ສັດປ່າຫວງຫ້າມຫາຊື້ໄດ້ງ່າຍ

ສິດນີ
2015.12.30
F-Wild-life ສັດປ່າທີ່ຫວງຫ້າມ ມີວາງຂາຍຕາມຕລາດ
RFA/VD

ແຂວງ ຫຼວງນ້ຳທາ ເປັນແຂວງນຶ່ງ ທີ່ ຍັງມີການ ຊື້ຂາຍ ສັດປ່າ ຫວງຫ້າມ ຢ່າງ ເປີດແປນ ຕາມທ້ອງຕລາດ ບໍ່ວ່າຈະເປັນ ຕລາດ ໃນ ຕົວເມືອງໃຫຽ່ ຫລື ຢູ່ ຕ່າງແຂວງ, ເຖິງແມ່ນວ່າ ຈະມີການ ຫ້າມຈາກ ທາງການ ກໍຕາມ. ສັດປ່າ ທີ່ ນໍາມາຂາຍ ສ່ວນໃຫຍ່ ຈະເປັນ ສັດປ່າ ຄຸ້ມຄອງ ແລະ ຫວງຫ້າມ ຊຶ່ງ ສ່ວນໃຫຽ່ ຈະມີລູກຄ້າ ຂາປະຈໍາ ມາຮັບເອົາ. ດັ່ງ ເຈົ້າຫນ້າທີ່ ປ່າໄມ້ ແຂວງ ຫຼວງນ້ຳທາ ຜູ້ບໍ່ ປະສົງ ອອກຊື່ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ວ່າ:

"ຄນະກວດກາ ປະຈຳ ທ້ອງຕລາດ ຫັ້ນ ເຂົາກໍລົງກວດ ເປັນປະຈຳ ແຕ່ວ່າເຂົາ ກໍລັກຊື້ ລັກຂາຍ ກັນຢູ່ ກ່ຽວກັບ ສັດປ່າ ນີ້ນະ ເພາະວ່າ ມັນ ມີຂາປະຈຳ ຂອງເຂົາ ເຂົາສົ່ງໃຫ້ ພວກແມ່ຄ້າ ພວກແມ່ຄ້າ ກໍລັກຂາຍ ບາງເທື່ອ ພວກເຮົາ ກໍບໍ່ເຫັນ".

ສັດປ່າ ທີ່ ປະຊາຊົນ ເອົາມາຂາຍ ໃນທ້ອງຕລາດ ນີ້ແມ່ນ ປະຊາຊົນ ໄປລ້າມາຈາກ ປ່າສງວນ ນ້ຳຮາ ຊຶ່ງເປັນ ປ່າສງວນ ແຫ່ງຊາດ ໃນແຂວງ ຫຼວງນ້ຳທາ ທີ່ຜ່ານມາ ເຖິງແມ່ນວ່າ ເຈົ້າຫນ້າທີ່ ຈະຍຶດ ຂອງກາງ ມາທຳລາຍ ແຕ່ກຸ່ມ ແມ່ຄ້າ ຍັງລັກເອົາ ມາຂາຍຢູ່ ຍ້ອນ ໄດ້ຣາຄາດີ ແລະ ເປັນທີ່ນິຍົມ ຂອງ ຄົນ ຈີນ.

ອີງຕາມ ຂໍ້ມູນ ຈາກອົງການ ປົກປ້ອງ ສັດປ່າ, ສປປລາວ ຍັງເປັນປະເທດ ທີ່ຄ້າສັດປ່າ ຣາຍໃຫຍ່ ຢູ່ໃນຂົງເຂດ ເຖິງແມ່ນວ່າ ຈະມີການ ຫ້າມປາມ ປານໃດ ກໍຕາມ ກຸ່ມແມ່ຄ້າ ກໍຍັງ ເອົາມາຂາຍ ຢູ່ ດ້ວຍການ ຊື້-ຈ້າງ ເຈົ້າຫນ້າທີ່. ດັ່ງນັ້ນ ກົດໝາຍ ຄຸ້ມຄອງ ສັດປ່າ ຈຶ່ງບໍ່ ສາມາດ ປະຕິບັດ ໄດ້ ໃນລາວ. ສັດປ່າ ທີ່ຫວງຫ້າມ ດັ່ງກ່າວ ຄື: ປະເພດ ຫມູປ່າ ເຫມັ້ນ ກວາງ ຟານ ຊິ້ນສ່ວນ ຂອງ ເສືອ ແລະ ຫລີ່ນ ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.