ສຸຂອະນາມັຍ ແມ່ຍິງ ເດັກນ້ອຍ ມ.ສນາມໄຊ
2018.08.31
ເຈົ້າໜ້າທີ່ສາທາຣະນະສຸກ ແຂວງອັດຕະປື ຮ່ວມກັບອົງການ UNICEF ແລະອົງການເອກຊົນ ໃຫ້ຄວາມຮູ້ດ້ານ ໂພຊນາການ ແລະ ສຸຂອະນາມັຍ ແກ່ແມ່ຍິງແລະເດັກນ້ອຍ 1 ພັນ ປາຍຄົນ ຢູ່ເມືອງສນາມໄຊ ທີ່ໄດ້ຮັບ ຜົລກະທົບໜັກໜ່ວງ ຍ້ອນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ນໍ້າຖ້ວມ; ກວດສຸຂພາບ, ແຈກໄວຕາມິນ, ໃຫ້ອາຫານເສີມແລະໃຫ້ຄວາມຮູ້ເຣື່ອງການດູແລ ສຸຂອະນາມັຍນໍາດ້ວຍ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ເມືອງສນາມໄຊ ຕໍ່ RFA ໃນມື້ວັນທີ 30 ສິງຫານີ້:
"ກໍເປັນບັນຊີ ຂອງການໂພຊສາການ ແມ່ແລະເດັກຂັ້ນເມືອງ ແລະແຂວງຂະເຈົ້າ ໄດ້ລົງໄປເຮັດຕົວຈິງໃດ໋ ແທກນໍ້າໜັກ ແທກລວງສູງ ຮອບແຂນຕ່າງໆ ເຂົາກໍເຮັດແຕ່ລະຈຸດ ຄົນເບິດ 7-8 ຈຸດ ອົງການຢູນີແຊັຟ ມາແຈກອາຫານເສີມ ເຂົາກຈ່າຍໃຫ້ກິນ ເດັກນ້ອຍແຮງມັກ."
ມີເດັກນ້ອຍ 230 ປາຍຄົນທີ່ຂາດສານອາຫານ ມາດົນແລ້ວ. ເຈົ້າໜ້າທີ່ກໍໃຫ້ໄວຕາມິນ ພວກເດັກນ້ອຍເຫລົ່ານີ້ແລ້ວ ແລະຈະພຍາຍາມ ໃຫ້ພວກເຂົາ ໄດ້ຮັບໂພຊນາການ ທີ່ເປັນປະໂຫຍດ ທັງຊີ້ນແລະຜັກ.
ສໍາລັບແມ່ຍິງ ກໍໄດ້ຮັບສິ່ງທີ່ຈໍາເປັນ ເປັນຕົ້ນພວກຜ້າອະນາມັຍ ທີ່ໄດ້ຮັບການບໍຣິຈາກ ເປັນຈໍານວນຫຼວງຫຼາຍ. ທ່ານເວົ້າວ່າ ຫລັງຈາກ ໝົດຣະດູຝົນນີ້ ເຈົ້າໜ້າທີ່ສາທາຣະນະສຸກ ຕ້ອງໄດ້ສຸມໃສ່ ວຽກງານ ປ້ອງກັນແລະເຝົ້າຣະວັງ ການຣະບາດ ຂອງໂຣກຖອກທ້ອງ ຫລືໂຣຄອະຫິວາ ຕື່ມ ເພາະຍັງມີຫລາຍຄົນ ບໍ່ເອົາໃຈໃສ່ ເຣື່ອງຄວາມສະອາດ ເທົ່າທີ່ຄວນ:
"ຫຍູ້ງຍາກນີ້ສ່ວນຫລາຍ ຖ້າມັນຈະມີຄົນສ່ວນຫລາຍເນາະ ມັນບໍ່ພໍຈະປະຕິບັດ ນໍາກັບຄວາມສະອາດນັ້ນແຫລະເນາະ ໃນອະນາຄົດ ຢ້ານບ່ອນວ່າພຍາດ ພາຍຫລັງທີ່ເຮົາບໍາບັດ ໄປແລ້ວຍັງສິຕໍ່ ຟ້າລົມ ຢ້ານມັນສິເກີດພຍາດ ອະຫິວ່າ cholera ນີ້ເນາະ ແຕ່ໜ່ວຍງານ ທີມງານເຮົານີ້ ຕ້ອງໄດ້ເຝົ້າຣະວັງຕລອດ 24 ຊົ່ວໂມງ ຂັ້ນເມືອງຂັ້ນແຂວງ ນີ້ກໍເປັນຈຸດ 50 ກວ່າຄົນນີ້ແລ້ວ."
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດ ຈະໄດ້ຮັບການຊ່ວຍເຫລືອ ຈາກໜ່ວຍງານຕ່າງໆຢ່າງ ຫລວງຫລາຍແລ້ວຕໍຕາມ ແຕ່ຂະເຈົ້າຍັງຕ້ອງການຄວາມຮູ້ ດ້ານໂພຊນາການ ແລະ ສຸຂອະນາມັຍ ນໍາອີກ.