ມີອາຫານທ່ຽງຊ່ອຍໃຫ້ ເດັກນ້ອຍໄປໂຮງຮຽນ
2013.04.05
ຣັຖບານລາວ ໄດ້ເຣີ້ມ ໂຄງການ ແຈກຍາຍ ອາຫານ ໃຫ້ເດັກນ້ອຍ ນັກຮຽນ ເພື່ອຂະເຈົ້າ ມາໂຮງຮຽນ ແທນທີ່ຈະ ຂາດໂຮງຮຽນ ຍ້ອນບໍ່ມີ ອາຫານທ່ຽງ ກິນ, ໂດຍໄດ້ຮັບ ການອຸປຖັມ ຈາກ ທະນາຄານໂລກ ທີ່ໄດ້ ປະຕິບັດ ມາ ຕັ້ງແຕ່ ເດືອນ ກຸມພາ ປີ 2012.
ເດັກນ້ອຍ ນັກຮຽນ ຫລາຍໆຄົນ ໃນແຂວງ ອຸດົມໄຊ ຄຳວ່າ ໄປໂຮງຮຽນ ໝາຍຄວາມວ່າ ແມ່ນໃຊ້ ເວລາດົນ ແລະ ຕ້ອງໄດ້ຍ່າງຜ່ານ ເນີນພູ ທີ່ລຳບາກ. ບາງຄົນ ກໍຫໍ່ ຕິບເຂົ້າ ອາຫານ ໄປພ້ອມ, ໃນຂະນະທີ່ ຫລາຍໆຄົນ ກໍ ໄປໂຮງຮຽນ ໂດຍບໍ່ໄດ້ຖື ອາຫານໄປນໍາ ເລີຍ ເນື່ອງຈາກວ່າ ພໍ່ແມ່ ຕ້ອງໄດ້ອອກບ້ານ ໄປເຮັດໄຮ່ ເຮັດນາ ຮົ້ວສວນ ແຕ່ເຊົ້າໆ, ຈຶ່ງບໍ່ສາມາດ ກຽມອາຫານ ໃຫ້ລູກໆໄດ້, ຊຶ່ງເຮັດໃຫ້ ພວກເດັກນ້ອຍ ເຫລົ່ານັ້ນ ໄປໂຮງຮຽນ ດ້ວຍຄວາມຫິວ.
ເພື່ອຫລີກລ້ຽງ ເຫດການ ດັ່ງກ່າວ, ພໍ່ແມ່ ຂອງນັກຮຽນ ບາງຄົນ ເລືອກທີ່ຈະ ບໍ່ໃຫ້ລູກ ໄປໂຮງຮຽນ ແລະ ພາຂະເຈົ້າ ໄປເຮັດສວນນຳ, ຊຶ່ງຢ່າງນ້ອຍ, ພວກຂະເຈົ້າ ກໍມີອາຫານກິນ. ເຫດການ ດັ່ງກ່າວ ມັນເປັນເຣື້ອງ ທີ່ເສົ້າໃຈຫລາຍ, ຊຶ່ງເຮັດໃຫ້ ການໄປໂຮງຮຽນ ຂອງເດັກນ້ອຍ ໜ້ອຍລົງ ໃນລາວ, ໃນຂະນະທີ່ ຢູ່ສປປລາວ ມີຕົວເລກ ເດັກນ້ອຍ ໃນ 10 ຄົນໃດ ມີພຽງ 7 ຄົນເທົ່ານັ້ນ ທີ່ຮຽນຈົບ ຊັ້ນປະຖົມ. ດັ່ງນັ້ນ ໂຄງການ ທີ່ ທະນາຄານໂລກ ຊ່ອຍເຫລືອລາວ ນັ້ນ ຈະຊ່ອຍໃຫ້ ເດັກນ້ອຍ ນັກຮຽນ ໃນເຂດ ຊົນນະບົດ ມີໂອກາດ ຮຽນຈົບ ຊັ້ນປະຖົມ ຫລາຍເພີ້ມຂຶ້ນ.
ທຳອິດ ໂຄງການ ດັ່ງກ່າວ ໄດ້ແຈກຍາຍ ອາຫານ ໃຫ້ນັກຮຽນ ໃນໂຮງຮຽນ ໄດ້ເຖິງ 66 ແຫ່ງ ແລະ ມາເຖິງ ປັຈຈຸບັນນີ້ ໄດ້ເພີ້ມຂຶ້ນ ເຖິງ 227 ແຫ່ງແລ້ວ. ມີນັກຮຽນ ເຖິງ 19 ພັນກ່ວາຄົນ ທີ່ໄດ້ຮັບ ຜົລປໂຍດ ຈາກໂຄງການ ຕັ້ງແຕ່ ແຂວງອຸດົມໄຊ, ຜົ້ງສາລີ, ຫົວພັນ, ບໍລິຄຳໄຊ ແລະ ໄຊຍະບູຣີ, ຊຶ່ງເປັນແຂວງ ທີ່ຢູ່ໃນຈຳນວນ ແຂວງ ທີ່ທຸກຍາກ ໃນສປປລາວ.