ອຸບັດຕິເຫດຢູ່ນະຄອນ ຫຼວງ ວຽງຈັນ

ລ້ານຊ້າງ
2014.11.24
F-accidents ອຸບັດຕິເຫດ ຣົຖປີ້ນ ຢູ່ຖນົນທ່າເດື່ອ ເຂດບ້ານສວນມອນ ນະຄອນຫຼວງວຽງຈັນ. ຮູປຖ່າຍ ເດືອນຕຸລາ 2014
RFA

 

ຊາວ ນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ໄດ້ສົ່ງ ບົດຄວາມ ເຂົ້າມາ ທາງ ເອເຊັຽເສຣີ ກ່ຽວກັບ ຄວາມ ສັບສົນ ຄວາມບໍ່ເປັນ ຣະບຽບ ຂອງ ການ ຈະຣາຈອນ ໃນ ນະຄອນຫລວງ ອັນກໍ່ໃຫ້ ເກີດ ອຸບັດຕິເຫດ ເພີ້ມຂຶ້ນ ເລື້ອຍໆ ນັ້ນວ່າ ມັນ ນາບຂູ່ ຕໍ່ຊີວິດ ແລະ ຊັພສິນ ຂອງ ປະຊາຊົນ ລາວ ຊຶ່ງ ທ່ານ ເຫັນວ່າ ຕ້ອງ ໄດ້ ແກ້ໄຂ ຢ່າງ ຮີບດ່ວນ.

ເມື່ອເດືອນ ຕຸລາ ຜ່ານມາ ເຈົ້າໜ້າທີ່ ຕຳຣວດ ຈະຣາຈອນ ນະຄອນ ຫຼວງ ວຽງຈັນ ໄດ້ອອກ ບົດຣາຍງານ ສລຸບ ເຣື້ອງ ອຸບັດຕິເຫດ ປະຈຳປີ 2013-14 ນີ້ວ່າ ມີຜູ້ເສັຽ ຊີວິດ ຍ້ອນ ອຸບັດຕິເຫດ ຕາມ ທ້ອງຖນົນ ໃນ ນະຄອນ ຫຼວງ ວຽງຈັນ ທັງໝົດ 175 ຄົນ ແລະ ໄດ້ຮັບ ບາດເຈັບ ເກືອບ 2,200 ຄົນ.

ບົດຣາຍງານ ໄດ້ ພິມເຜີຍແພ່ ໃນ ໜັງສືພິມ ທາງການ ລາວ ສະບັບ ວັນທີ 3 ຕຸລາ 2014 ວ່າ ມີ ອຸບັດຕິເຫດ ຕາມ ທ້ອງຖນົນ ນະຄອນ ຫຼວງ ວຽງຈັນ ກວ່າ 1470 ກໍຣະນີ ໃນຮອບ 12 ເດືອນ ຜ່ານມາ ແລະ ມີຍານ ພາຫະນະ ເສັຽຫາຍ ເກືອບ 2,900 ຄັນ, ສ່ວນຫຼາຍ ແມ່ນ ຣົຖຈັກ.

ຕໍ່ບັນຫາ ນີ້ ເຈົ້າໜ້າທີ່ ຕຳຣວດ ຈະຣາຈອນ ນະຄອນ ຫຼວງວຽງຈັນ ທີ່ ຂໍສງວນຊື່ ໄດ້ກ່າວ ຕໍ່ ຜູ້ສື່ຂ່າວ ພວກເຮົາວ່າ ສາເຫດ ຂອງ ອຸບັດຕິເຫດ ກໍ່ມາຈາກ ຫຼາຍປັດໃຈ ບໍ່ວ່າ ຈະເປັນການ ບໍ່ ປະຕິບັດ ຫຼື ຣະເມີດ ກົດຣະບຽບ ຈະຣາຈອນ, ການຂັບຂີ່ ຣົຖ ໄວ ເກີນຄວນ, ບັນຫາ ເສັ້ນທາງ ເປ່ເພ ເສັຽຫາຍ ແລະ ແສງ ສະຫວ່າງ ບໍ່ພຽງພໍ ກໍ່ມີສ່ວນ ກໍ່ໃຫ້ເກີດ ອຸບັດຕິເຫດ, ແລະ ການເພີ່ມຂຶ້ນ ຂອງ ຍວດຍານ ພາຫະນະ ກໍ່ເຮັດໃຫ້ ເກີດ ອຸບັດຕິເຫດ ເຊັ່ນກັນ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

