ບໍ່ພູເບັ້ຽປິດ ຄົນງານຕິດເຊື້ອ ໂຄວິດ-19

ໄຊຍາ
2020.04.10
F-PhouBia ບໍຣິສັດ ພູເບັ້ຽ ມາຍນິງ ຈຳກັດ ຢຸດການຜລິດ ບໍ່ແຮ່ຄຳ-ທອງ ຢູ່ແຂວງໄຊສົມບູນ ຊົ່ວຄາວ
ຮູບຈາກ ນັກຂ່າວພົລເມືອງ

ບໍຣິສັດ ພູເບັ້ຽມາຍນິງຈຳກັດ ຢຸດການຜລິດ ບໍ່ແຮ່ຄຳ-ທອງ ຢູ່ແຂວງໄຊສົມບູນ ຊົ່ວຄາວພາຍຫຼັງທີ່ພະນັກງານບໍຣິສັດສອງຄົນໄດ້ສະແດງ ອາການແລະເຂົ້າກວດຢູ່ ໂຮງໝໍມິດຕະພາບ ໄດ້ຮັບການຢັ້ງຢືນວ່າ ຕິດເຊື້ອພຍາດໂຄວິດ-19 ເມື່ອວັນທີ 05-06 ເມສາ 2020 ທີ່ຜ່ານມາ. ຕໍ່ກໍຣະນີດັ່ງກ່າວ ທາງບໍຣິສັດ ໄດ້ຈັດສັນໃຫ້ພະນັກງານ ທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອນັ້ນ ແຍກດ່ຽວແລະກັກໂຕເອງ ເພື່ອຕິດຕາມເຝົ້າຣະວັງ ອາການ 14 ມື້.

ນອກຈາກນີ້ ທາງບໍຣິສັດຍັງສັ່ງໃຫ້ພະນັກງານ ທັງໝົດເຖິງແມ່ນວ່າຈະບໍ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອ ໃຫ້ກັກໂຕເອງພາຍໃນບ້ານພັກ ທີ່ບໍຣິສັດ ຈັດສັນໄວ້ໃຫ້ ຢູ່ແຂວງໄຊສົມບູນ. ດັ່ງ ທ່ານ ຊອນ ເມັຊຊີ ໄດ້ໃຫ້ ສັມພາດຕໍ່ສູນຂ່າວສານການແພດ ສຸຂສຶກສາ ໃນວັນທີ 07 ເມສາວ່າ:

"ພວກເຮົາພຍາຍາມເຮັດວຽກເພື່ອຊອກຫາຂໍ້ມູນວ່າ ພະນັກງານຜູ້ໃດແດ່ ທີ່ພົວພັນໃກ້ຊິດກັບຜູ້ຕິດເຊື້ອໄວຣັສ ແລະແນະນຳໃຫ້ພະນັກງານ ເລົ່ານັ້ນແຍກດ່ຽວ ແລ້ວກັກໂຕເອງຢູ່ສະເພາະບ້ານພັກ ແລະ ຫໍພັກ ຂອງໂຕເອງ."

ທ່ານໄດ້ກ່າວຕື່ມວ່າ ພະນັກງານທີ່ຕິດເຊື້ອຄົນທຳອິດຂອງບໍຣິສັດ ເປັນເພດຊາຍສັນຊາດ ປາປົວນີວກີເນັຽ ອາຍຸ 55 ປີ ຢັ້ງຢືນວ່າຕິດເຊື້ອ ໃນວັນທີ 05 ເມສາ ເປັນກໍຣະນີທີ 11. ຄົນທີສອງເປັນເພດຊາຍອາຍຸ 40 ປີ ຢູ່ບ້ານດອນກອຍເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຢັ້ງຢືນວ່າຕິດເຊື້ອໃນວັນທີ 06 ເມສາ.ປັດຈຸບັນ ທັງສອງໄດ້ເຂົ້າຮັບການປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ຕໍ່ກໍຣະນີ ພະນັກງານພູເບັ້ຽ ມາຍນີງ ຕິດເຊື້ອ ເຈົ້າໜ້າທີ່ຜແນກພລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 10 ເມສາ ວ່າ: ຕອນນີ້ ເຂດພູເບັ້ຽ ມາຍນິງ ໄດ້ປີດຊົ່ວຄາວ ຫ້າມບໍ່ໃຫ້ ມີການເຂົ້າ-ອອກໂດຍບໍ່ໄດ້ຮັບອະນຸຍາດ.

