ເດັກນ້ອຍຍັງຂາດສານອາຫານ
2016.02.04

ຢູ່ຕາມ ຊົນນະບົດ ຂອງ ສປປ ລາວ ຍັງ ມີປັນຫາ ເດັກນ້ອຍ ຂາດ ສານອາຫານ ຫຼາຍຢູ່, ເຮັດໃຫ້ ຮ່າງກາຍ ບໍ່ເຕີບໂຕ ໄດ້ດີ, ຕົນໂຕ ຕ່ຳເຕັ້ຽ ເຖິງແມ່ນ ທາງການ ຈະໄດ້ ປະກາດວ່າ ສາມາດ ແກ້ປັນຫາ ນີ້ໄດ້ຕາມ ເປົ້າໝາຍ ສະຫັດສະວັດ ເມື່ອ ທ້າຍປີ 2015 ທີ່ຜ່ານມາແລ້ວ ກໍຕາມ. ເຈົ້າຫນ້າທີ່ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ຢູ່ແຂວງ ຊຽງຂວາງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 3 ກຸມພາ ນີ້ວ່າ:
“ຕົວນີ້ຫັ້ນ ຍັງບໍ່ສຳເຣັດ ເທື່ອເນາະ ເພາະວ່າ ໂຄງການເຮົາ ກຳລັງ ເຮັດຕົວນີ້ຢູ່, ເດັກນ້ອຍ ເຂດບ້ານ ເປົ້າຫມາຍ ເຮົາຍັງຂາດ ສານອາຫານ ກໍຍັງຂາດ ຫຼາຍຢູ່. ເຮົາຫາກໍ່ ໄປ ສຳຣວດມາ ສ່ວນຫຼາຍ ຈະ ເປັນເດັກເຕັ້ຽ ເດັກຈ່ອຍ, ທຽບໃສ່ ແຕ່ກ່ອນ ຄືວ່າ ດີຂຶ້ນຫຼາຍ ແຕ່ ກໍຍັງມີຢູ່”.
ທ່ານ ກ່າວວ່າ ຈາກຜົລ ການສຳຫວດ ຫລ້າສຸດ ຢູ່ 2 ເມືອງ ເປົ້າຫມາຍ ຂອງ ແຂວງຊຽງຂວາງ ຄື: ເມືອງຄຳ ແລະ ເມືອງ ໜອງແຮດ ພົບວ່າ ມີເດັກນ້ອຍ ຕໍ່າເຕັ້ຽ 40 ສ່ວນ -ຮ້ອຍ, ເດັກນ້ອຍ ຈ່ອຍຜອມ 13 ສ່ວນຮ້ອຍ ແລະ ເດັກນ້ອຍ ທີ່ ມີນ້ຳຫນັກ ຫລຸດເກນ 15 ສ່ວນຮ້ອຍ.
ເພື່ອ ຊ່ວຍແກ້ໄຂ ບັນຫາ ດັ່ງກ່າວ ອົງການ ຂອງທ່ານ ຈະ ພຍາຍາມ ຕໍ່ໄປ ໃນ ການສົ່ງເສີມ ຊາວບ້ານ ໃຫ້ ຜລິດ ກະສິກັມ ປູກຝັງ ລ້ຽງສັດ ຮວມທັງຜັກ ແລະ ໝາກໄມ້, ເຮັດສວນຄົວ ເພື່ອ ໃຫ້ມີ ອາຫານ ການກິນ ທີ່ມີ ສານອາຫານ ຄົບທັງ 5 ຫມູ່ ຊຶ່ງເມື່ອກ່ອນ ຊາວບ້ານ ຈະໄດ້ອາຫານ ຈາກ ການຊອກຫາ ຢູ່ ຕາມປ່າດົງ ແລະ ຊອກໄດ້ ອາຫານ ທີ່ບໍ່ມີຄຸນຄ່າ ທາງ ໂພຊນາການ ຄົບ.
ຈາກຜົລ ການສຳຣວດ ຕົວຈິງ ພົບວ່າ ຫຼາຍພື້ນທີ່ ຂອງ ສປປລາວ ຍັງມີປັນຫາ ເດັກນ້ອຍ ຂາດ ສານອາຫານ ຫຼາຍຢູ່ ຊຶ່ງ ຂນະນີ້ ທາງການລາວ ແລະ ປະເທສຕ່າງໆ ຕລອດເຖິງ ອົງການ ຈັດຕັ້ງ ສາກົນ ແລະ ອົງການ ທີ່ບໍ່ຂຶ້ນກັບ ຣັຖບາລ ກຳລັງ ເອົາໃຈໃສ່ ແກ້ໄຂ ບັນຫາ ທີ່ວ່ານີ້ຢູ່.