ເດັກນ້ອຍຕິດໄຂ້ໝາກແດງ ຢູ່ ຂ.ອຸດົມໄຊ

ໄຊຍາ
2019.09.16
F-Vaccin ນາງໝໍ ສັກຢາປ້ອງກັນ ໄຂ້ຫມາກແດງ ໃຫ້ເດັກນ້ອຍ, ຫາກໃຜມີລູກມີຫລານ ຮີບພາກັນເອົາຂະເຈົ້າໄປສັກ ເພື່ອປ້ອງກັນໄວ້
ຮູບຖ່າຍຖອນຈາກ ວີດີໂອ ນັກຂ່າວພົລເມືອງ

ເຈົ້າໜ້າທີ່ ແຂວງອຸດົມໄຊ ກວດພົບເດັກນ້ອຍຈຳນວນ 270 ຄົນ ຢູ່ 30 ບ້ານ ຢູ່ເມືອງຮຸນ ແຂວງອຸດົມໄຊ ຕິດເຊື້ອໄຂ້ໝາກແດງຍ້ອນວ່າ ພວກເດັກນ້ອຍເຫຼົ່ານັ້ນ ບໍ່ໄດ້ຮັບການສັກຢາກັນ ພຍາດໄວ້ຕາມວັຍອາຍຸ ຕ້ອງການ. ເຈົ້າໜ້າທີ່ ກະຊວງສາທາຣະນະສຸກ ແຂວງອຸດົມໄຊ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ກັນຍາ ວ່າ:

"ມີການຣະບາດຂອງພຍາດໄຂ້ໝາກແດງ ຢູ່ເປັນບ່ອນໆ ເຮົາສາມາດຄວບຄຸມໄດ້ແລ້ວ ເຮົາຍັງເຝົ້າຣະວັງແລ້ວ ກໍໂດຍສະເພາະເຮົາຕ້ອງ ເພີ້ມອັດຕຣາ ການສັກຢາກັນພຍາດ ໃຫ້ມັນສູງ ເຮົາຈັ່ງຊິໄດ້ 100 ເປີເຊັນ ເພາະວ່າຊ້ວງນີ້ ເຮົາກໍຕ້ອງເຝົ້າຣະວັງ ຢູ່ຄືກັນ."

ເຈົ້າໜ້າທີ່ຜູ້ນີ້ ກ່າວຕື່ມວ່າ ກວດເຫັນເດັກນ້ອຍ ຢູ່ເມືອງຮຸນ ຕິດເຊື້ອພຍາດໄຂ້ໝາກແດງ ມາແຕ່ເດືອນພຶສພາປີນີ້ ແລ້ວເກີດການຣະບາດ ຂອງເຊື້ອພຍາດມາຮອດປັດຈຸບັນ ຊຶ່ງສ່ວນຫລາຍເປັນເດັກນ້ອຍຊົນເຜົ່າ ຢູ່ເຂດຫ່າງໄກສອກຫລີກ ແລະ ບໍ່ເຄີຍ ສັກຢາກັນພຍາດມາກ່ອນ.

ເຈົ້າໜ້າທີ່ບໍ່ສາທາຣະນະສຸກ ບໍ່ສາມາດເຂົ້າໄປສັກຢາ ກັນພຍາດໃຫ້ໄດ້ຢ່າງທົ່ວເຖິງ ແລະ ພໍ່ແມ່ຜູ້ປົກຄອງ ກໍບໍ່ສົນໃຈເອົາລູກຂອງຕົນມາ ສັກຢາ ຍ້ອນບໍ່ມີເງິນ ແລະ ມີຄວາມຫຍຸ້ງຍາກ ໃນການເດີນທາງ.

ສ່ວນມາຕການ ຕໍ່ການຢັບຢັ້ງ ການຣະບາດຂອງພຍາດໄຂ້ໝາກແດງ ຢູ່ເມືອງຮຸນ ເຈົ້າໜ້າທີ່ສາທາ ໄດ້ລົງພື້ນທີ່ໄປແຕ່ລະບ້ານ ເກືອບ 40 ບ້ານ ເພື່ອສັກຢາກັນພຍາດໄຂ້ໝາກແດງ ບໍ່ໃຫ້ເກີດການຣະບາດເພີ້ມ.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຜແນກສາທາຣະນະສຸກ ເວົ້າອີກວ່າ ເມືອງອື່ນໆພາຍໃນແຂວງ ຍັງບໍ່ໄດ້ຮັບຣາຍງານວ່າ ພົບເຫັນເດັກນ້ອຍ ຕິດເຊື້ອພຍາດໄຂ້ໝາກແດງ ແຕ່ກໍສັ່ງໃຫ້ໂຮງໝໍເມືອງ ແລະ ສຸກສາລາທຸກແຫ່ງເຝົ້າຣະວັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.