ນັກກິລາກັບຈາກຣັສເຊັຽ ຕິດເຊື້ອ ໂຄວິດ-19
2020.09.11

ເມື່ອວັນທີ 10 ກັນຍາ ນີ້, ເຈົ້າໜ້າທີ່ຄນະສະເພາະກິຈ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພຍາດປອດອັກເສບ ທີ່ເກີດຈາກເຊື້ອຈຸລະໂຣຄ ສາຍພັນໃໝ່ ໂຄວິດ-19 ໄດ້ກວດພົບ ນັກກິລາ ກອງທັບລາວ ຕິດເຊື້ອໄວຣັສໂຄວິດ-19 ຈຳນວນ 1 ຄົນ ອາຍຸ 29 ປີ, ເຊິ່ງເປັນທະຫານ ບັນຊາຣົດຖັງ ທີ່ເດີນທາງກັບມາຈາກ ການແຂ່ງຂັນ ກິລາ ທາງການທະຫານ ຢູ່ ສະຫະພັນ ທະຣັຖ ຣັສເຊັຽ ເຮັດໃຫ້ໂຕເລຂ ສະສົມຜູ້ຕິດ ເຊື້ອໄວຣັສໂຄວິດ-19 ໃນລາວເປັນ 23 ຄົນ. ດັ່ງທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງເອກອະທິບໍດີ ກົມຄວບຄຸມ ພຍາດຕິດຕໍ່, ກະຊວງສາທາຣະນະສຸຂ ໄດ້ຖແລງຂ່າວ ຕໍ່ສື່ມວນຊົນລາວ ຢູ່ສູນປະຕິບັດງານ ຂອງຄນະສະເພາະກິຈ ຄວບຄຸມໂຄວິດ-19 ໃນວັນທີ 11 ກັນຍາ ນີ້ວ່າ:
“ສະເພາະຢູ່ ສປປລາວ ເຮົາເອງມື້ນີ້, ພວກເຮົາກວດພົບເຊື້ອໃໝ່ ຈຳນວນ 1 ຄົນ, ເຊິ່ງເປັນກໍຣະນີນຳເຂົ້າໃໝ່ ມາຈາກປະເທດທີ່ມີການ ຣະບາດ. ສະນັ້ນ, ເພື່ອຈຳກັດການຣະບາດ ຂອງ ເຊື້ອພຍາດດັ່ງກ່າວ ຂໍໃຫ້ ບໍ່ໃຫ້ຂຍາຍເປັນວົງກວ້າງ ຈຶ່ງຂໍຮຽກຮ້ອງໃຫ້ ຈົ່ງຮ່ວມແຮງ ຮ່ວມໃຈກັນ ເປັນເຈົ້າການ ໃນການສືບຕໍ່ປະຕິບັດ ຕາມແຈ້ງການຕ່າງໆ.”
ທ່ານກ່າວຕື່ມວ່າ ຫຼັງຈາກທີ່ຜູ້ຕິດເຊື້ອຣາຍໃໝ່ ຄົນທີ 23 ຜູ້ນີ້ ໄດ້ສຳເຣັດການແຂ່ງຂັນກິລາ ທາງການທະຫານແລ້ວ, ກໍໄດ້ເດີນທາງມາ ຮອດປະເທດລາວ ແລ້ວເດີນທາງໄປ ສູນກັກໂຕ ຫຼັກ 27 ດ້ວຍຣົດເມ ແລະ ໄດ້ເກັບໂຕຢ່າງກວດຫາເຊື້ອ ໂຄວິດ-19 ຄັ້ງທີ 1 ໃນວັນທີ 8 ກັນຍາ ແລ້ວຜົລກວດອອກມາໃນວັນທີ 9 ກັນຍາ ພົບວ່າຜົລກວດຫາເຊື້ອໂຄວິດ-19 ບໍ່ຈະແຈ້ງ. ດັ່ງນັ້ນ, ໃນວັນທີ 10 ກັນຍາ ຈຶ່ງໄດ້ເກັບ ໂຕຢ່າງຄືນ ຄັ້ງທີ 2 ແລ້ວພົບເຊື້ອໂຄວິດ-19.
