ຊາວລາວຂໍທາງການ ໃຫ້ເພີ້ມ ສະກັດກັ້ນ ໄຂ້ຍຸງລາຍ

ມະນີຈັນ
2020.07.29
F-Dengue ຄົນປ່ວຍເປັນໄຂ້ເລືອດອອກ ທີ່ເຂົ້່າໄປປິ່ນປົວ ຢູ່ໂຮງໝໍ ແຂວງຈໍາປາສັກ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນລາວ ຢາກໃຫ້ເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຕ່ລະແຂວງ ເພີ່ມມາຕການສະກັດກັ້ນ ການແຜ່ຣະບາດ ຂອງພຍາດໄຂ້ຍຸງລາຍ ຫລາຍຂຶ້ນຕື່ມອີກ ຫລັງຈາກມີຣາຍງານວ່າ ມີຜູ້ເສັຽຊີວິດຍ້ອນໄຂ້ຍຸງລາຍ ເພີ່ມເປັນ 9 ຄົນແລ້ວ.

ນັບຕັ້ງແຕ່ທ້າຍປີ 2019 ມາຮອດປັດຈຸບັນ ທົ່ວປະເທດ ກວດພົບຜູ້ຕິດເຊື້ອພຍາດນີ້ແລ້ວ 3,799 ຄົນ. ແຕ່ຊາວບ້ານ ຢູ່ຫລາຍທ້ອງຖິ່ນ ເຫັນວ່າ ທີ່ຜ່ານມາ ການລົງພື້ນທີ່ປ້ອງກັນ ພຍາດຍຸງລາຍ ຂອງເຈົ້າໜ້າທີ່ ຍັງບໍ່ທັນທົ່ວເຖິງເທົ່າທີ່ຄວນ, ອີງຕາມຄໍາເວົ້າຂອງ ຊາວນະ ຄອນຫລວງວຽງຈັນ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 28 ກໍຣະກະດາ ນີ້:

“ຍັງນະ ຍັງບໍ່ທັນເຫັນມາພົ່ນ ແມ່ນຫຍັງເທື່ອ ຄັນເວົ້າແທ້ນີ໊ ແຕ່ລະຣະດູການ ມັນເກີດຂຶ້ນນີ໋ ຍາມໃດນີ໋ກໍຄວນຮູ້ຈັກ ແລ້ວກໍຄວນປ້ອງກັນ ໄວ້ກ່ອນ ຊັກຊ້າຫລາຍນະ ຈົນມັນເກີດແລ້ວ ຈຶ່ງຄ່ອຍເຮັດຫັ້ນນະ.”

ທ່ານເວົ້າຕື່ມວ່າ ປັດຈຸບັນນີ້ ຕົນ ແລະເພື່ອນບ້ານໃກ້ຄຽງ ໄດ້ເຮັດການປ້ອງກັນ ການວາງໄຂ່ຂອງຍຸງລາຍ ໂດຍວິທີການທໍາຣາຍ ໜອນນໍ້າ ແລະ ບໍ່ໃຫ້ມີບ່ອນທີ່ນໍ້າອັ່ງ. ແຕ່ກໍຈະບໍ່ ສາມາດເຮັດໄດ້ດົນ ຍ້ອນຝົນຕົກແຕ່ລະເທື່ອ ມີນໍ້າອັ່ງຢູ່ຕລອດ ສົ່ງຜົລໃຫ້ຍຸງລາຍ ກັບມາວາງໄຂ່ ໄດ້ເໝືອນເດີມ. ຖ້າຫາກວ່າ ເຈົ້າໜ້າທີ່ ລົງມາສີດພົ່ນຢາ ຂ້າຍຸງລາຍໃຫ້ແຕ່ລະບ້ານ ຢ່າງທົ່ວເຖິງ ກໍຈະປ້ອງກັນການແຜ່ຣະບາດ ຂອງ ເຊື້ອພຍາດນີ້ ໄດ້ດີກວ່າເກົ່າ.

