ຜູ້ຍົກຍ້າຍ ອອກຈາກເຂດເຂື່ອນໄຟຟ້າ ນ້ຳຈຽນ ຍັງບໍ່ມີນ້ຳປະປາໃຊ້
2024.08.06

ຊາວບ້ານບ້ານແກ່ວແສດ ເມືອງຄູນ ແຂວງຊຽງຂວາງ ໄດ້ຖືກໃຫ້ໂຍກຍ້າຍຈາກບ້ານເດີມ ຄືບ້ານປຸງ ຢູ່ເຂດບ້ານຈັດສັນໃໝ່ ຫລາຍປີແລ້ວ ຍ້ອນໂຄງ ການເຂື່ອນໄຟຟ້ານໍ້າຈຽນ ທີ່ແມ່ນບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-Gen) ເປັນຜູ້ຄຸ້ມຄອງ.
ແຕ່ມາຮອດປັດຈຸບັນ ຊາວບ້ານເຫລົ່ານັ້ນ ຍັງຕ້ອງການຄວາມຊ່ວຍເຫລືອອີກຫລາຍຢ່າງ ເປັນຕົ້ນ ນໍ້າປະປາ, ເສັ້ນທາງພາຍໃນເຂດບ້ານ ຕາມສັນຍາ ແລະຫ້ອງການບ້ານ ກໍຍັງບໍ່ມີ, ອີງຕາມຄໍາເວົ້າ ຂອງຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົນກະທົບຢູ່ເມືອງຄູນ ຕໍ່ວິທະຍຸເອເຊັຽເສຣີໃນມື້ວັນທີ 6 ສິງຫານີ້.
“ແຜນພັດທະນາບ້ານເຮົາລະ ບົດບັນທຶກຢູ່ຫັ້ນກະເລື້ອງທາງ ທາງກະຍັງບໍ່ທັນແລ້ວເນາະ ແລະກະນໍ້າປະປາ ກະຍັງບໍ່ທັນໄດ້ພັດທະນາເທື່ອ.”
ຊາວບ້ານບ້ານແກ່ວແສດ ກ່ອນຈະຖືກໃຫ້ໂຍກຍ້າຍອອກຈາກບ້ານເດີມ ມາຢູ່ເຂດບ້ານຈັດສັນ ມີ 194 ຫລັງຄາເຮືອນ ທັງໝົດປະ ມານ 1,045 ຄົນ. ຊາວບ້ານສ່ວນຫລາຍປະກອບອາຊີບ ປູກຝັງ ເຊັ່ນປູກກາເຟ, ຊາຂຽວ ແລະລ້ຽງ ສັດ ເຊັ່ນ ງົວ, ຄວາຍ ແລະແບ້ ເປັນອາຊີບຫລັກ.
ພາຍຫລັງຖືກໃຫ້ໂຍກຍ້າຍມາຢູ່ເຂດບ້ານຈັດສັນໃໝ່ແລ້ວ ຊາວບ້ານກະຂ້ອນຂ້າງມີບັນຫາຫລາຍທີ່ເຮັດໃຫ້ຊາວບ້ານ ມີຄວາມຫຍູ້ງຍາກ ໂດຍສະເພາະເລື້ອງເນື້ອ ທີ່ທໍາການກະເສດ ຊຶ່ງເຂດນັ້ນມີລັກສະນະເປັນພູສູງ, ເນື້ອທີ່ການກະເສດມີໜ້ອຍ ຊຶ່ງປັດຈຸບັນ ຊາວບ້ານຍັງຕ້ອງເພິ່ງພາການຫາກິນຕາມທໍາມະຊາດຢູ່ ດັ່ງຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົນກະທົບຄືກັນນັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ:
“ກະມີບັນຫາເພາະວ່າ ບໍລິສັດມາເຮັດເຂື່ອນໄຟຟ້າທັງທີ່ວ່າ ກະຂັດຂ້ອງກັນກັບວຽກງານກະສິກໍາຫັ້ນແຫລະ ເນື້ອທີ່ທໍາການກະເສດ ກະຈົ່ງໄວ້ຈໍານວນນຶ່ງ ມັນກະບໍ່ພຽງພໍຫັ້ນແຫລະເນາະ ຜ່ານມາບໍລິສັດຂະເຈົ້າກະຊ່ວຍຢູ່ເລັກໆນ້ອຍໆ ເຮັດແນວໃດສິຊ່ວຍປະຊາຊົນ ແລ້ວກະບໍ່ໃຫ້ມີຜົນກະທົບ.”
ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການປົກຄອງເມືອງຄູນກ່າວວ່າ ຊາວບ້ານ ແກ່ວແສດ ແມ່ນໄດ້ໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ ແຕ່ປີ 2017-2018 ແລະໄດ້ຮັບເງິນຄ່າຊົດເຊີຍຄົບທຸກຄອບ ຄົວແລ້ວ ແຕ່ໃນປັດຈຸບັນ ຖ້າມີບັນຫາຕື່ມອີກ ກໍຂໍການຊົດເຊີຍຕື່ມ.
“ເລື້ອງການຊົດເຊີຍຫັ້ນໄດ້ແລ້ວ ຖ້າວ່າມັນບໍ່ມີຜົນເສຍຫາຍເພີ່ມຕື່ມອີກ ກະເອີ້ນວ່າ ແມ່ນແລ້ວ ຄັນຖ້າມີຜົນເສຍຫາຍຕື່ມອີກກະ ບາດນັ້ນຈັ່ງຊິໄດ້ຂໍຊົດເຊີຍຕື່ມອີກເນາະ.”
ແລະເຈົ້າໜ້າທີ່ພະລັງງານແລະບໍ່ແຮ່ ແຂວງຊຽງຂວາງ ກໍກ່າວເຖິງຊາວບ້ານຢູ່ເຂດບ້ານແກ່ວແສດວ່າ ຊາວບ້ານແມ່ນໄດ້ຮັບການຊົດເຊີຍຄົບຖ້ວນໝົດແລ້ວ ທັງເງິນຄ່າຊົດເຊີຍ, ເຮືອນຈັດສັນ ແລະດິນບຸກເບີກໃໝ່ ແຕ່ເຂດດັ່ງກ່າວ ມີລັກສະນະເປັນເຂດພູສູງ, ຍັງຕ້ອງການການພັດທະນາໂຄງຮ່າງພື້ນຖານໄປເລື້ອຍໆ ແຕ່ຊາວບ້ານ ກໍບໍ່ໄດ້ຮຽກຮ້ອງ ໃຫ້ຊ່ວຍເຫລືອໃນດ້ານໃດດ້ານນຶ່ງ ເປັນກໍລະນີພິເສດ.
“ເອີ...ໂຍກຍ້າຍໝົດແລ້ວໄດ໋ ຍັງສ້າງເລັກໆນ້ອຍໆ ແກ້ໄຂຕາມຫລັງ ປະຊາຊົນເຂົາກະບໍ່ໄດ້ຮຽກຮ້ອງຫຍັງຫລາຍ ທົດແທນຄ່ານໍ້າຖ້ວມຫັ້ນ ເຂດຈັດສັນຫັ້ນ ມີແຕ່ທົດແທນເລື້ອງດິນໄຮ່ດິນນາດິນສວນ ດິນລ້ຽງສັດສະດວກຢູ່ແຖວນັ້ນນະ.”
ໂຄງການເຂື່ອນໄຟຟ້ານໍ້າຈຽນ ມີກໍາລັງການຜະລິດ 104 ເມກາວັດ, ຕັ້ງຢູ່ເຂດບ້ານປຸງ ເມືອງຄູນ ແຂວງຊຽງຂວາງ. ເຂື່ອນດັ່ງ ກ່າວ ເປັນນຶ່ງໃນຈໍານວນເຂື່ອນ ທີ່ບໍລິສັດຜະລິດໄຟຟ້າລາວມະຫາຊົນ ເປັນຜູ້ຄຸ້ມຄອງ, ໄດ້ເລີ່ມກໍ່ສ້າງເມື່ອຕົ້ນປີ 2014 ແລະສ້າງສໍາເລັດໃນປີ 2018. ໄຟຟ້າທີ່ຜະລິດໄດ້ທັງໝົດ ຂາຍໃຫ້ລັດວິສາຫະກິດໄຟຟ້າລາວ (EDL).
ໂຄງການນີ້ ແມ່ນກຸ່ມບໍລິສັດ China Gezhouba ຈໍາກັດຂອງຈີນ ເປັນຜູ້ອອກແບບ ແລະກໍ່ສ້າງ ດ້ວຍງົບປະມານ 250 ລ້ານໂດລ້າສະຫະລັດ ຊຶ່ງເປັນທຶນກູ້ຢືມ ຈາກທະນາຄານ EXIM BANK ຂອງຈີນທັງໝົດ.