ເດັກນ້ອຍຖອກທ້ອງຍ້ອນນໍ້າ ເປື້ອນ

ຈໍາປາທອງ
2016.04.18
F-Xiengkhuang ເດັກນ້ອຍ ອາຍຸຣະຫວ່າງ 3 ຫາ 5 ປີ ຢູ່ແຂວງຊຽງຂວາງ ພາກັນຮຽນຮູ້ ເຣື້ອງຄວາມສະອາດ ໃນການກິນອາຫານ ແລະຈະໄດ້ຮັບ ຢາໄວຕາມິນ ບໍາຣຸງຮ່າງກາຍ ຄົບ 1 ປີ ຈາກອົງການຊ່ອຍເຫຼືອ ທີ່ ບໍ່ຂຶ້ນກັບ ຣັຖບານ
Screen captured from GCAC video

ປັດຈຸບັນ ເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີ ຫຼາຍໆຄົນ ຢູ່ ແຂວງ ຊຽງຂວາງ ເປັນພຍາດ ຖອກທ້ອງ ຊຶ່ງ ສ່ວນໃຫຍ່ ຍ້ອນ ກິນອາຫານ ແລະ ດື່ມນ້ຳ ບໍ່ສະອາດ. ໃນຊ້ວງ ຣະດູຮ້ອນ ອາຫານ ມັກບູດ ໄວ ເມື່ອ ເດັກນ້ອຍ ກິນ ກໍມັກເກີດ ພຍາດ ຖອກທ້ອງ ໄດ້ງ່າຍ. ດັ່ງ ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຊຽງຂວາງ ກ່າວຕໍ່ RFA ໃນ ວັນທີ 15 ເມສາ 2016 ນີ້ວ່າ:

"ສ່ວນຫຼາຍ ຈະແມ່ນ ເດັກນ້ອຍຫຼາຍ ເດັກນ້ອຍ ມີອາການ ຖອກທ້ອງ ມັນເປັນຣະດູ ຮ້ອນນໍ ສ່ວນຫຼາຍ ມັນຈະເປັນ ເດັກນ້ອຍ ລຸ່ມ 5 ປີ ມັນຮ້ອນ ອາກາດຮ້ອນ ເນາະ ໝາກໄມ້ບໍ໋ ພວກນໍ້າ ບໍ່ສະອາດບໍ໋ ເປັນປະເພດ ຊີ້ແຫຼະ".

ທ່ານເວົ້າວ່າ ຣະຍະນີ້ ເດັກນ້ອຍ ທີ່ເປັນພຍາດ ຖອກທ້ອງ ຖືກນຳໄປ ປິ່ນປົວ ຢູ່ໂຮງໝໍ ແຂວງ ແລະ ເມືອງຕ່າງໆ ເກືອບວ່າ ທຸກມື້ ຈົນໂຮງໝໍ ບາງແຫ່ງ ບໍ່ສາມາດ ຮັບໄດ້ ບໍ່ມີ ຕຽງນອນພໍ. ແຕ່ກໍຍັງ ເຫັນວ່າ ຍັງບໍ່ທັນ ມີຜູ້ໃດເຈັບ ຮຸນແຮງ, ເມື່ອມາປິ່ນປົວ 2-3 ມື້ ກໍຫາຍ.

ເພື່ອປ້ອງກັນ ພຍາດ ດັ່ງກ່າວ ທາງຜແນກ ສາທາຣະນະສຸຂ ແຂວງ ໄດ້ໄປ ໂຄສະນາ ໃຫ້ ປະຊາຊົນ ໃນເຂດຕ່າງໆ ໃຫ້ຣະມັດ ຣະວັງ ໃນເຣຶ່ອງ ອາຫານ ການກິນ, ອາຫານ ຕ້ອງເຮັດ ໃຫ້ສະອາດ, ບໍ່ກິນ ອາຫານ ທີ່ບໍ່ສຸກ, ໃຫ້ດື່ມນໍ້າ ສະອາດ ຫລື ນໍ້າຕົ້ມແລ້ວ ໃຫ້ລ້າງມື ກ່ອນກິນ ເຂົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.