ໜ່ວຍງານຄວບຄຸຸມໂຄວິດ ຫຼວງນໍ້າທາ ກວດຈຸດ ຄົນຈີນຕິດເຊື້ອ
2020.12.04

ຄົນຈີນ 2 ຄົນ ທີ່ເຈົ້າໜ້າທີ່ຈີນ ໄດ້ກວດພົບວ່າຕິດເຊື້ອພຍາດໂຄວິດ-19 ໃນຂນະທີ່ເດີນທາງກັບຈີນ ໂດຍຜ່ານດ່ານຊາຍແດນ ທາງຊ່ອງທັມມະຊາດ. ກໍຣະນີ ນີ້ໄດ້ສ້າງ ຄວາມກັງວົນວ່າ ພວກກ່ຽວ ຢູ່ພະມ້າເຂົ້າມາລາວ ດ່ານທຳອິດແມ່ນ ແຂວງບໍ່ແກ້ວ ໄດ້ແນວໃດ, ເປັນຫຍັງບໍ່ມີການກັກບໍຣິເວັນ ປ່ອຍໃຫ້ທັງສອງລອດໄປ ຈົນຮອດ ແຂວງຫຼວງນໍ້າທາ ແລະ ຊາຍແດນລາວ-ຈີນ. ຕໍ່ກັບບັນຫານີ້ ທາງເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 03 ທັນວາ 2020.
"ແຂວງເພີ່ນໄດ້ເຣີ້ມມີການປະຊຸມ ໃຊ້ມາຕການແບບເກົ່າຫັ້ນແຫຼະຄືນ ນະດຽວນີ້ມັນ ໄປເກີດຢູ່ ບໍ່ເຕັນ-ບໍ່ຫານ ເພາະວ່າ 2 ຄົນນີ້ເຂົາ ໄປເຮັດວຽກຢູ່ພະມ້າວ່າຊັ້ນ ເຂົາເດີນທາງມາ ບໍ່ແກ້ວ ບ່ອນສາມຫຼ່ຽມຄຳ. ຈາກນັ້ນອອກມາແລ້ວກາເຂົ້າມາຫາ ດ່ານສາກົລ ຫັ້ນແລ້ວ ກາເຂົ້າໄປຈີນ ຄົນຈີນຂະເຈົ້າກວດໄດ້ຢູ່ຈີນ ພຸ້ນນ່າ."
ຕາມແຈ້ງການແຂວງຫຼວງນໍ້າທາ ຣະບຸນັ້ນຊາວຈີນ 2 ຄົນ ຜູ້ທີ 1 ຊື່ ທ້າວ ຈາງຊົງເວີຍ ຢູ່ບ້ານຕົງຊານ ເມືອງຈາງໂຈ ແຂວງ ຟູຈ້ຽນ ແລະ ຜູ້ທີ 2 ຊື່ ທ້າວ ຢາງຊິຊິ ຢູ່ບ້ານຕາເຄິງ, ເມືອງຈາງໂຈ ແຂວງຢູນານ. ພວກກ່ຽວທັງສອງ ຖືກເຈົ້າໜ້າທີ່ຈີນ ກວດພົບວ່າຕິດພຍາດໂຄວິດ-19 ເມື່ອວັນທີ 03 ທັນວາ 2020 ທີ່ດ່ານບໍ່ຫານ ຂອງຈີນ.
ໂດຍທັງສອງເດີນທາງ ມາແຕ່ພະມ້າຜ່ານແຂວງບໍ່ແກ້ວ ແລະ ມຸ້ງໜ້າມາທີ່ແຂວງ ຫຼວງນໍ້າທາ ໂດຍເຂົ້າພັກໂຮງແຮມ ຂ້າຍລີ ໃນເຂດເສຖກິດພິເສດ ບໍ່ເຕັນແດນງາມ. ຈາກນັ້ນກໍໄດ້ ລັກລອບຂ້າມໄປຈີນ ແຕ່ກໍຖືກຕຳຣວດຈີນ ຈັບໄດ້ກ່ອນ.
