ແມ່ແລະເດັກໄປໂຮງໝໍບໍ່ ເສັຽຄ່າ

ໄມຊູລີ
2015.12.29
F-Pregnant ຕົວຢ່າງຂອງ ແມ່ຍິງທີ່ຖືພາ ເຂົ້າມາຝາກທ້ອງ ຢູ່ໂຮງໝໍ ພາຍໃຕ້ ການອຸປຖັມ ຂອງ ອົງການອາຫານໂລກ
Courtesy of World food program

ເຈົ້າໜ້າທີ່ ສາທາຣະນະສຸຂ ຂະແຫນງ ແມ່ແລະເດັກ ແຂວງ ບໍ່ແກ້ວ ເປິດເຜີຍ ຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນຈັນ ທີ່ 28 ທັນວາ ນີ້ວ່າ, ນະໂຍບາຍ ຂອງທາງການ ທີ່ວ່າຈະ ໃຫ້ ບໍຣິການ ຮັກສາ ສຸຂພາບ ແກ່ ຜູ້ຍາກຈົນ ໂດຍບໍ່ຕ້ອງ ເສັຽຄ່າ, ເພື່ອໃຫ້ ປະຊາຊົນ ຜູ້ຍາກຈົນ ໃນ ເຂດຫ່າງໄກ ສອກຫລິກ ສາມາດ ເຂົ້າເຖິງໝໍ ຫຼາຍຂຶ້ນ. ທາງການ ຈະຈ່າຍຄ່າ ໂຮງໝໍ ຄ່າເດີນທາງ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:

“ມັນກໍຈະມີ ອາການດີຂຶ້ນ ເພາະວ່າ ຜູ້ເຂົາເຈົ້າ ທຸກຍາກ ເຂົາເຈົ້າ ບໍ່ມີເງິນ ມາຮັກສາ ບາງຄັ້ງ ເຂົາເຈົ້າກໍຢູ່ ບ່ອນບ້ານໄກ ສອກຫລີກ ທີ່ວ່າເສັ້ນທາງ ຄົມມະນາຄົມ ອິຫຍັງ ເຂົາເຈົ້າ ກໍບໍ່ມີເງິນ”.

ນອກຈາກນີ້ ເຈົ້າໜ້າທີ່ ຂະແຫນງ ແມ່ແລະເດັກ ຫ້ອງການ ສາທາຣະນະສຸຂ ແຂວງ ຊຽງຂວາງ ກໍວ່າ ເຫັນພ້ອມ ກັບການ ຊ່ວຍເຫລືອ ຄ່າຫມໍ ແລະ ຄ່າເດີນທາງ ແກ່ ຜູ້ທຸກຍາກ ທຸກເພດ ທຸກວັຍ ຍ້ອນວ່າ ຈະມີ ປະຊາຊົນ ມາຫາໝໍ ຫຼາຍຂຶ້ນ ເຊັ່ນດຽວກັບ ໂຄງການ ອອກລູກ ບໍ່ເສັຽຄ່າ ທີ່ ປະຕິບັດ ກັນຢູ່ ໃນ ປັຈຈຸບັນ ກໍ ປະກົດວ່າມີ ແມ່ຍິງ ຖືພາ ຈາກ ເຂດຫ່າງໄກ ເຂົ້າມາ ຝາກທ້ອງ ຢູ່ໂຮງໝໍ ຫຼາຍຂຶ້ນ. ດັ່ງ ທ່ານ ກ່າວວ່າ:

“ເຄີຍໄດ້ຍິນ ເຈົ້າ ເຄີຍໄດ້ຍິນ ດີສໍາຫລັບ ການເກີດລູກ ບໍ່ເສັຽຄ່າ ຢູ່ທີ່ແຂວງ ການ ມາເກິດລູກ ຢູ່ໃນ ສະຖານທີ່ ບໍຣິການ ເຂົາເຈົ້າ ກໍມາຫຼາຍ ກວ່າ ປົກກະຕິ”.

ປັຈຈຸບັນ ທາງການລາວ ມີໂຄງການ ຊ່ວຍເຫລືອ ຜູ້ທຸກຍາກ ສະເພາະ ແມ່ນ ແມ່ທີ່ຖືພາມານ ແລະ ເດັກນ້ອຍ ທີ່ ມີອາຍຸ ບໍ່ເກີນ 5 ປີ ໂດຍ ຈະໃຫ້ເງິນ ຄ່າເດີນທາງ ມາໂຮງໝໍ ຄ່າຝາກທ້ອງ ແລະ ຄ່າ ອອກລູກ, ແຕ່ ເຖິງຢ່າງໃດ ກໍຕາມ ທາງການ ລາວ ຍັງບໍມີ ໂຄງການ ຮັກສາ ສຸຂພາບ ລ້າ ແກ່ ປະຊາຊົນ ຜູ້ທຸກຍາກ ໂດຍທົ່ວໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.