ສາກົນຮຽກຮ້ອງໃຫ້ປິດ ຟາມລ້ຽງ ເສືອ ຢູ່ລາວ

ສຸພັດຕາ
2018.02.09
F-Tiger ເສືອໂຄ່ງ ທີ່ທາງມູລນິທິເພື່ອນສັດປ່າ ຊ່ອຍເຫຼືອໄດ້ ແລະນໍາມາຮັກສາໄວ້
photo credit: Wildlife Friends Foundation Thailand / Screen captured

ອົງການອະນຸຮັກສັດປ່າ ຮຽກຮ້ອງໃຫ້ທາງການລາວ ປິດຟາມເສືອທັງໝົດ ໃນປະເທສ ຕາມທີ່ໄດ້ຕົກລົງໄວ້ ໃນສົນທິສັນຍາ ໄຊເຕັສ ເມື່ອປີ 2016 ອົງການຄຸ້ມຄອງສັດປ່າໂລກ ລະບຸວ່າປະເທສລາວ ເປັນສູນກາງຄ້າສັດປ່າ ທີ່ໃຫຍ່ທີ່ສຸດໃນເອເຊັຽ, ດັ່ງທ່ານ ເອັດວິນ ວິຄ ຜູ້ກໍ່ຕັ້ງ ສູນອະນຸຮັກແລະວິຈັຍສັດປ່າ ໃນຣະດັບພາກພື້ນເອຊຽນ ຫຼື WFF ກ່າວວ່າ:

"ທ່ານວ່າ ເຮົາກຳລັງຮ່າງໜັງສື ທີ່ກຳລັງເປັນປະເດັນຮ້ອນຢູ່ ທີ່ກ່ຽວກັບເສືອໂຄ່ງ ຢູ່ສອງເຣື້ອງ ເຣື້ອງທຳອິດ ຄືການຂ້າເສືອໂຄ່ງ ແບບຜິດ ກົດໝາຍ, ເຣື້ອງທີ່ສອງ ໃຫ້ທາງການລາວ ເຮັດຕາມທີ່ຂະເຈົ້າຮັບປາກ ເມື່ອສອງປີທີ່ແລ້ວ ວ່າຈະປິດຟາມເສືອ ທົ່ວປະເທສທັງໝົດ ຕາມທີ່ ໄດ້ຣະບຸໄວ້ ໃນປະຊຸມ ອະນຸສັນຍາໄຊເຕັສ ທີ່ປະເທສ ອາຝຣິກາໃຕ້ ເດືອນກັນຍາ ເປັນ 2 ປະເດັນ ເພາະວ່າຟາມເສືອໃຫຍ່ໆ ຢ່າງນ້ອຍມີ 4-5 ແຫ່ງ ປັຈຸບັນນີ້ ຍັງບໍ່ມີການປິດອີຫຍັງທັ້ງສິ້ນ.”

ຂໍ້ຮຽກຮ້ອງນີ້ມີຂຶ້ນຍ້ອນວ່າ ຣັຖບານລາວ ບໍ່ໄດ້ເອົາຈິງເອົາຈັງໃນການຄຸ້ມຄອງສັດປ່າ ໂດຍສະເພາະເສືອ ປັຈຸບັນ ສປປ ລາວ ມີຟາມເສືອ ເຖິງ 5 ແຫ່ງຄືຟາມເສືອໂຄ່ງ ຢູ່ບ້ານທ່າແຂກ ແຂວງຄຳມ່ວນ, ຟາມເສືອໂຄ່ງ ໃນແຂວງວຽງຈັນ, ຟາມເສືອໂຄ່ງ ທີ່ເມືອງບໍ່ເຕັນ ແຂວງ ຫຼວງນໍ້າທາ ແລະຟາມເສືອໂຄ່ງ ອີກ 2 ແຫ່ງ ໃນເຂດເສຖກິດພິເສດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນອກຈາກນີ້ແລ້ວ ກໍຍັງມີຟາມເສືອ ຂນາດນ້ອຍໆ ຫຼາຍໆແຫ່ງ.

ທ່ານ ເອັດວິນ ເປີດເຜີຍວ່າ ປັຈຸບັນເສືອໃນຟາມຢູ່ລາວ ມີຢູ່ທັງໝົດ ເກືອບ 800 ໂຕ ແລະເສືອເລົ່ານີ້ ມີຈຸດປະສົງລ້ຽງເພື່ອຂາຍ ທັງມີ ຊີວິດ ຫຼືຂ້າເອົາສະເພາະອະວັຍວະ ທາງໃນໄປຂາຍຢູ່ຈີນ ຊຶ່ງເຣື້ອງເລົ່ານີ້ ຖືວ່າຜິດຕໍ່ສົນທິສັນຍາ ໄຊເຕັສ. ດັ່ງທ່ານກ່າວ ຕື່ມວ່າ:

“ທ່ານວ່າ 700 ກວ່າໂຕ 800 ໂຕ ລ້ຽງເພື່ອໄປຂາຍ ເອົາກະດູກ, ເອົາອະວັຍວະເພດ ແລ້ວກໍເອົາໜັງ, ເອົາຊີ້ນໄປໃຫ້ຈີນອີກ ມັນກໍເປັນ ສິ່ງຜິດກົດ ອະນຸສັນຍາໄຊເຕັສ ໂດຍທີ່ມັນຊັດເຈນນະ ເປັນຟາມເລີຍນະ ຣັຖບານລາວຈິງໆ ໄດ້ໂອກາດມາດົນແລ້ວ ທີ່ຈະໄດ້ແກ້ຂ່າວ ແລ້ວກໍປິດເຂົາໄດ້ ແຕ່ຍັງບໍ່ມີການດຳເນີນການໃດໆເທື່ອ ນີ້ ສັນຍາຂອງຂະເຈົ້າ ທີ່ຈະເລີ້ມເຮັດ ກໍ່ ກັນຍາ 2016.”

ຢ່າງໃດກໍຕາມ ກ່ຽວກັບເຣື້ອງການຄຸ້ມຄອງສັດປ່ານີ້ ຫ້ອງວ່າການນາຍົກຣົຖມົນຕຣີ ກໍໄດ້ອອກແຈ້ງການ ໃນມື້ວັນທີ 5 ມົກຣາ ຜ່ານມາວ່າ ໃຫ້ພາກສ່ວນກ່ຽວຂ້ອງ ເພີ້ມທະວີຄຸ້ມຄອງ ການຄ້າຂາຍ ສັດນໍ້າ-ສັດປ່າ ຢ່າງເຂັ້ມງວດ ໃຫ້ເປັນໄປຕາມ ສົນທິສັນຍາ ວ່າດ້ວຍການຫ້າມ ຄ້າຂາຍສັດປ່າ ແລະພັນໄມ້ ຊນິດທີ່ໃກ້ຈະສູນພັນ ຫຼືສົນທິສັນຍາ ໄຊເຕັສ ແລະມອບໃຫ້ກະຊວງກະສິກັມ ແລະປ່າໄມ້ ຮີບຮ້ອນສົມທົບ ກັບພາກສ່ວນກ່ຽວຂ້ອງ ຮ່າງຄຳສັ່ງດັ່ງກ່າວ ແລະປະກາດໃຊ້ ບໍ່ໃຫ້ກາຍເດືອນ ກຸມພາ ປີ 2018 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.