ທ່ານໝໍ ຢູ່ໂຮງໝໍມິຕພາບ ລາວ-ໂຊວຽດ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າ ວວິທຍຸເອເຊັຽເສຣີ ໃນວັນທີ 11 ກັນຍາ ນີ້ວ່າ ຜູ້ຕິດເຊື້ອໂຄວິດ-19 ຄົນທີ 23 ນີ້, ຖືກສົ່ງມາ ປິ່ນປົວ ຢູ່ໂຮງໝໍແຫ່ງນີ້ ທັນທີ ເມື່ອວັນທີ 10 ກັນຍາ ແລະ ຈະຕິດຕາມເບິ່ງອາການ ແລະ ປິ່ນປົວ ຈົນກວ່າຜົລກວດຫາເຊື້ອ ຈະເປັນລົບ ຈຶ່ງຈະອະນຸຍາດໃຫ້ຄືນ ເມືອດຳຣົງຊີວິຕທີ່ ເຮືອນ ໄດ້.
“ພວມຮັບມາມື້ວານນີ້. ຄົນເຈັບຜູ້ນີ້ ກະຈະຕິດຕາມຈົນກວ່າ ຜົລກວດເປັນລົບພຸ້ນແຫຼະ. ເອົາມາແຕ່ຜູ້ດຽວ ເພາະວ່າກວດພົບແຕ່ຜູ້ດຽວເດ. ນອກນັ້ນກະກຳລັງ ຢູ່ໃນໄລຍະກັກໂຕ ເຂົາເຈົ້າກວດໂຕຢ່າງໝົດແລ້ວ ໝົດທຸກຄົນ ເວລາເຂົາເຈົ້າມາຮອດນ່າ. ແຕ່ວ່າມີແຕ່ຜູ້ດຽວທີ່ວ່າ ພົບເຊື້ອ. ມື້ນີ້ ຜູ້ທີ 23 ຜູ້ຫຼ້າສຸດນີ້.”
ທ່ານກ່າວຕື່ມວ່າ ສຳລັບຜູ້ທີ່ສັມຜັດໃກ້ຊິດ ໃນຈຳນວນຜູ້ໂດຍສານ 101 ຄົນ ນັ້ນ, ຖືວ່າມີຄວາມສ່ຽງທັງໝົດ ແລະ ໄດ້ເກັບໂຕຢ່າງກວດ ຫາເຊື້ອໂຄວິດ-19 ກໍບໍ່ພົບເຊື້ອໂຄວິດ-19 ແຕ່ຢ່າງໃດ ຈຶ່ງຕ້ອງຕິດຕາມອາການ ຢູ່ສູນກັກບໍຣິເວນຫຼັກ 27 ຈົນຄົບ 14 ມື້.
ຊາວບ້ານ ຢູ່ບ້ານດົງສະຫວາດ, ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ເວົ້າວ່າ ພາຍຫຼັງທີ່ຮູ້ຂ່າວວ່າ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ໃນປະເທດລາວ ກໍບໍ່ໄດ້ຮູ້ສຶກ ກັງວົນຫຍັງ ເນື່ອງຈາກໂຕເອງ ປົກປ້ອງດີທີ່ສຸດຢູ່ແລ້ວ ທັງຫຼີກເວັ້ນບ່ອນທີ່ແອອັດ ແລະ ໝັ່ນນລ້າງມືດ້ວຍນ້ຳຢາ ຂ້າເຊື້ອເລື້ອຍໆ.
“ປົກກະຕິໄທເຮົາ ກະປ້ອງກັນໂຕເອງຢູ່ແລ້ວ ບໍ່ໄດ້ໄປທ່ຽວໃສ. ຄອບຄົວບໍ່ຄ່ອຍອອກບ້ານ ຕ້ອງໃສ່ຜ້າປິດປາກ-ປິດດັງ ມີເຈລລ້າງມື ເພາະວ່າຣັຖບານລາວ ກະປິດບ້ານປິດເມືອງ. ຮ້ານອາຫານ ລະກະຮ້ານບັນເທີງ ກະປິດສ່ວນຫຼາຍ. ກະປົກກະຕິແບບນີ້ ຕ້ອງປ້ອງກັນ ໂຕເອງແບບນີ້. ກະຊິປະມານນັ້ນແຫຼະ ເພາະວ່າເຮົາກະບໍ່ຢາກ ໃຫ້ມັນມີບັນຫາເນາະ ກະຕ້ອງເຮັດຕາມ ກົດຣະບຽບ.”