ແລະຊາວແຂວງບໍຣິຄໍາໄຊ ນາງນຶ່ງກໍເວົ້າວ່າ ປັດຈຸບັນ ປະຊາຊົນຢູ່ແຂວງບໍລິຄໍາໄຊ ຮູ້ສຶກຢ້ານພຍາດໄຂ້ຍຸງລາຍ ຫຼາຍຂຶ້ນຍ້ອນມີຜູ້ຕິດ ເຊື້ອຢູ່ໃນແຂວງນີ້ ເພີ່ມຂຶ້ນເປັນອັນດັບ 2 ຂອງປະເທດ ຄືເປັນຮອງຈາກນະຄອນຫລວງວຽງຈັນ. ແຕ່ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ຍັງເຮັດວຽກປ້ອງກັນຍຸງລາຍ ໄດ້ບໍ່ດີເທົ່າທີ່ຄວນ ເນື່ອງຈາກຫລາຍທ້ອງຖິ່ນ ຍັງບໍ່ມີ ເຈົ້າໜ້າທີ່ ລົງໄປພົ່ນຢາຂ້າຍຸງລາຍ:

“ກໍຢ້ານກໍ໋ ຢ້ານເປັນ ບໍ່ມີແນວກັນນະ ຄັນມີແນວກັນກະອັນນັ້ນຢູ່ ບໍ່ ບໍ່ເຮັດສີດໄປຕາມເຮືອນຊານ ແຕ່ລະຄອບຄົວ ເບິ່ງນໍາເຮືອນຊານ ສິບໍ່ທັນເຫັນ ກໍມີຢູ່ຍຸງທັ້ນ ບ້ານເອື້ອຍນີ໋ນະ ກະມີຍຸງຫລາຍຢູ່.”

ແຂວງ ໄຊຍະບູຣີ ກໍເປັນອີກແຂວງນຶ່ງ ທີ່ມີຜູ້ຕິດເຊື້ອ ໄຂ້ຍຸງລາຍຫລາຍ ແລະເຄີຍມີຜູ້ເສັຽຊີວິດແລ້ວ 1 ຄົນ. ປັດຈຸບັນ ຜູ້ທີ່ມີອາການ ເປັນໄຂ້ ສ່ວນໃຫຍ່ ບໍ່ມັກໄປກວດຫາເຊື້ອ ໄຂ້ຍຸງລາຍ ຢູ່ໂຮງໝໍເມືອງ ຫຼື ໂຮງໝໍແຂວງ, ມີແຕ່ຊື້ຢາຕາມຮ້ານ ຂາຍຢາມາກິນເອງ ແລ້ວກໍນອນພັກຢູ່ບ້ານ ເຮັດໃຫ້ການແຜ່ຣະບາດ ຂອງເຊື້ອພຍາດໄຂ້ຍຸງລາຍ ຍັງໜ້າເປັນຫ່ວງຢູ່. ເຈົ້າຂອງຮ້ານຂາຍຢາ ຢູ່ແຂວງ ໄຊຍະບູຣີ ທ່ານນຶ່ງ ກ່າວວ່າ:

“ຢູ່ພີ້ຣະບາດແທ້ ແຕ່ວ່າຄັນພວກເຂົາເຈົ້າ ບໍ່ຢາກໄປ ເຮົາກະໄດ້ໃຫ້ກິນນໍ້າທະເລຝຸ່ນ ເຮົາກະໃຫ້ຢາໄປພ້ອມ ປາຣາເຊຕາໂມນ ແມ່ນຫຍັງໄປພ້ອມ ຄັນຂະເຈົ້າບໍ່ຢາກໄປແທ້ໆ ກະຂາຍ ນໍ້າທະເລຝຸ່ນ ໃຫ້ຂະເຈົ້າເລີຍ ບໍ່ຍາກເທື່ອ ຍັງບໍ່ເປັນແຮງ.”

