ຂ.ບໍ່ແກ້ວ ປິດເມືອງຮອບສອງ
2020.07.07
ຊາວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຫັນພ້ອມນຳມາຕການປີດເມືອງ ແລະ ເຂດເສຖກິດພິເສດ ສາມຫລ່ຽມຄຳ ອີກໃຫມ່ ຂອງທາງການເພື່ອ ປ້ອງກັນການຣະບາດຂອງໂຄວິດ-19 ຮອງສອງ ໂດຍບໍ່ອະນຸຍາດໃຫ້ຄົນຕ່າງດ້າວ ແລະຄົນລາວຈາກຕ່າງແຂວງ ເຂົ້າມາຢ່າງເດັດຂາດ. ສ່ວນຊາວບ້ານ ໃນເຂດທ້ອງຖິ່ນສາມາດເຂົ້າມາໃນເຂດເສຖກິດພິເສດໄດ້ ຕາມປົກກະຕິ, ດັ່ງຊາວເມືອງຕົ້ນເຜິ້ງທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 7 ກໍຣະກະດາ ນີ້ວ່າ:
“ເອີເຂົາປິດສະເພາະ ກັບຄົນຕ່າງຊາດ ຈັ່ງໃດນີ້ນະ ຄົນຕ່າງປະເທດ ແມ່ນບໍ່ໃຫ້ເຂົ້າ ຫ້າມຄົນຕ່າງຊາດເຂົ້າກະດີຢຸູ່ ເພາະວ່າໂຣຄນີ້ມັນອາດ ຕິດມາກັບຄົນຕ່າງຊາດ ສ່ວນຫຼາຍນີ້້ຄົນຈີນ ຄົນພະມ້າເຂົາລັກຂ້າມໄປມານີ້."
ຊາວເມືອງຕົ້ນເຜິ້ງ ອີກຄົນນື່ງກໍເຫັນດີນຳ ການສັ່ງປິດເມືອງຕົ້ນເຜິ້ງ ຍ້ອນມາຮອດປັດຈຸບັນ ຊາວບ້ານຫຼາຍຄົນຍັງບໍ່ໝັ້ນໃຈກ່ຽວກັບການ ຣະບາດຂອງໂຄວິດ-19 ຮອບສອງອາດຈະກັບ ຄືນມາອີກໃຫມ່ ຖ້າຫາກພາກສ່ວນກ່ຽວຂ້່ອງ ບໍ່ເອົາໃຈໃສ່ ຢ່າງເຂັ້ມງວດ.
”ຢ້ານ ເພິ່ນບໍ່ໃຫ້ເຂົ້າເທື່ອ ຄົນໄທຍ ຄົນຈີນຄົນຫຍັງ ບໍ່ທັນເປີດດ່ານເທື່ອ ຂະເຈົ້າບໍ່ໃຫ້ເຂົ້າເທື່ອ ແຕ່ຫາກຢູ່ໃກ້ຢູ່ ແຖວໆບ້ານເອື້ອຍນີ້ກະ ຫາກບໍ່ມີແລ້ວ."
ຊາວບ້່ານອີກຄົນນື່ງເວົ້າວ່າ, ປັດຈຸບັນ ຢູ່ເຂດເສຖກິດພິເສດສາມຫຼ່ຽມຄຳ ໄດ້ອະນຸຍາດໃຫ້ຄົນລາວ ເຂົ້າໄປຫຼິ້ນການພະນັນ ຢູ່ຄິງໂຣມັນ ໄດ້ແລ້ວແຕ່ຕ້ອງມີບັດປະຈຳໂຕ ຢັ້ງຢືນວ່າ ເປັນຄົນທ້ອງຖິ່ນແທ້ ແລະຕ້ອງປະຕິບັດຕາມການເຝົ້າຣະວັງໂຣຄ ໂຄວິດ-19 ຢ່າງເຄັ່ງຄັດ ສຳລັບຄົນຕ່າງດ້າວ ແລະ ຄົນລາວຈາກຕ່າງແຂວງນັ້ນ ຮ່ວມດ້ວຍຄົນຈີນ ທີ່ອາສັຍຢູ່ໃນເຂດ ດັ່ງກ່່າວ ຍັງອະນຸຍາດເທື່ອ.
"ຢູ່ກາຊີໂນຂະເຈົ້າໃຫ້ເຂົ້າໄປໄດ້ຢູ່ ເປັນຄົນລາວ ມີບັດປະຈຳໂຕກະໃຫ້ເຂົ້າໄປ ແຕ່ວ່າຄົນຈີນ ບໍ່ໃຫ້ເຂົ້າຕົ້ນເຜິ້ງ ຕ່າງຖິ່ນອີ່ຫຍັງກະເຂົ້າບໍ່ ໄດ້ບໍ່ມີບັດຄົນທ້ອງຖິ່ນເພີ່ນກະບໍ່ໃຫ້ເຂົ້າ ຄົນນອກເພິ່ນບໍ່ໃຫ້ເຂົ້າ ແລ້ວກະຄົນຈີນ ກະບໍ່ໃຫ້ອອກມາ."
