ພະນັກງານກຸ່ມທີ່ສ່ຽງ ຕ່າງແຂວງ ໄດ້ສັກຢາຕ້ານ ໂຄວິດ-19
2021.03.11

ລາວມີວັກຊິນປ້ອງກັນເຊື້ອໂຄວິດ-19 ທັງໝົດ 3 ແສນໂດສ ທີ່ໄດ້ແຈກຢາຍໃຫ້ແຂວງຕ່າງໆ ໃນທົ່ວປະເທດ ແລະ ຫຼາຍແຂວງ ກໍໄດ້ຮັບການສັກຢາປ້ອງກັນ ໂຄວິດ-19 ເປັນຕົ້ນຢູ່ ແຂວງໄຊຍະບູຣີ ກໍໄດ້ເລີ່ມສັກຮອບທີນຶ່ງ ໃຫ້ແກ່ກຸ່ມສ່ຽງຕ່າງໆເປັນຕົ້ນ ແພດ, ໝໍ, ເຈົ້າໜ້າທີ່ສາທາຣະນະສຸຂ, ຄະນະນໍາແຂວງ, ທະຫານ ເຈົ້າໜ້າທີ່ດ່ານ ແລະ ເຈົ້າໜ້າທີ່ພາກສ່ວນ ອື່ນໆທີ່ກ່ຽວຂ້ອງ ຕັ້ງແຕ່ມື້ ວັນທີ 5 ມິນາ ຈົນຮອດວັນທີ 12 ມີນາ 2021.
ສໍາລັບປະຊາຊົນທົ່ວໄປ ແມ່ນຍັງບໍ່ໄດ້ສັກເທື່ອ ແລະ ໃນເດືອນໜ້າຄືວັນທີ 6 ເມສາ ຈະເລີ່ມສັກຮອບທີ 2 ໃຫ້ຜູ້ທີ່ຖືກສັກໃນຮອບ ທີ 1 ນັ້ນ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງໄຊຍະບູຣີ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ RFA ໃນມື້ວັນທີ 10 ມິິນາ ນີ້:
“ປັດຈຸບັນນີ້ ເລີ່ມສັກເຂັມທີ 1 ແຕ່ວັນທີ 5 ມາ. ໄທເຮົາໂຟກັດບັນດາແພດ ໝໍ ກ່ອນໝູ່ເນາະ ກະມີພະນັກງານ ຜແນກການອ້ອມ ຂ້າງແຂວງນີ້ ຈະບໍຣິການສະເພາະນີ້ກ່ອນແຕ່ລະ ເມືອງ ບາງເມືອງກໍໄດ້ເລີ່ມຈັດຕັ້ງ ປະຕິບັດແລ້ວ ຍັງບໍ່ມີເຫດການ ເກີດຂຶ້ນຈັກ ກໍຣະນີເທື່ອ.”
ອີງຕາມການຣາຍງານ ຂອງຫ້ອງການສາທາຣະນະສຸຂ ແຂວງໄຊຍະບູຣີ ໃນມື້ວັນທີ 5 ມິນາ 2021, ແຂວງໄຊຍະບູຣີ ໄດ້ຮັບ ວັກຊິນປ້ອງກັນໂຄວິດ-19 ທັງໝົດ 19 ພັນ 800 ໂດສ ຊຶ່ງໃນຮອບທີ 1 ຈະໃຊ້ 9 ພັນ 900 ໂດສ ແລະຮອບທີ 2 ກໍຈະໃຊ້ ຈໍານວນເທົ່າກັນ.
ວັກຊິນປ້ອງກັນໂຄວິດ-19 ທີ່ໄດ້ຮັບນັ້ນ ໄດ້ແຈກຢາຍໃຫ້ທັງ 11 ເມືອງໃນທົ່ວແຂວງ ຮວມທັງ ເມືອງຄອບ 600 ໂດສ, ເມືອງ ຊຽງຮ່ອນ 500 ໂດສ ແລະ ເມືອງບໍ່ແຕນ 500 ໂດສ. ນອກຈາກນັ້ນ ຍັງໄດ້ແຈກໃຫ້ຜແນກການ ອ້ອມຂ້າງແຂວງ 3 ພັນໂດສ, ໂຮງໝໍແຂວງ 500 ໂດສ, ໂຮງໝໍທະຫານແຂວງ 100 ໂດສ ແລະ ໂຮງໝໍກອງພັນທີສອງ 100 ໂດສ.