ຂະນະທີ່ຊາວບ້ານ ທີ່ອາສັຍຢູ່ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ ຜູ້ຂໍສງວນນາມ ອີກທ່ານນຶ່ງ ກໍເວົ້າວ່າ ປັດຈຸບັນ, ໂຕເອງກໍເປັນ ເຈົ້າການ ເຝົ້າຣະວັງການແຜ່ຣະບາດ ຂອງເຊື້ອ ໄວຣັສ ໂຄວິດ-19 ຄືເກົ່າ, ໂດຍສະເພາະ ການຮັກສາໄລຍະ ຫ່າງທາງສັງຄົມ ເມື່ອ ມີພິທີທີ່ສຳຄັນທາງສາສນາຕ່າງໆ.
“ດຽວນີ້ພວກເຮົາກະເຝົ້າຣະວັງ ຄືເກົ່າຫັ້ນແຫຼະ ພວກເຮົາກະຮັກສາ ໃນໄລຍະຫ່າງ ເຈົ້າເຮັດບຸນສິນກິນທານ ຫຍັງກະແລ້ວແຕ່. ລະກະ ຫ້າມບໍ່ໃຫ້ ມີການເສບ ຄົບຫງອກຄົບງັນຫຍັງ ຕ່າງໆ, ຫັ້ນນ່າ. ພວກເຮົາໄດ້ສືບຕໍ່ປະຕິບັດ ຢ່າງເຂັ້ມງວດເນາະ. ບ້ານເຮົາແທ້, ມັນກະ ເຝົ້າຣະວັງ ມາແຕ່ທຳອິດພຸ້ນແຫຼະ ເພາະວ່າພວກເຮົາກະໄດ້ ປະຕິບັດຕາມຄຳສັ່ງ ຂອງທ່ານນາຍົກ ເລຂທີ 06 ຫັ້ນແຫຼະ ມາຕລອດ.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງສີສັຕນາາຄ ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕຳແໜ່ງກໍກ່າວວ່າ ຫ້ອງການສາທາເມືອງ ຍັງຄົງສືບຕໍ່ມາຕການ ໃນການປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ຢ່າງເຂັ້ມງວດ, ໂດຍເອົາວິທີ ປ້ອງກັນໂຕເອງ ຈາກໂຄວິດ-19 ໄປເຜີຍແຜ່ ໃນກອງປະຊຸມ ຫຼືໃນເວລາກວດຄົນເຈັບ ຢູ່ໂຮງໝໍ.
“ມາຕການຍັງຄືເກົ່າ. ຜູ້ໃດໄຂ້ ຜູ້ໃດຫຍັງກະເຮັດຫຍັງ ກະມີກອງປະຊຸມມີຫຍັງ ກະມີການວັດແທກອຸນຫະພູມ ມີຫຍັງຕ່າງໆຫັ້ນແຫຼະ. ເຣື່ອງການສັມຜັດ ຄົນທີ່ມາກວດມາຫຍັງ ກະລ້າງມືໃສ່ຜ້າອັດປາກ. ໄທເຮົາກະໄດ້ແນະນຳ ກັບຄົນເຈັບ ທີ່ມາໃຊ້ບໍຣິການນຳເຮົາເນາະ ກະໃຫ້ປ້ອງກັນມ້ຽນ. ເຖິງວ່າມັນບໍ່ມີເປັນຈຳນວນຫຼາຍ, ແຕ່ວ່າເຮົາກະຕ້ອງໄດ້ປ້ອງກັນ ເຮົາກະໄດ້ໃຫ້ຄວາມຮູ້ໄປພ້ອມ.”
ຂະນະດຽວກັນ, ເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ ປກສ ກໍໄດ້ແບ່ງເວນຍາມ ຕາມດ່ານປະເພນີຢ່າງເຂັ້ມງວດ, ໂດຍສະເພາະ ຢູ່ເມືອງຫ້ວຍຊາຍ, ເມືອງຜາອຸດົມ ແລະ ເມືອງປາກທາ ທີ່ເປັນກຸ່ມເມືອງສ່ຽງ ທີ່ຈະມີຄົນລັກລອບຂີ່ເຮືອ ເຂົ້າມາລາວ. ຖ້າຫາກ ເຈົ້າໜ້າທີ່ ຈັບຜູ້ລັກລອບຂີ່ເຮືອເຂົ້າມາລາວໄດ້ ກໍຈະປະສານຫາເຈົ້າໜ້າທີ່ ສາທາຣະນະສຸຂ ເກັບໂຕຢ່າງຜູ້ກ່ຽວ ກວດຫາເຊື້ອໄວຣັສໂຄວິດ-19 ແລະ ໃຫ້ຜູ້ກ່ຽວກັກໂຕເອງ ຢູ່ສູນກັກ ບໍຣິເວນ ເປັນເວລາ 14 ມື້ ທີ່ທາງການແຂວງ ຈັດໄວ້ໃຫ້ແລ້ວ.
