເນົ່າ. ຜແນກ ອາຫານ ແລະຢາ ແຂວງ ຄຳມ່ວນ ເຕືອນ ພວກພໍ່ຄ້າ ແມ່ຄ້າ ບໍ່ໃຫ້ໃຊ້ ສານ ຟໍມາລິນ ໃນ ອາຫານ ເພື່ອ ກັນບູດ ຫລື ເພື່ອ ຮັກສາ ຄວາມສົດ ຂອງ ອາຫານ.

ເມື່ອບໍ່ດົນ ຜ່ານມາ ເຈົ້າໜ້າທີ່ ກວດເຫັນ ສານ ຟໍມາລິນ ຢູ່ໃນປາມຶກ ໃນຕລາດ ສີ່ແຫ່ງ ໃນ ເມືອງທ່າແຂກ ຄືຕລາດ ເຫລັກສອງ ຕລາດ ຫລັກສາມ ຕລາດ ເພັດມະນີ ແລະ ຕລາດນາໂບ. ດັ່ງ ເຈົ້າໜ້າທີ່ ຜແນກ ອາຫານ ແລະຢາ ແຂວງຄຳມ່ວນ ທ່ານນຶ່ງ ເວົ້າເມື່ອ ວັນພຸດ ທີ່ ຜ່ານມາວ່າ:

“ສຳຣັບຂະເຈົ້າ ໄປກວດ ຢູ່ຕລາດ ກໍມີພົບ ປາໝຶກນະ ໃສ່ ສານ ຟໍມາລິນ ເວົ້າວ່າຫຼາຍ ກໍຫຼາຍຢູ່ນະ ມັນຈະມີ ຢູ່ໃນປາໝຶກ ຊນິດນຶ່ງນະ ມັນຈະມີ ຢູ່ໃນ ປາໝຶກ ໃຫຍ່ດຳໆ ແລ້ວ ກໍມີປະໝຶກ ໂຕນໂຕນ ຫ່ັນນະ.”

ຕໍ່ມາ ເຈົ້າໜ້າທີ່ ກໍນຳເອົາ ອາຫານ ທະເລ ທີ່ ມີສານ ຟໍມາລິ່ນ ເຈືອປົນນັ້ນ ໄປຈູດຖິ້ມ. ເຈົ້າໜ້າທີ່ ເຊື່ອວ່າ ພວກພໍ່ຄ້າ ແມ່ຄ້າ ນຳເຂົ້າ ອາຫານ ທະເລ ຈາກໄທ ແລະ ຕ້ອງຜ່ານ ການກວດກາ ຢູ່ດ່ານ ພາສີອາກອນ ຢ່າງດີແລ້ວ; ຄາດວ່າ ພວກພໍ່ຄ້າ ແມ່ຄ້າ ອາດຈະໃສ່ ຢາ ຟໍມາລິ່ນ ໃນ ສິນຄ້າ ໃນເວລາ ຕໍ່ມາ ກ່ອນຈະນຳ ອອກໄປຂາຍ ຢູ່ຕລາດ.

ຟໍມາລິນ ເປັນ ສານເຄມີ ໃຊ້ສຳຣັບ ດອງສົບ ຄົນຕາຍ ເພື່ອບໍ່ໃຫ້ ເນົ່າເປື່ອຍ ໃຊ້ ຂ້າເຊື້ອໂຣກ ເຊື້ອຣາ ແຕ່ຫ້າມໃຊ້ ກັບ ອາຫານ. ຜູ້ໃດຫາກ ກິນ ອາຫານ ທີ່ມີສານ ຟໍມາລິນ ປະປົນຢູ່ ຈະມີອາການ ເຈັບທ້ອງ ຖອກທ້ອງ ຮາກ ປວດຫົວ ປາກແຫ້ງ ຄໍແຫ້ງ ແລະ ຫົວໃຈ ເຕັ້ນແຮງ ຜິດ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.