ທາງແຂວງຫຼວງນໍ້າທາ ກໍໄດ້ຮັບວັກຊິນປ້ອງກັນ ໂຄວິດ-19 ທັງໝົດ 5 ພັນໂດສ ແລະ ໄດ້ເລີ່ມສັກຮອບທີນຶ່ງ ແຕ່ມື້ວັນທີ 9 ໄປຫາ ວັນທີ 12 ມີນານີ້. ໃນຈໍານວນວັກຊິນ 5 ພັນໂດສ ນັ້ນໄດ້ແບ່ງໃຫ້ ໂຮງໝໍແຂວງ 1 ພັນ 500 ໂດສ, ເມືອງສິງ 1 ພັນໂດສ, ເມືອລອງ 700 ໂດສ, ເມືອງວຽງພູຄາ 500 ໂດສ, ເມືອງນາແລ 550 ໂດສ, ໂຮງໝໍເສນາຮັກ 250 ໂດສ, ແລະ ແຮສາງແຂວງ 500 ໂດສ.
ຜູ້ທີ່ໄດ້ສັກວັກຊິນກ່ອນ ສ່ວນໃຫຍ່ແມ່ນເຈົ້າໜ້າທີ່ສາທາຣະນະສຸຂ ແພດ ໝໍ ເຈົ້າໜ້າທີ່ດ່ານ ທີ່ເຮັດວຽກກ່ຽວກັບກຸ່ມສ່ຽງສູງ. ແຕ່ວ່າ ຫາກຜູ້ໃດມີໂຣຄ ປະຈໍາຕົວ ບໍ່ທັນໃຫ້ສັກເທື່ອ ຍ້ອນຢ້ານມີອາການແພ້ ຫລື ມີຜົລຂ້າງຄຽງຫຼາຍ, ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຫຼວງນໍ້າທາ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວກ່ຽວກັບເຣື່ອງນີ້ຕໍ່ RFA ວ່າ:
“ກຸ່ມສ່ຽງໃນການສັມຜັດອິຫຍັງ ຕ່າງໆຖືວ່າມາສັກ ຈົນຮອດວັນທີ 12 ທົ່ວໄປກໍຄືສິຍັງ ຜູ້ທີ່ບໍ່ມີເງື່ອນໄຂສັກ ກໍຜູ້ທີ່ມີພູມແພ້ເນາະ ທີ່ມີພຍາດປະຈໍາໂຕອິຫຍັງຕ່າງໆນີ້ລະ ກະຫ້າມສັກ ຖ້າສັກແລ້ວຢ້ານມີອາການແພ້ ອິຫຍັງຕ່າງໆຫັ້ນເດ໋.”
ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານດຽວກັນນີ້ ກ່າວຕໍ່ໄປວ່າ ວັກຊິນໂຕນີ້ ຈະຢູ່ໄດ້ພຽງ 1 ປີ ເທົ່ານັ້ນ, ຕົນເອງກໍໄດ້ສັກແລ້ວບໍ່ມີ ອາການຜິດປົກຕິແຕ່ຢ່າງໃດ ແລະກໍຮູ້ສຶກສະບາຍໃຈຂຶ້ນ, ໝັ້ນໃຈຂຶ້ນ ເຖິງແມ່ນວ່າ ວັກຊິນນັ້ນຈະບໍ່ສາມາດປ້ອງກັນໄດ້ 100% ກໍຕາມ. ແຕ່ຖ້າຫາກຕິດເຊື້ອໂຄວິດ-19 ກໍຈະບໍ່ມີອາການຮຸນແຮງ:
“ບໍ່ ບໍ່ມີອາການ ມີຄວາມໝັ້ນໃຈຫັ້ນແລ້ວເນາະ ຖ້າຫາກວ່າຕິດເຊື້ອສາຍພັນຊນິດ ທີ່ເຮົາປ້ອງກັນແລ້ວຫັ້ນນະ ບໍ່ໝາຍຄວາມວ່າຈະ ຕິດບໍ່ໄດ້ເນາະ ມັນກະຕິດໄດ້ຢູ່ ແຕ່ວ່າຕິດແລ້ວ ອາການຂອງມັນຫັ້ນນະເນາະ ກະບໍ່ຮຸນແຮງ.”
ຢູ່ແຂວງຈໍາປາສັກ ກໍເລີ່ມສັກຢາປ້ອງກັນ ໂຄວິດ-19 ໃຫ້ກຸ່ມສ່ຽງແລ້ວ. ແຕ່ຍັງບໍ່ໄດ້ສັກໃຫ້ປະຊາຊົນທົ່ວໄປເທື່ອ ຍ້ອນມີວັກຊິນ ຈໍານວນຈໍາກັດ, ຍັງບໍ່ຮູ້ວ່າໄດ້ຮັບວັກຊິນນັ້ນ ໜ້ອຍຫລາຍເທົ່າໃດ, ຮູ້ແຕ່ວ່າຈະສັກໃຫ້ຈໍານວນ 16,600 ຄົນ.
ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ຄືກັນນັ້ນ ກ່າວຕໍ່ RFA ໃນມື້ວັນທີ 10 ມີນາ ນີ້ວ່າ ເບື້ອງຕົ້ນ ສັກວັກຊິນປ້ອງກັນ ໂຄວິດ-19 ໃຫ້ແຕ່ ບຸຄລາກອນ ແພດ ໝໍ ເຈົ້າໜ້າທີ່ດ່ານ, ຄົນທີ່ມີຄວາມສ່ຽງສູງ ທີ່ມີການ ສັມຜັດກັບຜູ້ຕິດເຊື້ອໂຄວິດ-19 ແລະ ນັກທຸຣະກິດ ທີ່ຈະອອກໄປ ຕ່າງປະເທດ ເທົ່ານັ້ນ.
ສໍາລັບຄົນງານລາວ ທີ່ກັບມາຈາກຕ່າງປະເທດ ຍັງບໍ່ມີການສັກໃຫ້ເທື່ອ ຍັງປຶກສາກັນຢູ່. ແລະວ່າ ໃນການສັກເບື້ອງຕົ້ນນີ້ ຕົນເອງ ກໍໄດ້ສັກແລ້ວ, ບໍ່ມີອາການຜົລຂ້າງຄຽງ, ປົກກະຕິ ທັມດາ ແລະ ກໍຮູ້ສຶກໝັ້ນໃຈ ໃນເຣື່ອງຄວາມປອດພັຍ ຈາກໂຄວິດ-19:
“ເລີ່ມມື້ວານ ສັກທຸກຄົນ ແພດ ໝໍ ພະນັກງານຢູ່ດ່ານ ກະໝັ້ນໃຈແຫຼະເນາະ ບໍ່ມີຫຍັງດອກ ທັມມະດາ ຍັງບໍ່ໄດ້ສັກແຮງງານ ບໍ່ທັນວ່າ ຍັງເວົ້າກັນຢູ່ ຍັງປຶກສາກັນຢູ່.”
ທີ່ແຂວງອັດຕະປື, ເຈົ້າໜ້າທີ່ ສາທາຣະນະສຸຂແຂວງ ທ່ານນຶ່ງກໍເວົ້າຕໍ່ RFA ໃນມື້ວັນທີ 10 ມີນາ ນີ້ວ່າ ແຂວງອັດຕະປື ໄດ້ເລີ່ມ ສັກຢາປ້ອງກັນ ໂຄວິດ-19 ໃນມື້ວັນທີ 9 ມີນາ ນີ້, ຫລາຍຄົນກໍໄດ້ສັກແລ້ວ ແລະວ່າແຂວງອັດຕະປື ມີກຸ່ມເປົ້າໝາຍ ທີ່ຈະສັກ ໃຫ້ຄົບ 4 ພັນຄົນ, ຈະສັກໄປຈົນຮອດວັນທີ 18 ມີນາ ນີ້ຈຶ່ງຈະສໍາເຣັດໃນຮອບທີນຶ່ງ:
“ມື້ວານສັກໃຫ້ແພດໝໍ ມື້ນີ້ກະສັກໃຫ້ການນໍາ ແລະທົ່ວໄປ ພວກແພດໝໍ ພວກໃຫ້ການບໍຣິການ ປະເຊີນກັບຄົນຫຼາຍຄົນ ໃຫ້ກ່ອນຄື ທະນາຄານອິຫຍັງຕ່າງໆນີ້ແຫລະ ທີ່ວ່າເຮົາສັກ ໄປແລ້ວ ກະບໍ່ໄດ້ມີຫຍັງເກີດຂຶ້ນ ເຂົາກະບໍ່ໄດ້ມີບັນຫາ ວ່າຊັ້ນສາ.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງອັດຕະປື ນາງນຶ່ງ ທີ່ຍັງບໍ່ທັນໄດ້ສັກວັກຊິນປ້ອງກັນ ໂຄວິດ-19 ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຕົນຍັງບໍ່ທັນໄດ້ສັກ ຍ້ອນມີໂຣຄ ປະຈໍາຕົວ, ກິນຢາຫລຸດຄວາມດັນ, ເປັນໄຂມັນ, ເມື່ອສັກວັກຊິນປ້ອງກັນ ໄປແລ້ວ ຢ້ານມັນມີຜົລຂ້າງຄຽງ ແລະ ອີງຕາມຄໍາແນະນໍາ ຂອງທາງການ ເພີ່ນກໍຫ້າມບໍ່ໃຫ້ສັກຢານີ້ ໃຫ້ຜູ້ມີ ພຍາດປະຈໍາຕົວ:
“ບໍ່ໄດ້ສັກ ເພາະວ່າມີພຍາດປະຈໍາໂຕ ສຸຂພາບມັນມີບັນຫາເຣື່ອງໄຂມັນ ຕັງຊົງຫັ້ນນ່າ ແຕ່ຫົວໜ້າເພິ່ນກະສັກແລ້ວ ເພາະວ່າ ອີງຕາມແບບຟອມຂອງກົມເຮົາ ເພິ່ນບອກວ່າ ພວກກິນຢາປະຈໍາ ເພິ່ນບໍ່ທັນໃຫ້ສັກເທື່ອ ຢຸດກ່ອນ.”
