ໂຮງໝໍຈີນຢູ່ ຂ.ອູດົມໄຊ

ໄມຊູລີ
2015.08.04
F-oudomxay ທັມມະຊາດ ຍາມເຂົ້າ ແຂວງອຸດົມໄຊ
RFA

ປະຊາຊົນ ແຂວງ ອຸດົມໄຊ ຜູ້ທີ່ ບໍ່ປະສົງ ອອກຊື່ ເປິດເຜີຍ ຕໍ່ ເອເຊັຽ ເສຣີ ວ່າ, ໂຮງໝໍ ໄຊມັງກອນ ຊື່ງເປັນ ໂຮງໝໍ ຈີນ ທີ່ ເຂົ້າມາ ຕັ້ງຢູ່ ເມືອງໄຊ ແຂວງ ອຸດົມໄຊ ຢ່າງ ຖືກຕ້ອງ ນັ້ນ, ເກີດມີຜູ້ ເສັຽຊີວິດ ແລ້ວ 5 ຄົນ, ຍ້ອນ ນາຍໝໍ ປິ່ນປົວ ຄົນເຈັບ ແບບ ທົດລອງ ຢາ ຄືກັນກັບ ໜູ ທົດລອງ.

ຫຼ້າສຸດນີ້ ມີ ເຈົ້າໜ້າທີ່ ປະຈໍາ ເມືອງ ນາໝໍ້ ຜູ້ນຶ່ງ ເສັຽຊີວິດ ຢ່າງ ກະທັນຫັນ ຢູ່ ໂຮງໝໍ ດັ່ງກ່າວ, ຊື່ງ ຄິດວ່າ ອາດຈະຍ້ອນ ການ ທົດລອງ ຢາ ຂອງ ນາຍໝໍ ກໍເປັນໄດ້. ຕາມຄໍາ ເວົ້າ ຂອງ ຊາວບ້ານ.

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ເຣື້ອງນີ້ ທາງ ວິທຍຸ ເອເຊັຽ ເສຣີ ໄດ້ ຕິດຕໍ່ ໄປຍັງ ປະຊາຊົນ ເມືອງໄຊ ແຂວງ ອຸດົມໄຊ, ມີ ຊາວບ້ານ ຜູ້ນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ເຄີຍ ໄດ້ຍິນ ຄືກັນ ແຕ່ບໍ່ຮູ້ ສາເຫດ ຄັກແນ່ວ່າ ເປັນຍ້ອນ ຢາ ທີ່ ປິ່ນປົວ ຫຼືບໍ່? ດັ່ງນາງ ກ່າວວ່າ:

“ກໍໄດ້ຍິນ ຢູ່ ປະມານ 2-3 ຄົນ ແມ່ນໝູ່ ຂ້ອຍ ຜູ້ນຶ່ງ ທີ່ ລາວໄປ ຕາຍຢູ່ ໂຮງໝໍ ນີ້, ປະມານ 3 ປີ ຫລັງ, ເປັນ ໄຂ້ຍຸງ ນີ້ລະ ແຕ່ວ່າ ຢູ່ໄປ ຢູ່ມາ ແລ້ວບາດ ສຸດທ້າຍ ມາ ຈຶ່ງໄດ້ຮູ້, ແລ້ວກໍເສັຽ ຊີວິດ ຢູ່ຫັ້ນ”.

ນາງເວົ້າ ຕຶ່ມວ່າ ທີ່ ຜ່ານມາ ຕົນເອງ ກໍເຄີຍໄປ ປິ່ນປົວ ຢູ່ ໂຮງໝໍ ແຫ່ງນັ້ນ, ແຕ່ ກໍໍ່ບໍ່ເຫັນ ສິ່ງໃດ ທີ່ ຜິດ ປົກກະຕິ ແຕ່ລະມື້ ກໍເຫັນວ່າ ມີ ຄົນ ເຂົ້າໄປ ປີ່ນປົວ ຢູ່ ໂຮງໝໍ ແຫ່ງນັ້ນ ຢ່າງ ຫຼວງຫຼາຍ, ມີທັງ ຄົນລາວ ແລະ ຄົນຈີນ.

ສ່ວນ ກໍຣະນີ ທີ່ວ່າມີ ຜູ້ເສັຽ ຊີວິດ ຢູ່ໂຮງໝໍ ແຫ່ງນັ້ນ ກໍພຽງແຕ່ ເປັນເຣື້ອງ ທີ່ ຊາວບ້ານ ຫຼາຍຄົນ ສົງໄສ, ແຕ່ ກໍບໍ່ເຄີຍ ເຫັນ ເຈົ້າໜ້າທີ່ ເຂົ້າໄປ ຕິດຕາມ ກວດສອບ ແບບ ຣະອຽດ ເລີຍ.

ທາງດ້ານ ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ປະຈໍາ ແຂວງ ອຸດົມໄຊ ກ່າວວ່າ: ຂ່າວ ດັ່ງກ່າວ ອາດເປັນ ເຣຶ້ອງ ບໍ່ມີ ມຸນຄວາມຈິງ ຍ້ອນໂຮງໝໍ ໄຊມັງກອນ ຖືວ່າ ເປັນໂຮງໝໍ ທີ່ ມີເຄື່ອງ ອຸປກອນ ຄົບ, ແລະ ຢາ ທີ່ນໍາມາ ປິ່ນປົວ ຄົນເຈັບ ກໍແມ່ນຢາ ທີ່ ທັນສມັຍ, ຈື່ງ ບໍ່ເຊື່ອ ວ່າຈະມີ ຄົນ ເສັຽຊີວິດ ໃນ ຣະຫວ່າງ ທີ່ ໄປ ປິ່ນປົວ, ແຕ່ ທາງ ເຈົ້າໜ້າທີ່ ກໍ ບໍ່ສາມາດ ເຂົ້າໄປ ກວດກາ ໄດ້  ດັ່ງ ທ່ານ ເວົ້າວ່າ:

“ເພາະວ່າ ມັນ ເປັນຂອງ ເອກກະຊົນ ເນາະ, ຣັດ ເຮົາ ບໍ່ຮູ້ນໍາ ຄົນ ໄປປິ່ນປົວ ຢູ່ຫັ້ນ ກໍດີແຫຼະ, ບໍ່ແມ່ນ ອັນນັ້ນ ເຂົ້າໄປ ໃຊ້ ບໍຣິການ ຫຼາຍ ຄົນຕາຍ ບໍ່ມີ ບ່ອນຫັ້ນ ມັນ ທັນສມັຍ ມີເຄື່ອງ ຄົບ ຄົນ ກໍໄປ”,

ທ່ານກ່າວ ມ້ວນທ້າຍ ວ່າ, ໂຮງໝໍ ດັ່ງກ່າວ ມີຄຸນະພາບ ທຽບເທົ່າ ໂຮງໝໍ ແຂວງ ມີ ເຈົ້າໜ້າທີ່ ທັງຈີນ ແລະ ລາວ ເຮັດວຽກ ຢູ່ ພາຍໃນ, ຊື່ງ ເປັນ ໂຮງໝໍ ທີ່ ໄດ້ຮັບ ຄວາມ ນິຍົມ ຈາກ ປະຊາຊົນ ຢ່າງດີ ເພາະ ໃຫ້ ບໍຣິການ ຄົນປ່ວຍ ໄວ ທັນໃຈ,  ເຖິງ ແມ່ນ

ວ່າ ຄ່າປິ່ນປົວ ຈະ ແພງກ່ວາ ໂຮງໝໍ ຂອງຣັຖແດ່ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.