ເຈົ້າໜ້າທີ່ຂແນງ ສາທາຣະນະສຸຂ ທ່ານນຶ່ງກ່າວວ່າ ການແຜ່ຣະບາດ ຂອງພຍາດໄຂ້ຍຸງລາຍ ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອຫຼາຍ ຊຶ່ງ ສ່ວນໃຫຍ່ເປັນຍ້ອນຜູ້ຕິດເຊື້ອພຍາດນີ້ ບໍ່ມັກໄປປິ່ນປົວຢູ່ໂຮງໝໍ ເຮັດໃຫ້ຫລາຍຄົນ ບໍ່ເຊົາງ່າຍ ໃນຂນະທີ່ທາງກະຊວງສາທາຣະນະສຸຂ ກໍໄດ້ເອົາໃຈໃສ່ ປ້ອງກັນການແຜ່ຣະບາດ ນັ້ນສເມີມາ:

“ກໍຍ້ອນວ່າຄວາມປມາດ ຂອງຄົນເຈັບຫັ້ນແຫຼະ ທີ່ວ່າເປັນແລ້ວ ບໍ່ໄປໂຮງໝໍ ໄປຊື້ຢາກິນເອງຫັ້ນນ່າ. ເປັນແນວນີ້ ກະຖືວ່າພວກເຮົາ ມີສະກັດກັ້ນ ທາງ ກະຊວງເພິ່ນ ກະສົ່ງແຈ້ງການ ໃຫ້ແລ້ວທາງແຂວງເຮົາ ກະລົງແຈ້ງການໃຫ້ບັນດາ ເມືອງຫັ້ນແຫຼະ ເພື່ອປ້ອງກັນ ສະກັດກັ້ນ ໄດ້ກວດໜອນນໍ້າ ທຸກໆຄົວເຮືອນ ແລ້ວກໍໄດ້ເຮັດ ລົງສຸຂສຶກສາ ເຮັດອະນາມັຍ.”

ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຣາຍງານມື້ວັນທີ 27 ກໍຣະກະດາ ນີ້ວ່ານັບຕັ້ງແຕ່ທ້າຍປີ 2019 ມາຮອດປັດຈຸບັນ ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຈໍານວນ 3,799 ຄົນ. ໃນນັ້ນ ເສັຽຊີວິດໄປ 9 ຄົນ ຊຶ່ງກໍຣະນີລ່າສຸດ ເກີດຂຶ້ນເມື່ອວັນທີ 26 ກໍຣະກະດາ 2020 ນີ້ ຢູ່ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ.

ແຂວງທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫລາຍທີ່ສຸດ ຄື ນະຄອນຫລວງວຽງຈັນ 821 ຄົນ. ໃນນັ້ນເສັຽຊີວິດ 4 ຄົນ. ຮອງລົງມາ ແມ່ນແຂວງ ບໍລິຄໍາໄຊ ທີ່ມີຜູ້ຕິດເຊື້ອ 475 ຄົນ. ໃນນັ້ນເສັຽຊີວິດ 2 ຄົນ ແລະອັນດັບ 3 ແມ່ນແຂວງ ວຽງຈັນ ຊຶ່ງມີຜູ້ຕິດເຊື້ອ 421 ຄົນ.

ແຂວງທີ່ມີຜູ້ຕິດເຊື້ອພຍາດນີ້ ໜ້ອຍທີ່ສຸດ ແມ່ນແຂວງ ຊຽງຂວາງ ຄືມີ 1 ຄົນ ແລະໄດ້ເສັຽຊີວິດແລ້ວ.

ອີງຕາມຂໍ້ມູນ ຂອງກະຊວງສາທາຣະນະສຸຂ, ປີ 2019 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 38,000 ປາຍຄົນ ແລະ ເສັຽຊີວິດ 74 ຄົນ. ໃນປີ 2013 ທົ່ວປະເທດ ມີຜູ້ຕິດ ເຊື້ອໄຂ້ຍຸງລາຍ ຫລາຍເຖິງ 44,237 ຄົນ ແລະເສັຽຊີວິດ 95 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.