0:00 / 0:00
ນັກທ່ອງທ່ຽວລາວ ຕົກຄ້າງຢູ່ປະເທດ ອາຣັບ ເອເມິເຣັຕ ເນື່ອງຈາກການຣະບາດ ຂອງພຍາດໂຄວິດ-19 ໃນປະເທດ. ສນາມບິນບໍ່ມີສາຍ ການບິນໃດບໍຣິການ ຈື່ງເຮັດໃຫ້ນັກທ່ອງທ່ຽວລາວຕົກຄ້າງ ໃນເອເມິເຣັຕ ປະມານສາມເດືອນແລ້ວ. ຜູ້ກ່ຽວເດີນທາງມາທ່ຽວແຕ່ ໂຊກຮ້າຍ ຖຶກໄລຍະປິດປະເທດ ຍ້ອນພຍາໂຄວິດ-19.
ຜູ້ກ່ຽວໄດ້ໃຫ້ສຳພາດວ່າ ຕອນນີ້ບໍ່ຮູ້ວ່າຈະເຮັດແນວໃດ ເພາະກັງວົນນໍາຄອບຄົວ ໂດຍສະເພາະແມ່ນລູກ. ປັດຈຸບັນຊີວິດລຳບາກ ເງິນບໍ່ມີ ອາສັຍຢູ່ກັບຄົນໄທຍ ທີ່ເພີ່ນດູແລ ແຕ່ລະວັນໄປ. ຕອນນີ້ກໍ ດີ້ນຮົນທຸກວິທີທາງ ເພື່ອໃຫ້ກັບບ້ານໃຫ້ໄດ້. ຕໍ່ເຫດການດັ່ງກ່າວພວກເຮົາມາຟັງ ສັມພາດ ນຳກັນເຖີງເຫດການ ທີ່ເກີດຂຶ້ນ.