ກ່ຽວກັບເຣື້ອງນີ້້ ເຈົ້າຫນ້າທີ່ ຄະນະຄຸ້ມຄອງເຂດເສຖກິດພິເສດ ແຂວງບໍ່ແກ້ວ ຊີ້່ແຈງວ່າ ການອອກມາຕການສັ່ງຫ້າມ ຄົນຕ່າງປະເທດ ແລະ ຄົນລາວຈາກຕ່າງແຂວງເຂົ້າໄປໃນພື້ນທີ່ ເຂດເສຖກິດພິເສດສາມຫຼ່ຽມຄຳ ຮ່ວມທັງເມືອງຕັ້ນເຜີ້ງນັ້ນ ຍ້ອນເຝົ້າຣະວັງການກັບມາ ຣະບາດອີກໃຫມ່ ຂອງ ໂຣຄໂຄວິດ-19 ບໍ່ແມ່ນເຫດຜົລແນວອື່ນ ແຕ່ຢ່າງໃດ:
“ບໍ່ໄດ້ເທື່ອເພາະວ່າເພິ່ນຍັງປະຕິບັດຣະບຽບຢູຸ່ເນາະ ການເຂົ້າການອອກເນາະ ຍັງປິດກັນຢູ່ ເພາະວ່າ ສະພາບຂອງເກີດພຍາດຢູ່ພຸ້ນກະຍັງ ບໍ່ສາມາດເຂົ້າໄດ້."
ທ່ານກ່າວວ່າຢ່າງໃດກໍຕາມ ຍັງບໍ່ສາມາດ ຄາດການໄດ້ວ່າ ອີກດົນປານໃດ ທາງການຈຶ່ງຈະອະນຸຍາດໃຫ້ຄົນຕ່າງແຂວງ ແລະຕ່າງປະເທດ ເຂົ້າມາຫລິ້ນກາຊີໂນໄດ້ ຕ້ອງໄດ້ລໍຖ້າ ການຊີ້ແນະຂອງຂັ້ນເທິງ ພິຈາຣະນາ ເມື່່ອຮູ້ຄຳຕອບຄັກແນ່ແລ້ວ ຈຶ່ງຈະມີແຈ້ງການອອກມາຢ່າງ ເປັນທາງການ.
ກ່ອນຫນ້ານີ້ ໃນມື້ວັນທີ 1 ກໍຣະກະດາ ປີ 2020 ເຈົ້າຫນ້າທີ່ກວດກາຄົນເຂົ້າເມືອງ ແຂວງບໍ່ແກ້ວ ໄດ້ສົ່ງຄົນຈີນ 19 ຄົນ ໃຫ້ເຈົ້າຫນ້າທີ່ ຕຳຣວດ ຄົນເຂົ້າເມືອງຂອງຈີນ ຫລັງຈາກກຸ່ມ ດັ່ງກ່າວ ຖືກຈັບຍ້ອນພຍາຍາມ ລັກເຂົ້າມາແຂວງບໍ່ແກ້ວ ຊຶ່ງເປັນເຫດຜົລນຶຶ່ງ ທີ່ທາງການ ແຂວງບໍ່ແກ້ວ ອອກມາຕການເຂັ້ມງວດເພີ້ມຂຶ້ນ, ຕາມການຣາຍງານ ຂອງຂ່າວທ້ອງຖິ່ນ.
ໃນມື້ວັນທີ 7 ກໍຣະກະດາ ຜ່ານມາ ຄນະຄຸ້ມຄອງເຂດເສຖກິດພິເສດ ແຂວງບໍ່ແກ້ວ ໄດ້ອອກແຈ້ງການໃຫ້ປະຊາຊົນ ແລະ ພໍ່ຄ້າຊາວຂາຍ ທີ່ເປັນຄົນລາວ ສາມາດເດີນທາງເຂົ້າ-ອອກ ໃນພື້ນທີ່ເຂດ ເສຖກິດພິເສດສາມຫລ່່ຽມຄຳໄດ້ ຕາມມາຕການຜ່ອນຜັນຂອງຣັຖບານ ແຕ່ຕ້ອງ ມີເອກສານຢືນຢັນ ວ່າເປັນຄົນລາວແທ້ ແລະ ຕ້ອງໄດ້ຜ່ານການວັດແທກ ອຸນຫະພມູ ກ່ອນຈະເຂົ້າທຸກຄັ້ງ ພ້ອມທັງໃສ່ຜ້າປິດປາກ ປິດດັງ ສ່ວນຄົນຕ່າງຊາດບໍ່ໃຫ້ ເຂົ້າເດັດຂາດຍົກເວັ້ນ ກໍຣະນີພິເສດ ທີ່ໄດ້ຮັບອານຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ.