ມ.ຄົງເຊໂດນ ຂ.ສາຣະວັນ ໄຂ້ຍຸງລາຍ ຣະບາດ

ໄຊຍາ
2019.07.30
F-Dengue ລັກສນະຂອງຍຸງ ທີ່ ສາມາດນໍາເຊື໊ອ ໄຂ້ເລືອດອອກ ຈາກຄົນນຶ່ງ ໄປຫາອີກຄົນນຶ່ງ
ຮູບພາບ ຈາກ ນັກຂ່າວພົລເມືອງ

ຂແນງປ້ອງກັນ ແລະ ຄວບຄຸມພຍາດໄຂ້ຍຸງລາຍ ຂອງຫ້ອງການ ສາທາຣະນະສຸກ ເມືອງຄົງເຊໂດນ ແຂວງສາລະວັນ ເປີດເຜີຍ ຕໍ່ RFA ເມື່ອວັນທີ 29 ກໍຣະກະດາວ່າ; ພຍາດໄຂ້ເລືອດອອກ ໄດ້ແຜ່ຣະບາດ ຢ່າງໄວວາ ປັດຈຸບັນ ມີຜູ້ເສັຽຊິວິດ 1 ຄົນ ແລະ ຕິດເຊື້ອເພີ່ມຂຶ້ນ ຈາກ 283 ຄົນ ເມື່ອອາທິດຜ່ານມາ ມາເປັນ 384 ຄົນ.

"ມາຮອດປັດຈຸບັນ 384 ຄົນ ມິເສັຽຊີວິດ 1 ຄົນ 51 ບ້ານ ສາເຫດການລົງຕິດຕາມ ໂຕໜອນນໍ້າ ໄດ້ໄປເບິ່ງແລ້ວ ແຕ່ລະບ້ານເປີເຊັນ ສູງເນາະ ກະມີຄວາມສ່ຽງຕໍ່ການເປັນພຍາດໂຕນີ້ຫຼາຍ ໜອນນໍ້າບໍ່ລົງບໍ່ໝົດວ່າຊັ້ນສະ ຍັງຢູ່ບ່ອນເກົ່າ."

ເຈົ້າໜ້າທີ່ກ່າວຕື່ມວ່າ ທົ່ວເມືອງມີ 84 ບ້ານ ແຕ່ ທີ່ກວດພົບເຊື້ອພຍາດໄຂ້ຍຸງລາຍ ທັງໝົດມີ 48 ບ້ານ ໃນນັ້ນພົບການຣະບາດຫຼາຍ ກວ່າໝູ່ແມ່ນ 13 ບ້ານຄື; ບ້ານຕານປ່ຽວ, ປາດເຊືອກ, ນາຮັງ, ຊາຍຄຳ, ຊາຍມົນ, ຫ້ວຍເຊົາ, ໂນນສຳລານ, ຝັ່ນຖານນ້ອຍ, ໂອກາດໃຫຍ່, ດອນແກ້ວ, ແກ້ງຫວດ, ໂຮງເລື່ອຍມີໄຊ, ຄົງນອ້ຍ ແລະ ນາແພງໃຫຍ່.

ສ່ວນການກຳຈັດ ຍຸງລາຍ ທາງແຂວງໄດ້ລົງໄປສີດພົ່ນຢາໄດ້ພຽງ 16 ບ້ານ ເທົ່ານັ້ນ ເນື່ອງຈາກທາງແຂວງເອງ ຍັງຂາດງົບປະມານ ໃນການຊື້ຢາມາພົ່ນ.

"ພວກເຮົາກໍ່ໄດ້ເຮັດຫຼາຍວິທີທາງເນາະ ກໍມີທາງແຂວງ ທາງເມືອງ ລົງມາເນາະ ມາເຮັດຂະບວນການຕ່າງໆ ກາບໍ່ສາມາດຫຼຸດລົງໄດ້ ມັນກາຈະມີການເພີ່ມຂຶ້ນເນາະ ເພາະວ່າມັນຫຼາຍຈຸດ ອັນຫຼັກໆ ກໍ່ໄດ້ພົ່ນສີດຢາ ບໍ່ໄດ້ພົ່ນໝົດດອກ ກາງົບປະມານເຮົາ ມັນບໍ່ຫຼາຍ ກາຕ້ອງໃຊ້ງົບປະມານຫຼາຍເຕີບ."

ເມືອງຄົງເຊໂດນ ແຂວງສາຣະວັນ ເປັນເມືອງທີ່ມີການຣະບາດ ໄຂ້ເລືອດທຸກປີ ດັ່ງໂຕເລກຂອງການຕິດເຊື້ອ ໄຂ້ເລືອດອອກ ນັບແຕ່ເດືອນ ມົກກະຣາ ປີນີ້ ຈົນມາເຖິງປັດຈຸບັນ ເມື່ອສົມທຽບກັບໂຕເລກ ເມື່ອປີກາຍແມ່ນເພີ່ນຂຶ້ນເຖີງ 57 ກໍຣະນີ ແຕ່ ເຈົ້າໜ້າທີ່ຂແນງຄວບຄຸມ ພຍາດໄຂ້ເລືອດອອກ ຂອງແຂວງສາຣະວັນ ຄາດຄະເນວ່າປີນີ້ພຍາດໄຂ້ເລືອດອອກ ມີທ່າອ່ຽງເພີ່ມຂຶ້ນ ເນື່ອງຈາກຍັງຢູ່ໃນໄລຍະ ຂອງ ການຂຍາຍພັນ ຂອງຍຸງລາຍໂດຍອາກາດຮ້ອນ ແລະມີຝົນຕົກ ມາເປັນໄລຍະເຮັດໃຫ້ ເກີດນໍ້າຂັງເຊິ່ງເປັນເງື່ອນໄຂ ອຳນວຍໃຫ້ຍຸງລາຍ ແຜ່ຂຍາຍໄດ້ໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.