ຊາວຊຽງແສນປະທ້ວງການ ລະເບີດ ແກ້ງ

ອຸ່ນແກ້ວ ສຸກສະຫວັນ
2017.04.25
f-rocks ຊາວເມືອງຊຽງແສນ ແຂວງຊຽງຮາຍ ຂອງໄທ ໄດ້ຮວມຕົວກັນ ຢູ່ທ່າເຮືອຜ່າໄດ ເມືອງຊຽງແສນ ເພື່ອກໍານົດວັນ ຕໍ່ຕ້ານການລະເບີດ ແກ້ງ ໃນແມ່ນ້ຳຂອງ
RFA/TP

ຊາວເມືອງຊຽງແສນ ແຂວງຊຽງຮາຍ ຂອງໄທ ຫລາຍ 100 ຄົນ ໄດ້ຮວມຕົວກັນ ຢູ່ທ່າເຮືອຜ່າໄດ ເມືອງຊຽງແສນ ເພື່ອກໍານົດວັນທີ່ ຕໍ່ຕ້ານການລະເບີດ ແກ້ງ ແມ່ນ້ຳຂອງ ຢູ່ຊາຍແດນ ລາວ-ໄທ ຊຶ່ງເປັນໂຄງການ ປັບປຸງທາງເດີນເຮືອຂອງຣັຖບານຈີນ. ໃນປັດຈຸບັນ ເຈົ້າໜ້າທີ່ຈີນ ໄດ້ເລີ້ມລົງມື ສຳຣວດແລ້ວ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ປະສານງານ ເຄືອຂ່າຍກຸ່ມຮັກແມ່ນ້ຳຂອງ ຕໍ່ເອເຊັຍເສຣີ ໃນວັນທີ 24 ເມສາ ນີ້ວ່າ:

"ຄວາມຄືບໜ້າ ຄືຕອນນີ້ ທາງຝ່າຍຈີນ ໄດ້ເລີ້ມສຳຣວດແລ້ວ ສ່ວນກິຈກັມ ຂອງຊາວບ້ານຕອນນີ້ ກໍເລີ້ມໄປຕິດປ້າຍ ຕາມຈຸດຕ່າງໆ ແລະ ສະຖານທີ່ ທີ່ຈະປະທ້ວງກັນ ກໍຄື ຢູ່ຄອນຜີຫລົງ ເພື່ອຈະສະແດງພລັງຄັດຄ້ານ ໃນອີກ 2-3 ມື້ຕໍ່ໜ້າ".

ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ຫລັງຈາກເຮືອຈີນ 7 ລໍາ ໄດ້ຮັບອະນຸຍາດ ຈາກທາງການໄທ ໃຫ້ສຳຣວດແກ້ງ ຢູ່ແມ່ນ້ຳຂອງ ນັບແຕ່ວັນທີ 21 ເມສາ ຜ່ານມາ ທີມນັກວິຊາການຈີນ ກໍເຂົ້າມາເບິ່ງ ເກາະແກ້ງຕ່າງໆ ຕັ້ງແຕ່ເຂດສາມລ່ຽມຄຳ ຢູ່ເມືອງຊຽງແສນ ແລະສຳຣວດລົງໄປຮອດ ເມືອງຊຽງແກ່ນ ແຂວງຊຽງຮາຍ ປະເທດໄທ.

ສ່ວນປະຊາຊົນຢູ່ຝັ່ງໄທ ແລະໜ່ວຍງານ NGO ກໍໄດ້ມີການປະຊຸມກັນ ໃນວັນທີ 24 ເມສາ ແລະທີ່ປະຊຸມ ມີການສລຸບວ່າອີກ 2 ຫາ 3 ວັນຕໍ່ໜ້າ ເຂົາເຈົ້າຈະມີການ ໄປປະທ້ວງຢູ່ເຂດແກ້ງຜີຫລົງ ຊຶ່ງເປັນແກ້ງຫີນ ຂະໜາດໃຫຍ່ ທີ່ຕັ້ງຢູ່ກາງແມ່ນ້ຳຂອງ ລະຫວ່າງເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ ແລະ ເມືອງຊຽງຂອງ ແຂວງຊຽງຮາຍຂອງໄທ ຊຶ່ງຜູ້ປະທ້ວງ ຈະຊູປ້າຍຄັດຄ້ານ ການສໍາຣວດແກ້ງ ຂອງຈີນ ຍ້ອນວ່າ ເວລານັ້ນ ເຮືອຈີນ ຈະສຳຣວດມາຮອດ ແກ້ງ ດັ່ງກ່າວ.

ການປະທ້ວງໃນຄັ້ງນີ້ ມີທັງຊາວບ້ານ ແລະ NGOs ຈະສົ່ງໜັງສືເຖິງສຳນັກງານ ຄນະກັມມະການ ສິດທິມະນຸດແຫ່ງຊາດ ຂອງໄທ ເພື່ອໃຫ້ທາງການໄທ ພິຈາຣະນາ ການສຳຣວດ ແກ້ງຂອງຈີນ ຄັ້ງນີ້.

ເຈົ້າໜ້າທີ່ກ່າວຕື່ມອີກວ່າ ປັດຈຸບັນຊາວບ້ານ ໄດ້ສົ່ງໜັງສືຄັດຄ້ານ ການສຳຣວດແກ້ງ ໃຫ້ກົມທ່າເຮືອຂອງໄທ ແລະ ພາກສ່ວນກ່ຽວຂ້ອງ ຫລາຍໜ່ວຍງານ ເພື່ອພິຈາຣະນາ ອີກຄັ້ງນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.