ຣະວັງສານພິດຕົກຄ້າງ ໃນຜັກ ແລະ ໝາກໄມ້

ໄຊຍາ
2018.11.06
ຕລາດສົດ ເມືອງທ່າແຕງ ແຂວງເຊກອງ
RFA/BM

ເມື່ອອາທິດຜ່ານມາ ຜແນກກະສິກັມແລະປ່າໄມ້ ແຂວງເຊກອງ ພ້ອມດ້ວຍວິຊາການ ຈາກສູນປ້ອງກັນພືດ ກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ໄດ້ກວດພົບສານຕົກຄ້າງ ໃນຜັກແລະໝາກໄມ້ ປົນເປື້ອນສານພິດຕົກຄ້າງ ທີ່ເປັນອັນຕະຣາຍຕໍ່ສຸຂພາບ ຢູ່ຕລາດ ແລະສວນ ປູກຜັກ ເມືອງທ່າແຕງ ແຂວງເຊກອງ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 06 ພຶສຈິກາ ວ່າ:

"ພືດຜັກທີ່ພົບຫລາຍ 26 ຣາຍການ ແມ່ນພືດຜັກໝາກໄມ້ ທີ່ນຳເຂົ້າເພິ່ນບອກວ່ານຳເຂົ້າ ຈາກວຽດນາມ ຈາກໄທ ເຮົາບໍ່ລົງໄປກວດຈະບໍ່ຮູ້ ໃນປະເທດລາວເຮົາ ໃນແຂວງ ມີສານຕົກຄ້າງບໍ່ ເຮົາຕ້ອງກວດໄປເພື່ອຄວາມປອດພັຍ ຂອງຄົນລາວ ຮວມໄປເຖິງ ການຢັບຢັ້ງການ ນຳເຂົ້າ ແລະ ສົ່ງອອກ ຜັກມີສານພິດ."

ການກວດຫາສານພິດຕົກຄ້າງໃນພືດຜັກ ແລະໝາກໄມ້ ໃນຄັ້ງນີ້ ແມ່ນກວດຫາສານຕົກຄ້າງ ໃນເວລາຊາວກະສີກອນ ໃຊ້ຢາສີດຂ້າ ສັດຕູພືດແລະແມງໄມ້. ຜ່ານການກວດກາຕົວຈິງ ພົບສານປົນເປື້ອນໃນພືດຜັກ ທີ່ບໍ່ປອດພັຍ ເກີນຂນາດ ຮວມທັງໝົດ 26 ຣາຍການ. ດັ່ງນັ້ນເພື່ອຄວາມປອດພັຍ ຂອງຜູ້ບໍຣິໂພຄ ວິຊາການໄດ້ແນະນຳວ່າ ກ່ອນຈະນຳມາຄົວກິນ ໃຫ້ແຊ່ນໍ້າເກືອ ແລະລ້າງໃຫ້ສະອາດ.

"ຂໍ້ມູນວິເຄາະຫຼືການທົດສອບ ຂອງນັກວິຊາການໄທບໍ່ແມ່ນຂອງລາວ ວ່າຖ້າພົບຜັກຫຼືຈະກິນພືດຜັກສົດ ໝາກໄມ້ ຄວນລ້າງໃຫ້ສະອາດ ໃຊ້ນໍ້າໄຫລຜ່ານ ວີທີການແນະນຳ ເບື້ຶງຕົ້ນເທົ່ານີ້ ແລະອີກຢ່າງນຶ່ງ ເລືອກກິນຜັກທີ່ມີມາຕຖານ ສັນຍາລັກ GAP ຫລື ຜັກອິນຊີ ຫລື ປູກກິນເອັງນັ້ນແຫລະ ຈະດີທີ່ສຸດ."

ເຖິງແນວໃດກໍ່ຕາມ ການດຳເນີນການກວດກາ ສານຕົກຄ້າງ ຂອງ ຜແນກກະສິກັມ ແລະປ່າໄມ້ແຂວງເຊກອງ ຍັງຢູ່ໃນຂັ້ນຕອນການລົງ ເກັບກັມຂໍ້ມູນ ເພື່ອຂຽນບົດຣາຍງານ ໃຫ້ທາງການເພື່ອໃຫ້ຕັ້ງມາຕຖານ ໃນການກວດກາສານຕົກຄ້າງ ໃນພືດຜັກ ທຸກໆ 3 ຫາ 6 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.