ສານເຄມີ ຍັງສືບຕໍ່ໃຊ້ຢູ່
2016.11.21
ປັດຈຸບັນ ສວນກ້ວຍ ຂອງ ນັກລົງທຶນ ຈີນ ທີ່ເມືອງ ຜາອຸດົມ ແຂວງບໍ່ແກ້ວ ນັບມື້ ນັບໃຊ້ ສານເຄມີ ຫຼາຍຂຶ້ນ ເລື້ອຍໆ ໂດຍ ບໍ່ມີການ ປະຕິບັດ ຕາມຄໍາສັ່ງ ຂອງ ທາງການ ເຮັດໃຫ້ ສິ່ງແວດລ້ອມ ແລະ ປະຊາຊົນ ທີ່ໄປ ຮັບຈ້າງ ເຮັດວຽກ ຢູ່ ສວນກ້ວຍນັ້ນ ມີຄວາມສ່ຽງ ຫຼາຍ ທີ່ຈະ ໄດ້ຮັບ ຜົລກະທົບ ຕໍ່ສຸຂພາບ. ເຈົ້າໜ້າທີ່ ເມືອງ ຜາອຸດົມ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 18 ພຶສຈິການີ້ ວ່າ:
"ຫລາຍຢູ່ໂອ໋ ຄັນເວົ້າເຣື່ອງ ທາດເຄມີ ຫັ້ນນ່າ. ບໍ່ຊ່າງສິພັລນາ ເລີຍນະ ຈີນ ຈັກມັນ ຢາອີ່ສັງ ເຂົາໃຊ້ເປັນຖົງ ເປັນກອງຢູ່ຫັ້ນ ປະສົມກັນ ລະໂພ່ນສີດ. ໂອ໊ ຄວາມສ່ຽງຫລາຍ ດຽວນີ້ ກະວ່າເຮົາ ຈະບໍ່ໃຫ້ເຂົາເຂົ້າມາອີກ."
ຍານາງກ່າວ ເພີ່ມວ່າ ພາກສ່ວນ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຫ້ອງການ ກະສິກັມ ແລະ ປ່າໄມ້ ສົມທົບ ກັບ ຫ້ອງການ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ປະຈໍາ ເມືອງ ຜາອຸດົມ ກໍກໍາລັງ ຫາທາງ ແກ້ໄຂ ບັນຫາດັ່ງກ່າວ ນີ້ຢູ່ ເພື່ອ ບໍ່ໃຫ້ ມີການນໍາໃຊ້ ສານເຄມີ ໃນ ສວນກ້ວຍ ຕື່ມ ຈົນເຖິງຂັ້ນ ຄວບຄຸມ ບໍ່ໄດ້.
ຕົກມາໃນປີ 2016 ນີ້, ມີເນື້ອທີ່ ດິນປູກກ້ວຍ ປະມານ 40 ເຮັກຕາ ທົ່ວເມືອງ ຜາອຸດົມ, ແຂວງບໍ່ແກ້ວ ມີບໍຣິສັດ ຂອງ ນັກລົງທຶນ ຈີນ ທີ່ມາ ລົງທຶນ ປູກກ້ວຍ 7 ບໍຣິສັດ, ໃນຂະນະທີ່ ຄົນງານ ທີ່ມາ ເຮັດວຽກ ໃນ ສວນກ້ວຍນັ້ນ ສ່ວນໃຫຍ່ ແມ່ນ ຄົນລາວ ທີ່ ມາຈາກ ຕ່າງແຂວງ ຮອງ ລົງມາ ແມ່ນ ປະຊາຊົນ ໃນເຂດ ທ້ອງຖິ່ນ.
ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ຍັງມີ ນັກລົງທຶນ ຈີນ ຈໍານວນຫຼາຍ ທີ່ ຢາກເຂົ້າມາ ລົງທຶນ ປູກກ້ວຍ, ແຕ່ ທາງການ ບໍ່ ອະນຸຍາດໃຫ້ ເຂົ້າມາອີກ. ໃນ ກອງປະຊຸມ ສະພາ ແຫ່ງຊາດ ທີ່ຫາກໍ ຜ່ານພົ້ນໄປ ນັ້ນ, ສະມາຊິກ ສະພາ ແຫ່ງຊາດ ແລະ ເຈົ້າໜ້າທີ່ ຣະດັບສູງ ຫຼາຍທ່ານ ມີ ຄວາມເປັນຫ່ວງ ເປັນໄຍຫຼາຍ ຕໍ່ບັນຫາ ການນໍາໃຊ້ ສານເຄມີ ເຂົ້າໃນ ການຜະລິດ ກະສິກັມ ໃນເຂດ ພາກເໜືອ, ໂດຍສະເພາະ ແມ່ນ ການນໍາໃຊ້ ສານເຄມີ ໃນ ສວນກ້ວຍ ຂອງ ນັກລົງທຶນ ຈີນ ຍ້ອນ ມີການ ນໍາໃຊ້ ເກີນມາຕຖານ ແລະ ບໍ່ຖືກຕ້ອງ ເຮັດໃຫ້ ມີຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ສຸຂພາບ ຂອງ ປະຊາຊົນ ຮ້າຍແຮງ ພ້ອມທັງ ສເນີໃຫ້ ຣັຖບານ ແກ້ໄຂ ຢ່າງຮີບດ່ວນ.
"ການສັມປະທານ ທີ່ດິນ ຂອງ ນັກທຸຣະກິດ ຕ່າງປະເທດ, ການປູກກ້ວຍ ປູກອ້ອຍ ປູກໝາກນໍ້າມັນ ຢູ່ແຂວງ ຫລວງນໍ້າທາ ມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສຸຂພາບ ຂອງ ປະຊາຊົນ ເນື່ອງຈາກ ມີການໃຊ້ ສານເຄມີ. ປັດຈຸບັນ, ເຖິງມີ ຄໍາສັ່ງຫ້າມ ບໍ່ໃຫ້ ມີການ ປະຕິບັດ ແລ້ວ ປາກົດວ່າ ບໍຣິສັດ ຂອງ ຊາວຕ່າງປະເທດ ກັບເມືອ ບ້ານແລ້ວ ບໍ່ກັບມາ ບໍ່ມາ ຮັບຜິດຊອບ ຕໍ່ການຊໍາຣະ ຄ່າເຊົ່າ ຄ່າແຮງງານ ໃນການ ປົກປັກ ຮັກສາ ໃຫ້ແກ່ ປະຊາຊົນ."
ເມື່ອປີກາຍ, ກໍມີ ຣາຍງານວ່າ ຄົນລາວ ທີ່ເຮັດວຽກ ໃນສວນກ້ວຍ ຂອງ ນັກລົງທຶນ ຈີນ ຢູ່ໃນເຂດ ພາກເໜືອ ຂອງລາວ ເສັຽຊີວິດ 3 ຄົນ ຍ້ອນ ຮ່າງກາຍ ຂອງ ພວກເຂົາເຈົ້າ ໄດ້ຮັບ ສານເຄມີ ຫຼາຍເກີນໄປ, ຊຶ່ງ ໃນຈໍານວນ ຜູ້ເສັຽຊີວິດ ມີແມ່ມານ 1 ຄົນ. ໃນຂະນະ ດຽວກັນ, ຄອບຄົວ ຂອງຜູ້ທີ່ ເສັຽຊີວິດນັ້ນ ຊໍ້າພັດ ບໍ່ໄດ້ຮັບຄ່າຊົດເຊີຍ ໃນການມ້ຽນສົບ ແລະ ສົ່ງສະການ ຈາກ ເຈົ້າຂອງສວນກ້ວຍ ທີ່ເປັນນັກລົງທຶນ ຈີນ ແຕ່ຢ່າງໃດ.