ທາງການເຕືອນໃຫ້ຣະວັງພຍາດ ຫຼັງນໍ້າຖ້ວມ
2013.08.19

ທາງການລາວ ເຕືອນ ປະຊາຊົນ ໃຫ້ປ້ອງກັນ ພຍາດ ແລະ ສັດຕຣູພືດ ໃນພື້ນທີ່ ນໍ້າຖ້ວມ.
ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ເປີດເຜີຍວ່າ ໄດ້ກວດພົບ ເຊື້ອພຍາດ ແລະ ສັດຕຣູພືດບາງຊນິດຢູ່ເມືອງໜອງ ບົກ ແລະ ເຊບັ້ງໄຟ ແຂວງຄໍາມ່ວນ ແລະ ຢູ່ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ຍ້ອນນໍ້າຖ້ວມຂັງ ເປັນເວລາຫຼາຍວັນຫລັງຈາກ ຝົນຕົກໜັກ ໃນຊ່ວງທ້າຍເດືອນ ກໍຣະກະດາ ຫາຕົ້ນເດືອນ ສິງຫາ. ດັ່ງທ່ານເວົ້າວ່າ:
"ສະພາບ ອັນອື່ນ ມັນກໍເລີ່ມ ມີເນາະ ຝົນຕົກ ຄຸມຫລາຍ ດຽວນີ້ ພຍາດ ມັນກໍຣະບາດ ພຍາດ ສັດຕຣູພືດ ພຍາດຊອບໃບ ແຫ້ງບໍ ພຍາດໃບຈຸດີນໍ້າຕານຫັ້ນ ມັນກໍເປັນບໍຣິເວນກວ້າງພໍສົມຄວນນໍ".
ທ່ານວ່າ ປັດຈຸບັນ ບັນຫາ ທີ່ໜ້າເປັນຫ່ວງ ທີ່ສຸດ ສໍາລັບຊາວນາ ແມ່ນພຍາດ ແລະ ສັດຕຣູພືດ ທີ່ຈະເຮັດໃຫ້ ເຂົ້າໃນນາ ບໍ່ໄດ້ ຄຸນນະພາບ ຫລື ຮ້າຍແຮງ ໄປກວ່ານັ້ນ ກໍອາຈເຮັດໃຫ້ ບໍ່ໄດ້ເຂົ້າ ຕາມຄາດໝາຍ.
ພຍາດໃບເຂົ້າ ຈຸດສີນໍ້າຕານ ຢູ່ກາງໃບ ຖ້າເປັນຮ້າຍແຮງ ຈະຄ້າຍຄືກັນ ກັບ ຖືກໄຟໄໝ້, ຕົ້ນເຂົ້າ ຈະແຫ້ງຕາຍ. ພຍາດນີ້ເກີດຈາກການ ປູກເຂົ້າ ໃກ້ກັນໂພດ ທີ່ເຮັດໃຫ້ ເກີດຄວາມຊຸ່ມ. ຖ້າເປັນຣະຍະ ເຂົ້າ ອອກຮວງ ເມັດເຂົ້າຈະລີບ ແລະຫລົ່ນ. ພຍາດນີ້ມັກເກີດ ໃນຍາວຝົນ ຫລືນໍ້າຖ້ວມ. ຕ້ອງໄດ້ສີດຢາ ປ້ອງກັນເອົາໄວ້, ຢ່າໃຊ້ປຸຍ ໄນໂຕຣເຈນ, ບໍ່ໃຫ້ນໍ້າຂັງ. ຖ້າເກີດ ພຍາດນີ້ແລ້ວ ຢ່າຣະບາຍນໍ້າ ໃສ່ນາອື່ນໆ ເພື່ອ ປ້ອງກັນບໍ່ໃຫ້ ພຍາດຂຍາຍ ອອກໄປ.
ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າຕື່ມອີກວ່າ ແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ 3,000 ກວ່າເຮັກຕາ ແລະ ແຂວງຄໍາມ່ວນ ປະມານ 6,000 ເຮັກຕາ ຊຶ່ງທາງການ ໄດ້ເອົາເຂົ້າປູກ ໄປໃຫ້ຊາວນາ ປູກ ແທນເຂົ້າໃນນາ ທີ່ໄດ້ຮັບ ຜົນເສັຽຫາຍ ນັ້ນແລ້ວ.