ຈີນປູກຜັກໃຊ້ສານເຄມີຊ່ອຍ
2013.10.08
ເຈົ້າຫນ້າທີ່ກ່ຽວຂ້ອງ ທີ່ແຂວງຫລວງນໍ້າທາ ເວົ້າວ່າ ຊາວຈີນທີ່ເຂົ້າມາລົງທຶນ ປູກຜັກເພື່ອສົ່ງຂາຍ ຢູ່ແຂວງຫລວງນໍ້າທາ ໄດ້ເລັ່ງສີດຢາຂ້າ ແມງໄມ້ໃສ່ຝຸ່ນເຄມີ ຢ່າງຫລວງຫລາຍ ເພື່ອຈະໄດ້ຜັກໄປຂາຍ ໃຫ້ທັນໃນຊ່ວງບຸນ ກຸດຈີນ ຊຶ່ງເປັນຊ່ວງ ທີ່ຕລາດມີຄວາມຕ້ອງການຜັກສູງ ໂດຍບໍ່ຄໍານຶງເຖີງອັນ ຕຣາຍທີ່ຈະເກີດຂຶ້ນກັບຜູ້ບໍຣິໂພຄ. ນາງເວົ້າວ່າ:
"ໄປເອົາຂໍ້ມູນນໍາຂະເຈົ້າທີ່ຂາຍເຄື່ອງຢູ່ຕລາດ ເຂົາກໍວ່າເອົານໍາຄົນຈີນ ເປັນຜັກກາດເປັນໝາກຖົ່ວ ສ່ວນຫລາຍເຂົາເຮັດເປັນສີິນຄ້າ ແນວ ໃດທີ່ວ່າທີ່ໄດ້ຂາຍໄວ ແລ້ວກໍທີ່ໄດ້ຮັບຜົລຜລິດໄວ ແມ່ນຫຍັງເຂົາກໍເຮັດ ໂດຍບໍ່ຄໍານຶງເຖິງ ສຸຂພາບ ໃດເລີຍ".
ນາງເວົ້າຕໍ່ໄປວ່າ ການໃຊ້ຢາຂ້າແມງໄມ້ ແລະຝຸ່ນເຄມີຕາມສວນຜັກນັ້່ນ ເຂົາໄດ້ເຮັດມາດົນແລ້ວ ແຕ່ຄ່ອຍເພີ້ມ ຈໍານວນການໃຊ້ຂື້ນເລຶື້ອຍໆ ແລ້ວກໍສົ່ງໄປຂາຍໃນແຂວງແລະແຂວງໃກ້ຄຽງ ໃນແຕ່ລະມື້ເຖິງແມ່ນວ່າໃນຣະຍະຜ່ານມາຍັງ ບໍ່ພົບວ່າມີຜູ້ບໍຣິໂພຄ ຄົນໃດໄດ້ຮັບອັນຕຣາຍ ຈາກການບໍຣິໂພຄຜັກດັ່ງກ່າວກໍຕາມ ແຕ່ຫາກກິນຜັກທີ່ມີສານເຄມີ ຕົກຄ້າງຢູ່ນັ້ນຈະເຮັດໃຫ້ຄົນປ່ວຍໂຊໄດ້.
ນາງວ່າທີ່ຜ່ານມາ ທາງການກ່ຽວຂ້ອງ ໄດ້ໂອ້ລົມກັບຊາວຈີນ ກຸ່ມດັ່ງກ່າວໃຫ້ເລີກໃຊ້ ສານເຄມີໃນການປູກຜັກ ແຕ່ຂະເຈົ້າກໍບໍ່ປະຕິບັດຕາມ ຍ້ອນຢ້ານບໍ່ໄດ້ຜົລຜລິດດີ ສຳລັບຕລາດ. ເມື່ອຕົ້ນປີຜ່ານມາ ມີພະນັກງານຄົນລາວ ສອງຄົນເສັຽຊີວິດ ຍ້ອນໄປຮັບຈ້າງສີດຢາຂ້າແມງໄມ້ ໃນສວນກ້ວຍຂອງຈີນ.