ນໍ້າສະອາດ ໃນເມືອງເຊໂດນ
2013.05.07

ປະຊາຊົນ ໃນ ເມືອງເຊໂດນ ແຂວງ ສາຣະວັນ ມີ ນ້ຳສະອາດ ໃຊ້ ພຽງແຕ່ 30% ເປີເຊັນ ເທົ່ານັ້ນ.
ເຈົ້າໜ້າທີ່ ຫ້ອງການ ພັທນາ ຊົນນະບົດ ແຂວງ ສາຣະວັນ ເປິດເຜີຍວ່າ ປັຈຈຸບັນນີ້ ຊາວເມືອງ ຄົງເຊໂດນ ທີ່ໄດ້ໃຊ້ ນໍ້າສະອາດ ມີພຽງແຕ່ 30% ເປີເຊັນ ເທົ່ານັ້ນ, ສ່ວນຫລາຍ ແມ່ນ ປະຊາຊົນ ທີ່ຢູ່ ໃນບໍຣິເວນ ໃກ້ກັບ ຕົວເມືອງໃຫຍ່ ສ່ວນ ປະຊາຊົນ ທີ່ຢູ່ໃນ ເຂດ ຫ່າງໄກ ສອກຫລີກ ນັ້ນມີຫນ້ອຍ ທີ່ສຸດ ທີ່ຈະມີ ນໍ້າສະອາດ ໃຊ້. ທ່ານເວົ້າວວ່າ:
“ການນຳໃຊ້ ນ້ຳສະອາດ ສ່ວນຫລາຍ ແມ່ນຢູ່ໃນແຖບ ເສັ້ນທາງ 13 ເສັ້ນທາງ ໃກ້ກັບຕົວເມືອງ ຖືວ່າ ໄດ້ຢູ່ປະມານ 30% ນີ້ແຫລະ ການນຳໃຊ້ ໃນຈຳນວນ 92 ບ້ານໄດ້ ຢູ່ 30 % ການນຳໃຊ້”.
ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ຕໍ່ໄປວ່າ ສຳຫລັບ ບັນຫາທີ່ ເຮັດໃຫ້ ປະຊາຊົນ ໂດຍສະເພາະ ໃນເຂດ ຫ່າງໄກສອກຫລີກ ບໍ່ນຳໃຊ້ ນໍ້າສະອາດ ນັ້ນ ເນື່ອງມາຈາກ ທຶນໃນການ ປະກອບ ສ່ວນກາງ ບໍ່ມີທົ່ວເຖິງ ເຮັດໃຫ້ ບໍ່ສາມາດ ນຳໄປກໍ່ສ້າງ ນ້ຳສອາດ ໃຫ້ປະຊາຊົນ ທີ່ຢູ່ໃນເຂດ ຫ່າງໄກ ສອກຫລີກ ອີກ 14 ບ້ານໄດ້ ແລະ ຄວາມພ້ອມ ໃນການ ປະກອບສ່ວນ ຂອງ ປະຊາຊົນ ໃນການ ກໍ້ສ້າງ ນໍ້າສອາດ ຍັງມີ ຈຳກັດຢູ່. ເພື່ອເຮັດໃຫ້ ຊາວບ້ານ ມີນ້ຳໃຊ້ ຢ່າງທົ່ວເຖິງ ເຈົ້າໜ້າທີ່ ຂັ້ນເມືອງ ໄດ້ຈັດຕັ້ງ ສ້າງບ້ານສະອາດ ຕົວຢ່າງຂຶ້ນ ທ່ານ ເວົ້າວ່າ:
“ວິທີແກ້ ໄຂດຽວນີ້ ພວກເຮົາ ກຳລັງສ້າງ ກຸ່ມບ້ານພັທນາ ໃນການ ຈັດສັນບ້ານ ສ້າງຄອບຄົວ ອານາມັຍ ນ້ຳສອາດ ຕ່າງໆ ພວກເຮົາ ກຳລັງ ເຮັດຢູ່ໃນ 11 ບ້ານ”.
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕື່ມວ່າ ຈະເລັ່ງລັດ ການສ້າງກຸ່ມ ບ້ານແບບຢ່າງ ສາທາຣະນະສຸກ ເພີ້ມຂຶ້ນອີກ ແລະວ່າ ປະຊາຊົນ ໃນເຂດ ຫ່າງໄກ ສອກຫລີກ ກໍເຣີ້ມ ມີຄວາມຕື່ນຕົວ ແລະຕ້ອງການ ທີ່ຈະໃຊ້ນ້ຳ
ສະອາດ ເຊັ່ນດຽວກັນ.