ຊາວເມືອງໄຊທານີວ່າ ຍັງໄດ້ ກິ່ນເໝັນ
2019.05.02

ປະຊາຊົນ ທີ່ອາສັຍຢູ່ອ້ອມແອ້ມ ເຂດອຸດສາຫະກັມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເວົ້າວ່າ ໂຮງງານບາງແຫ່ງ ໃນເຂດດັ່ງກ່າວ ຍັງສົ່ງກິ່ນເໝັນໜັກຢູ່ ແລະປິວມາໃສ່ບ້ານເຮືອນ ຂອງປະຊາຊົນ, ໂດຍສະເພາະ ໃນຕອນຄ້າຍແລງ ຈະມີກິ່ນເໝັນຂິວໜັກ ຈົນເຖິງຂັ້ນ ແສບດັງ, ອີງຕາມຄໍາເວົ້າ ຂອງປະຊາຊົນ ທີ່ອາສັຍ ຢູ່ໃກ້ເຂດດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສພານີ້:
“ວ່າຍັງກະຍັງແລ້ວ ຕອນເຊົ້າ ຕອນຊ່ວງຫົວຄໍ່ານີ້ ມັນເໝັນຫຼາຍ ມັນມີກິ່ນຫຼາຍ ສ່ວນຫຼາຍແມ່ນຫົວຄໍ່ານິ່ແຫຼະ ວ່າງ 6-7 ໂມງ 8 ໂມງນີ້ນ່າ ກິ່ພິລຶກ ຢູ່ຂອບເຂດເຮົານິ່ ມັນບໍ່ຕິເບາະ ແລ້ວເຂດອຸດສາຫະກັມແນ່ ໂຮງງານມັນກໍຫຼາຍເນາະ ບ່ອນນັ້ນແນ່ ບ່ອນນັ້ນກໍຫຼາຍ ປະສົມໃສ່ ກັນເນາະ.”
ປະຊາຊົນຜູ້ນີ້ ກ່າວຕື່ມວ່າ ຜົນກະທົບ ເຣື່ອງກິ່ນເໝັນຂິວ ທີ່ກໍາລັງ ເປັນບັນຫາ ຢູ່ໃນຂນະນີ້ ປະຊາຊົນ ໄດ້ປະເຊີນ ມາຫຼາຍປີແລ້ວ ແລະ ເຄີຍຮຽກຮ້ອງ ໃຫ້ແກ້ໄຂ ມາແລ້ວ ແຕ່ປີ 2017, ແຕ່ກໍຍັງບໍ່ມີໜ່ວຍງານໃດ, ພາກສ່ວນໃດ ລົງມາກວດກາ ແລະແກ້ໄຂຈັກເທື່ອ.
ໃນຂນະດຽວກັນ ເຈົ້າໜ້າທີ່ ກົມອຸດສາຫະກັມ ແລະ ຫັຖກັມ ກະຊວງອຸດສາຫະກັມການຄ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງການຮັບຮູ້ຢູ່ ວ່າມີໂຮງງານບາງແຫ່ງສົ່ງກິ່ນເໝັນ ເປັນຕົ້ນ ໂຮງງານຜລິດເຈັ້ຽ ຂອງຈີນ ແລະໂຮງງານແປ້ງມັນຕົ້ນ ຂອງຄົນລາວ, ດັ່ງທ່ານກ່າວວ່າ:
“ໂຕວ່າກິ່ນເໝັນນີ້ ຈະມີກິ່ນເໝັນ ຈາກໂຮງງານ ຄືສົມມຸດວ່າ ພວກການຜລິດເຈັ້ຽ ຫຼືວ່າ ພວກໂຮງງານ ຜລິດແປ້ງມັນຕົ້ນ ພວກນີ້ ເຮົາກໍມີມາຕການ ໃນການຄຸ້ມຄອງ ກໍຄືວ່າ ຖ້າໂຮງງານໃດ ທີ່ວ່າ ມີຜົນສະທ້ອນຕໍ່ສັງຄົມ ແລ້ວກໍເຣື່ອງສິ່ງແວດລ້ອມ ເຮົາກໍຈະໃຫ້ ເຂົາປັບປຸງ ເອີ້ນມາເຕືອນເນາະ ໃຫ້ເຂົາຢຸດເຊົາຊົ່ວຄາວ ເພື່ອໃຫ້ປັບປຸງ ໃຫ້ໄດ້ມາຕຖານ.”
ທ່ານວ່າ ໃນທຸກປີ ທາງການ ຈະລົງກວດກາ ໂຮງງານທຸກແຫ່ງໃນທົ່ວປະເທດ ວ່າແຕ່ລະໂຮງງານ ມີດໍາເນີນການ ໄດ້ຕາມມາຕຖານຫຼືບໍ່ ເປັນຕົ້ນ ການກວດການບໍ່ບໍາບັດນໍ້າເສັຽ, ກວດສານເຄມີໃນໂຮງງານ ແລະກວດເຣື່ອງກິ່ນເໝັນ, ຊຶ່ງສ່ວນໃຫຍ່ກໍພົບວ່າ ຫຼາຍໂຮງງານ ມີກິ່ນເໝັນ ທາງການກໍສັ່ງໃຫ້ປັບປຸງແກ້ໄຂ ໃຫ້ໄດ້ຕາມມາຕຖານ.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ຫາກປະຊາຊົນບ້ານໃດ, ເຂດໃດ ທີ່ໄດ້ຮັບຜົນກະທົບ ຈາກໂຮງງານ ອຸດສາຫະກັມ ກໍຂໍໃຫ້ແຈ້ງໃຫ້ທາງການຮັບຮູ້ ເພື່ອທີ່ຈະລົງໄປກວດກາ ແລະສັ່ງໃຫ້ປັບປຸງແກ້ໄຂ ຫາກໂຮງງານໃດ ບໍ່ປະຕິບັດຕາມ ກໍຈະສັ່ງໂຈະ ຫຼືໃຫ້ ຢຸດເຊົາກິຈການ ຖາວອນເລີຍ.