"ຢູ່ເຂດພູເບັ້ຽຫັ້ນຄົນໃນຫ້າມອອກຄົນນອກຫ້າມເຂົ້າ ວຽກນັ້ນກໍຢຸດເຮັດແລ້ວ ກາຊຸມທີ່ຢູ່ໃນເຂົາພັກຫໍໃຜຫໍມັນ ເຂົາບໍ່ໃຫ້ອອກແລ້ວຖືກກັກໂຕ ໃນຫັ້ນເລີຍກຳມະກອນພະນັກງານ ຢູ່ຫັ້ນກັກໝົດເລີຍ, ບໍ່ທັນໄດ້ ມີການເປີດເທື່ອເບີ່ງຕາມສະພາບຄວາມເປັນຈິງແລ້ວມັນໄຄຂຶ້ນພຸ້ນແລ້ວ ກໍຈັ່ງສິເປີດປົກກະຕິ."

ໃນຂນະທີ່ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ອອກແຈ້ງການ ເຣື່ອງການປິດການດຳເນີນກິຈການ ໂຮງງານຂຸດຄົ້ນປຸງແຕ່ງບໍ່ແຮ່ທາດ ແລະ ບັນດາ ໂຄງການສ້າງເຂື່ອນຊົ່ວຄາວ ໃນຣະວ່າງວັນທີ 01-19 ເມສາ 2020 . ເມື່ອວັນທີ 05 ເມສາ ຜ່ານມາ.

ໃນເມື່ອເກີດເຫດການດັ່ງກ່າວ ປະຊາຊົນແຂວງໄຊສົມບູນ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 10 ເມສາ ວ່າຕອນນີ້ທາງແຂວງໄຊສົມບູນສັ່ງປີດ ຫ້າມເຂົ້າ-ອອກ ມີເຈົ້າໜ້າທີ່ກວດກາຢ່າງເຂັ້ມງວດ.

"ຂັ້ນເທິງເພິ່ນແຈ້ງການໃຫ້ປິດໝົດດ່ານ ຢູ່ທາງເຂົ້າມາໝົດເລີຍມີ ຫລາຍດ່ານຢູ່ໃດເອີ ຢ້ານຢູ່ແຕ່່ວ່າກາຍັງບໍ່ໄດ້ມີຫຍັງ ກາສິເປັນຢູ່ທາງໃນ ເຮົານີ້ແມ່ນມີແຕ່ ຂ່າວຢູ່ພູເບັ້ຽນັ້ນແລ້ວ ເຂົາເຈົ້າລະປິດທາງພຸ້ນ ບໍ່ໃຫ້ ຄົນເຂົ້າມາເລີຍ."

ຕໍ່ມາຕຕະການປ້ອງກັນການແຜ່ຣະບາດ ທ່ານ ບົວເກດ ວົງປະເສີດ ຫົວໜ້າຜແນກສາທາຣະນະສຸກ ແຂວງໄຊສົມບູນໄດ້ໃຫ້ສັມພາດຕໍ່ສູນ ຂ່າວສານສຸຂສຶກສາ ເມື່ອວັນທີ 07 ເມສາ ວ່າ: ພະນັກງານຂອງ ບໍຣິສັດ ພູເບັ້ຍມາຍນິງ ຈຳນວນ 723 ຄົນ ມີຄວາມສ່ຽງ ຕິດເຊື້ອສູງ ປັດຈຸບັນກຳລັງຕິດຕາມມາກວດຫາເຊື້ອ.

"ຢູ່ໃນແຂວງໄຊສົມບູນ ຂອງພວກເຮົາພະນັກງານຕ່າງປະເທດແລ້ວ ກາທາງພາຍໃນແຂວງຖືວ່າມີຢູ່ 723 ກໍຣະນີທີ່ນອນຢູ່ໃນຄວາມສ່ຽງ ພວກເຮົາກໍໄດ້ຈຳກັດທີ່ຢູ່."

ປັດຈຸບັນຈຳນວນ 723 ຄົນ ໃນນີ້ມີ 4 ຄົນນອນຢູ່ໂຮງໝໍແຂວງໄຊສົມບູນ ກຳລັງເຝົ້າຣະວັງຕິດຕາມອາການຢ່າງໃກ້ຊິດ ແລະ ອີກສາມຄົນ ທີ່ຖືກສົ່ງໄປໂຮງໝໍມິດຕະພາບ ແລະຕິດເຊື້ອສອງຄົນ ຄື ຄົນລາວ ແລະ ປາປົວນີວກິເນັຍ.

ຣາຍງານຫຼ້າສຸດຈາກຄນະສະເພາະກິດ ໃນວັນທີ 09 ເມສາ ຜ່ານມາບໍ່ມີຜູ້ຕິດເຊື້ອພຍາດໂຄວິດ-19 ເພີ່ມ ຮວມຜູ້ຕິດເຊື້ອທັງໝົດ 16 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.