“ສ່ວນຫຼາຍພວກຂີ່ເຮືອນີ້ແຫຼະ ເຂົາເຈົ້າຂ້າມມັນກະມີຫຼາຍຈຸດ ທີ່ຂ້າມນ່າ. ສົມມຸດວ່າເນາະ ມັນຈະຂ້າມຢູ່ແຖວຕົວເມືອງຫ້ວຍຊາຍ ກັບເມືອງປາກທາ ກັບຜາອຸດົມນີ້ແຫຼະ. ມີມື້ນັ້ນ, ເຂົາເຈົ້າກະໂທເອົາໜ່ວຍ ສະເພາະກິຈ ຂອງໂຮງໝໍແຂວງ ໄປເຈາະເອົາເລືອດ ລະກະລົງໄປກວດຄືກັນ. ໂຕຢ່າງວ່າ ຄັນພວກເຮົາຮູ້ປຶບ, ພວກເຮົາກະໄປກັກໂຕ ເຂົາເຈົ້າໄວ້ 14 ວັນ.”
ກ່ຽວກັບກຸ່ມທະຫານລາວ ທີ່ເດີນທາງໄປຮ່ວມແຂ່ງຂັນກິລາ ທາງການທະຫານ ທີ່ປະເທດຣັສເຊັຽ ແລ້ວເດີນທາງກັບຄືນມາ ປະເທດລາວ ນັ້ນມີທັງໝົດ 101 ຄົນ ປະກອບໄປດ້ວຍ ນັກກິລາ ທະຫານ 42 ຄົນ, ນັກຮຽນທະຫານ 43 ຄົນ, ຈຸບິນ 7 ຄົນ, ແພດ 4 ຄົນ ແລະ ນັກສຶກສາ ຝ່າຍປົກຄອງພົລເຮືອນ 5 ຄົນ ທີ່ເດີນທາງຮ່ວມກັບຜູ້ຕິດເຊື້ອຄົນທີ 23 ແລະ ທັງໝົດ ຖືກຕິດຕາມອາການ ທີ່ສູນກັກບໍຣິເວນ ຫຼັກ 27 ຢູ່.
ສ່ວນຣາຍລະອຽດກ່ຽວກັບ ການເດີນທາງ ຂອງຜູ້ຕິດເຊື້ອໄວຣັສໂຄວິດ-19 ນັ້ນ, ໃນວັນທີ 8 ສິງຫາ ທ່ານເປັນ 1 ໃນຄນະນັກກິລາ ທະຫານກອງທັບລາວ ໄດ້ເດີນທາງໄປ ປະເທດ ຣັສເຊັຽ. ເວລາຢູ່ຣັສເຊັຽ ໃນວັນທີ 26 ສິງຫາ, ທ່ານກໍມີອາການໄຂ້ຄີງຮ້ອນ, ແຕ່ເມື່ອ ໄດ້ກິນຢາຈາກແພດ ອາການກໍດີຂຶ້ນ. ຕົກມາວັນທີ 7 ກັນຍາ ທ່ານ ແລະ ຄນະນັກກິລາທະຫານ ກອງທັບລາວ ໄດ້ເດີນທາງກັບ ແລະ ເຖິງປະເທດລາວ ໃນວັນທີ 8 ກັນຍາ. ຕລອດການເດີນທາງກັບມາລາວ ທ່ານກໍໄດ້ໃສ່ຊຸດປ້ອງກັນໂຕຕລອດ ແລະ ຈົນມາເຖິງວັນທີ 10 ກັນຍາ ຈຶ່ງກວດພົບວ່າ ຕິດເຊື້ອໄວຣັສໂຄວິດ-19 ເປັນຜູ້ທີ 23.
ປັດຈຸບັນ, ຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ໃນລາວ ມີທັງໝົດ 23 ຄົນ ໃນນັ້ນ, ປິ່ນປົວເຊົາແລ້ວ 21 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ 2 ຄົນ ຈາກການເກັບໂຕຢ່າງມາກວດທັງໝົດ 43,597 ຄົນ.