ຕໍ່ກັບກໍຣະນີດັ່ງກ່າວ ຮອງ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸກ ທ່ານ ສີສະຫວາດ ສຸດທານີລະໄຊ ໄດ້ຖແລງຂ່າວ ຕໍ່ຊື່ມວນຊົນ ເມື່ອວັນທີ 04 ທັນວາ 2020 ວ່າ:
"ຕໍ່ກັບເຫດການດັ່ງກ່າວນີ້ ແມ່ນເປັນຄວາມຈິງແທ້ ຄະນະສະເພາະກິຈ ຂອງພວກເຮົາ ບໍ່ໄດ້ນິ້ງນອນໃຈ. ໄດ້ແຕ່ງຕັ້ງທີມງານ ລົງໄປສອບສວນກັບທີ່ ເພື່ອເກັບກັມຂໍ້ມູນ ຢ່າງຣະອຽດ. ພ້ອມດຽວກັນນັ້ນ ກໍໄດ້ຄົ້ນຫາ ແລະ ຕິດຕາມຜູ້ທີ່ສັມພັດໃກ້ຊິດ ກັບຄົນຈີນ 2 ຄົນ ດັ່ງກ່າວ ຢ່າງຮີບດ່ວນ. ເພື່ອທໍາການເກັບໂຕຢ່າງ ມາກວດແລ້ວກໍເຂົ້າຈຳກັດບໍຣິເວນ ທີ່ກຳນົດໄວ້."
ປັຈຈຸບັນທາງການແຂວງຫຼວງນໍ້າທາ ໄດ້ສັ່ງປິດດ່ານສາກົນບໍ່ເຕັນ ພ້ອມທັງກັກບໍຣິເວນ ເຂດເສຖກິຈ ພິເສດ ບໍ່ເຕັນແດນງາມ ບໍ່ໃຫ້ຄົນທີ່ຢູ່ພາຍໃນອອກນອກເຂດ ແລະ ຄົນພາຍນອກ ຫ້າມເຂົ້າໃນເຂດດັ່ງກ່າວຊົ່ວຄາວກ່ອນ. ດັ່ງຫົວໜ້າຜແນກຄວບຄຸມ ພຍາດຕິດຕໍ່ແຂວງ ຫຼວງນໍ້າທາ ດຣ ຢຸ້ງ ລໍວັນໄຊ ໄດ້ກ່າວຕໍ່ ສື່ທ້ອງຖິ່ນວ່າ:
"ກາຖືວ່າທາງແຂວງກາໄດ້ເຮັດແຈ້ງການ ຂອງຫ້ອງວ່າການແຂວງລົງ ໃຫ້ເມືອງນໍ້າທາ ແລະ ເຂດບໍ່ເຕັນແດນງາມ ຫັ້ນໄດ້ກັກ ບໍຣິເວນຊົ່ວຄາວ. ຖືວ່າບໍ່ໃຫ້ຄົນທີ່ວ່າ ເຂົ້າໄປ ເຮັດວຽກຢູ່ໃນບໍ່ເຕັນ ຫັ້ນອອກມາພາຍນອກ ແລ້ວພວກເຮົາກາມີ ການເວນຍາມ ກັກບໍຣິເວນວ່າ ບໍ່ໃຫ້ຄົນນອກເຂົ້າໄປໃກ້ຊິດສັມພັສ."
ເຫດການນີ້ກໍໄດ້ສ້າງຄວາມແຕກຕື່ນ ໃຫ້ກັບປະຊາຊົນໃນແຂວງທີ່ຊາວຈີນ ສອງຄົນຜ່ານ ເພາະບໍ່ຮູ້ວ່າທັງ 2 ຄົນ ນີ້ມີການສັມພັດ ໃກ້ຊິດ ໃນເຂດບໍຣິເວນໃດ ຊາວບ້ານກໍຕ້ອງໄດ້ ໃຊ້ສະຕິຣະມັດຣະວັງໂຕ, ດັ່ງຊາວບ້ານ ໄດ້ກ່າວວ່າ:
"ໃຜກາມີສະຕິຣະວັງໂຕຢູ່ຊັ້ນແຫຼະ ປ້ອງກັນໂຕເອງໂຕໃຜໂຕມັນ. ພວກນາຍບ້ານເຂົາ ປະກາດ ໂທຣະໂຄ່ງ ແລ້ວກໍໃຫ້ມີສະຕິ ຣະວັງໂຕຫັ້ນແຫຼະ. ໄດ້ຍິນຂ່າວເຂົາວ່າຢູ່ ຄາຊິໂນ ຕິດເຂົາກວດພົບ 2 ຄົນ ຄົນຈີນວ່າຊັ້ນດຽວນີ້ ໄດ້ຍິນຂະເຈົ້າວ່າເຂົາປິດດ່ານ ເປັນທາງການໃດ໊."