"ການເກີດ ອຸບັດຕິເຫດ ຫຼັກໆ ກະຄື ບໍ່ເຄົາຣົບ ຣະບຽບ ຈະຣາຈອນ ຫັ້ນແຫຼະ. ສອງມາ ກະເປັນ ເຣື້ອງ ຖນົນ ຫົນທາງ ບໍ່ຈັ່ງຊີ້ ບາງ ເສັ້ນທາງ ກໍ່ເປ່ເພ ຊີ້ນ່າ ບາງເສັ້ນ ທາງ ກະແສງ ສະຫວ່າງ ບໍ່ພຽງພໍ. ອັນທີສາມ ກະເວົ້າເຣື້ອງ ພໍ່ແມ່ ປະຊາຊົນ ນີ້ແຫຼະ ກໍ່ຄືເວົ້າ ລວມໆ ກໍ່ຄືວ່າ ບໍ່ເຄົາຣົບ ກົດຣະບຽບ ຈະຣາຈອນ ຫັ້ນມັນ ກໍ່ພາໃຫ້ ເກີດ ອຸບັຕເຫດ".

ໃນຂນະ ດຽວກັນ ຊາວ ນະຄອນ ຫຼວງ ວຽງຈັນ ຫຼາຽຄົນ ພັດເຊື່ອວ່າ ສາເຫດຫຼັກໆ ຂອງ ອຸບັດຕິເຫດ ນີ້ແມ່ນ ເກີດຈາກ ການ ບໍ່ເຂັ້ມງວດ ຂອງ ເຈົ້າໜ້າທີ່ ຕຳຣວດ ຈະຣາຈອນ. ເຈົ້າໜ້າທີ່ ແລະ ພາກສ່ວນ ກ່ຽວຂ້ອງ ແມ່ນຍັງ ຖືເບົາ ປະປ່ອຍໃຫ້ ຜູ້ທີ່ດື່ມ ສິ່ງມຶນເມົາ ເຖິງຂັ້ນ ບໍ່ໄດ້ ສະຕິ ຂັບຣົຖຢູ່ ເທິງທ້ອງ ຖນົນ ຊື່ງ ເປັນສາເຫດ ທີ່ ກໍ່ໃຫ້ເກີດ ອຸບັດຕິເຫດ. ທ່ານວ່າ ການ ບັງຄັບ ໃຊ້ກົດ ຈະຣາຈອນ ຂອງ ເຈົ້າໜ້າທີ່ ບໍ່ເຂັ້ມງວດ ແລະ ທີ່ສຳຄັນ ທາງການ ລາວ ກໍ່ຍັງບໍ່ມີ ກົດໝາຍ ຫຼື ກົດຣະບຽບ ທີ່ ຈຳກັດ ການຈຳໜ່າຍ ສິ່ງມຶນເມົາ ໃຫ້ກັບ ຜູ້ ບໍຣິໂພກ ເຊັ່ນວ່າ ປ່ອຍໃຫ້ ຜູ້ທີ່ ອາຍຸ ບໍ່ເຖິງ 18 ປີ ສາມາດຊື້ ເຄື່ອງດື່ມ ມຶນເມົາ ໄດ້, ສາມາດ ເຂົ້າໄປທ່ຽວ ໃນຮ້ານ ກິນດື່ມ ສິ່ງ ມຶນເມົາໄດ້ ໂດຍບໍ່ມີ ການ ກວດສອບ ອາຍຸ. ດັ່ງ ຊາວລາວ ໃນ ນະຄອນ ຫຼວງ ວຽງຈັນ ກ່າວວ່າ:

"ເຣື້ອງ ອຸບັດຕິເຫດ ມັນ ກະເກີດຈາກ ການ ມຶນເມົາ ລະຂັບຣົຖ ຫັ້ນລະ ມັນບໍ່ເກີດ ຈາກ ຫຍັງດອກ. ບາດນີ້ ການ ມຶນເມົາ ນີ້ ເຈົ້າບໍ່ ເຂັ້ມງວດ ທາງດ້ານ ກົດໝາຍ ລະ ໃຫ້ເດັກນ້ອຍ ບໍ່ເຖິງ 18 ປີນີ້ ເຂົ້າເທັກ ເຂົ້າບາ ກິນເຫຼົ້າ ກິນຢາ, ກະຖືວ່າ ມີສ່ວນ ຫັ້ນແຫຼະ".