ແລະອີງຕາມການຣາຍງານ ຂອງ ດຣ. ອາຄົມ ລໍ່າວິຈິດ ຮັກສາການຫົວໜ້າຜແນກສາທາຣະນະສຸຂແຂວງ ສາລະວັນ, ຢູ່ແຂວງ ສາລະວັນ ເລີ່ມສັກວັກຊິນປ້ອງກັນໂຄວິດ-19 ຢູ່ໂຮງໝໍ ແຂວງສາລາວັນ ໃນມື້ວັນທີ 9 ມີນານີ້.
ທາງແຂວງໄດ້ຮັບວັກຊິນ ທັງໝົດ 9 ພັນ 600 ໂດສ, ເບື້ອງຕົ້ນໄດ້ສັກໃຫ້ກຸ່ມ ພະນັກງານ ແພດ ໝໍ ເຈົ້າໜ້າທີ່ດ່ານສາກົລຕ່າງໆ ແລະກຸ່ມຄົນທີ່ເຮັດວຽກ ຢູ່ສູນບໍຣິການ ແລະ ປະຊາຊົນ ທີ່ຢູ່ໃນກຸ່ມສ່ຽງເທົ່ານັ້ນ ແລະວ່າ ການສັກຢາເຂັມ ທີນຶ່ງນີ້ ຈະສິ້ນສຸດ ໃນມື້ວັນທີ 15 ມີນາ ນີ້. ຫລັງຈາກນັ້ນ ເຂັມທີ 2 ຈະເລີ່ມສັກ ແຕ່ວັນທີ 5 ຫາ ວັນທີ 10 ເມສາ.
ແຂວງສາລະວັນ ໄດ້ແຈກຢາຍວັກຊິນປ້ອງກັນ ໂຄວິດ-19 ໃຫ້ທັງ 7 ເມືອງໃນທົ່ວແຂວງ ເມືອງລະ 1 ພັນປາຍໂດສ ຮວມທັງ ເມືອງເລົ່າງາມ ເມືອງວາປີ ແລະ ເມືອງຄົງເຊໂດນ.
ຢູ່ປະເທດລາວ ການສັກຢາປ້ອງກັນ ໂຄວິດ-19 ຄັ້ງທໍາອິດ ແມ່ນເລິ່ມມາແຕ່ວັນທີ 25 ພຶສຈິກາ 2020 ຢູ່ໂຮງໝໍມິຕພາບ ນະຄອນຫລວງວຽງຈັນ. ເທື່ອທໍາອິດ ສັກໃຫ້ 103 ຄົນ.
ປັດຈຸບັນ ມີວັກຊິນປ້ອງກັນ ໂຄວິດ-19 2 ຊນິດ ຄືວັກຊິນຈາກຈີນ VeroCell Sinofarm 302,000 ໂດສ ແລະ ວັກຊິນຣັດເຊັຽ Sputnik V 1,000 ໂດສ. ກຸ່ມເປົ້າໝາຍທໍາອິດ ທີ່ຈະໄດ້ຮັບການສັກຢາປ້ອງກັນ ໂຄວິດ-19 ນັ້ນ ຄື 1. ແມ່ນແພດ ໝໍ ແລະ ບຸຄລາກອນອື່ນໆ ທີ່ເຮັດວຽກຢູ່ໂຮງໝໍ. 2. ຕໍາຣວດກວດຄົນເຂົ້າເມືອງ ພາສີ ທະຫານ ຕໍາຣວດດ່ານ, ພະນັກງານສາຍການບິນ, 3. ຄົນທີ່ເຮັດວຽກຂົນສົ່ງ ຜູ້ສ່ຽງໄປສະຖານທີ່ກັກກັນ, ຜູ້ເຮັດວຽກຢູ່ສະຖານທີ່ ກັກກັນ ຮວມທັງຄົນຂັບຣົດ ແລະຄົນອະນາມັຍ.
ນັບຕັ້ງແຕ່ໄດ້ມີການເລີ່ມສັກຢາປ້ອງກັນ ໂຄວິດ-19 ມາຫຼາຍຄົນທີ່ໄດ້ສັກໄປແລ້ວ ມີຄວາມໝັ້ນໃຈຂຶ້ນ ແລະ ຍັງບໍ່ມີກໍຣະນີໃດ ທີ່ເກີດມີຜົລຂ້າງຄຽງ ຈາກການສັກວັກຊິນນັ້ນ ຮຸນແຮງເທື່ອ.