ຈາກການສືບທາວຫາ 2 ຄົນ ຊາວຈີນ ທີ່ຕິດພຍາດໂຄວິດ-19 ເດີນທາງເຂົ້າມາລາວ ໂດຍຜ່ານດ່ານສາກົລ ແຂວງບໍ່ແກ້ວນັ້ນ. ທາງການແຂວງບໍ່ແກ້ວ ໄດ້ອອກແຈ້ງການ ສັ່ງໂຈະການ ເດີນເຮືອ ແລະ ຫ້າມນຳເຂົ້າ-ສົ່ງອອກສີນຄ້າ ທຸກປະເພດຢູ່ດ່ານສາກົນ ບ້ານມອມ, ດ່ານສາກົລ ສາມຫຼ່ຽມຄຳ ເຣີ້ມຕັ້ງແຕ່ ວັນທີ 05 ທັນວາ 20 ເປັນຕົ້ນໄປ ແບບບໍ່ມີກຳນົດ ແລະ ສືບຕໍ່ ໂຈະການ ເຂົ້າອອກ ເຂດເສຖິຈພິເສດສາມຫຼ່ຽມຄຳ. ດັ່ງເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ກ່າວວ່າ:
"ຄວາມໝາຍໂຈະການເດີນເຮືອສີນຄ້າເນາະ ບໍ່ໃຫ້ເຂົ້າທາງດ່ານສາມຫຼ່ຽມຄຳ ແລະ ດ່ານບ້ານມອມ ຫັ້ນນະ ເຮືອຂົນສີນຄ້ານີ້ ຖືວ່າບໍ່ໃຫ້ ຜ່ານດ່ານຫັ້ນ."
ໃນຂນະທີ່ແຂວງຜົ້ງສາລີ ກໍໄດ້ອອກແຈ້ງການ ເມື່ອວັນທີ 03 ທັນວາ 2020 ຜ່ານມາ, ໂດຍຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແຈ້ງການ ຢຸດການຂົນສົ່ງ ໂດຍສານ ຣະຫວ່າງ ແຂວງຜົ້ງສາລີ ຫາ ແຂວງຫຼວງນໍ້າທາ ເປັນການຊົ່ວຄາວ. ສ່ວນຣົດໂດຍສານ ຕ້ອງກັກໂຕ ຄົນຂັບຣົດ ແລະ ຜູ້ໂດຍສານ ຕາມຣະບຽບການ. ດັ່ງຜູ້ປະກອບການ ໂດຍສານ ແຂວງຜົ້ງສາລີ ໄດ້ກ່າວວວ່າ:
"ແມ່ນແຫຼະນໍ້າທາໂຈະ ບໍ່ໄດ້ໄປເຈົ້າ ດຽວນີ້ຂະເຈົ້າໂຈະ ຂະເຈົ້າບໍ່ໃຫ້ເຂົ້າ ໄປນໍ້າທາເຈົ້າ ແຂວງດຽວຫັ້ນແຫຼະ ແຂວງອື່ນໄດ້ເຈົ້າ."
ອີງຕາມຄນະສະເພາະກິຈ ໄດ້ຣາຍງານມາເຖິງປັຈຈຸບັນ ໃນລາວ ມີຜູ້ຕິດເຊື້ອພຍາດ ໂຄວິດ-19 ຮວມທັງໝົດ 39 ຄົນ, ປີ່ນປົວ ເຊົາ 26 ຄົນ ແລະ ອີກ 13 ຄົນກຳລັງ ປິ່ນປົວຢູ່ໂຮງໝໍ ມີຕພາບ 150 ຕຽງ.