ບົດ ຣາຍງານ ຂອງ ເຈົ້າໜ້າທີ່ ກົມ ຕຳຣວດ ຈະຣາຈອນ ນະຄອນ ຫຼວງ ວຽງຈັນ ເນັ້ນວ່າ ຈຳນວນ ອຸບັດຕິເຫດ ໃນ ນະຄອນ ຫຼວງ ວຽງຈັນ ປີນີ້ ສ່ວນຫຼາຍ ແມ່ນການ ພົວພັນ ກັບ ການເມົາ ແລ້ວ ຂັບຂີ່ ຍານ ພາຫະນະ ແລະ 80 ສ່ວນຮ້ອຍ ຂອງ ອຸບັດຕິເຫດ ແມ່ນ ພວກ ໄວໜຸ່ມ ຣະຫວ່າງ 15 ເຖິງ 44 ປີ ເທົ່ານັ້ນ.

ນອກນີ້ ເຈົ້າໜ້າທີ່ ທາງການ ກໍຍອມຮັບ ວ່າ ບັນຫາ ການດື່ມ ສິ່ງ ມຶນເມົາ ແລ້ວ ຂັບຂີ່ຣົຖ ກໍ່ມີແທ້ ແລະ ເປັນ ສ່ວນຫຼາຍ ຊື່ງຖືວ່າ ເປັນເຣື້ອງ ທີ່ແກ້ໄຂ ຍາກ ເພາະ ບໍ່ມີ ກົດໝາຍ ຫ້າມ. ດັ່ງ ເຈົ້າໜ້າທີ່ ຈະຣາຈອນ ໄດ້ ກ່າວວ່າ:

"ເວົ້າເຣື້ອງ ການດື່ມ ສິ່ງ ມຶນເມົາ ມັນກະມີ ມັນ ກະນອນຢູ່ ໃນການ ບໍ່ນັບຖື ກົດຣະບຽບ ຈະຣາຈອນ ຫັ້ນເດ ຍົກຕົວຢ່າງ ວ່າການ ກິນເບັຍ ເພິ່ນ ກະບໍ່ໄດ້ ຫ້າມ".

ທາງການ ລາວ ແລະ ກົມ ຕຳຣວດ ຈະຣາຈອນ ນະຄອນ ຫຼວງ ວຽງຈັນ ຍັງ ໄດ້ຣາຍງານ ຕື່ມວ່າ ການແກ້ໄຂ ບັນຫາ ອຸບັດຕິເຫດ ເທິງທ້ອງ ຖນົນ ໃນປີນີ້ ຖືວ່າຍັງ ຢູ່ໃນ ຣະດັບ ທີ່ດີ ຖ້າທຽບໃສ່ ປີກາຍ ຍ້ອນ ມີຜູ້ເສັຽ ຊີວິດ ໜ້ອຍກວ່າ ເຖິງ 27 ຄົນ ແລະ ອຸບັດຕິເຫດ ກໍ່ໜ້ອຍ ກວ່າ ປີກາຍ ເຖິງ 48 ຄັ້ງ.

ທ່ານວ່າ ບໍ່ວ່າ ຈະເກີດຈາກ ສາເຫດ ໃດ ກໍ່ແລ້ວແຕ່ ມັນ ກໍ່ລ້ວນແຕ່ ກໍ່ໃຫ້ເກີດ ຄວາມ ເສັຽຫາຍ ເຖິງ ຊີວິດ ແລະ ຊັບສິນ ອັນເປັນ ຈຳນວນທີ່ ບໍ່ສາມາດ ປະເມີນຄ່າ ໄດ້. ປະເດັນ ສຳຄັນ ທີ່ນີ້ ກໍ່ຄືວ່າ ຈຳນວນ ຜູ້ເສັຽ ຊີວິດ ຫຼາຍຮ້ອຍ ຄົນ ແລະ ຈຳນວນ ຜູ້ໄດ້ຮັບ ບາດເຈັບ ສາຫັດ ແລະ ບໍ່ສາຫັດ ຈຳນວນ ຫຼາຍພັນ ຄົນ ໄດ້ ສະທ້ອນ ໃຫ້ເຫັນ ເຖິງ ປະສິດທິພາບ ໃນການ ແກ້ໄຂ ບັນຫາ ອຸບັດຕິເຫດ ເທິງ ທ້ອງຖນົນ ຂອງ ເຈົ້າໜ້າທີ່ ຈະຣາຈອນ ແລະ ພາກສ່ວນ ທີ່ ກ່ຽວຂ້ອງ ຂອງ ທາງການ ລາວ ໄດ້ ເປັນຢ່າງດີ. ສະບາຽດີ. ວິເຄາະໂດຍ: ລ້ານຊ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.