ຕຸລາການ ມີຄວາມເຫັນ ໃຫ້ຍົກຟ້ອງ ການຖອນສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນໄຊຍະບູຣີ

ຈຳປາທອງ
2022.05.03
ຕຸລາການ ມີຄວາມເຫັນ ໃຫ້ຍົກຟ້ອງ ການຖອນສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນໄຊຍະບູຣີ ເຄື່ອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ຟ້ອງຮ້ອງການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ແລະໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຖອນສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ.
RFA

ສານປົກຄອງສູງສຸດຂອງໄທຍ ໄດ້ນັດພິຈາຣະນາຄະດີຄັ້ງທໍາອິດໃນມື້ວັນທີ 3 ພຶສພາ 2022 ກ່ຽວກັບກໍຣະນີເຄື່ອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ຟ້ອງຮ້ອງການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ແລະໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຖອນສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ ຍ້ອນເຫັນວ່າ ການສ້າງເຂື່ອນໄຊຍະບູຣີ ກັ້ນແມ່ນໍ້າຂອງ ຈະສົ່ງຜົລກະທົບມາເຖິງຄົນໄທຍ ແລະປະຊາຊົນ ໃນປະເທດເພື່ອນບ້ານອີກຫລາຍລ້ານຄົນ.

ໃນນັ້ນ ຕຸລາການ ມີຄວາມເຫັນຕໍ່ສານປົກຄອງສູງສຸດ ໃຫ້ຍົກຟ້ອງກໍຣະນີດັ່ງກ່າວ ຕາມທີ່ສານປົກຄອງຊັ້ນຕົ້ນໄດ້ພິພາກສາ ໃຫ້ຍົກຟ້ອງຄະດີນັ້ນໄປແລ້ວ ເມື່ອກ່ອນໜ້ານີ້.

ກ່ຽວກັບເຣື່ຶອງດັ່ງກ່າວ ຍານາງ ສ. ຣັດຕະນະມະນີ ພົນກລ້າ ທະນາຍຄວາມຈາກສູນຂໍ້ມູນ ຊຸມຊົນຂອງໄທຍ ໄດ້ຖແລງຕໍ່ສື່ມວນຊົນ ໃນມື້ວັນທີ 3 ພຶສພານີ້ວ່າ:

“ຕຸລາການຜູ້ຖແລງຄະດີ ກໍຢືນຢັນວ່າ ບໍ່ມີການປ່ຽນແປງຄວາມເຫັນ ແລະໄດ້ຖແລງຕໍ່ຕຸລາການເຈົ້າຂອງສໍານວນນວ່າ ໃນຄວາມເຫັນຂອງຕຸລາການຜູ້ຖແລງຄະດີ ມີຄວາມເຫັນພ້ອມໃນຜົລຂອງຄະດີ ທີ່ສານປົກຄອງຊັ້ນຕົ້ນຂອງໄທຍພິພາກສາຍົກຟ້ອງມາ ແລະໄດ້ສະແດງເຫດຜົລ ໄປຕາມເອກກະສານທີ່ໄດ້ຍື່ນຕໍ່ຕຸລາການ ເຈົ້າຂອງສໍານວນແລ້ວ ກໍໄດ້ມີການຊີ້ແຈງແຕ່ພຽງເທົ່ານັ້ນ.”

ຍານາງກ່າວຕື່ມວ່າ ສໍາລັບມື້ນີ້ ທາງຕຸລາການເຈົ້າຂອງສໍານວນ ຂອງສານປົກຄອງສູງສຸດຂອງໄທຍ  ໄດ້ພິຈາຣະນາແຕ່ພຽງເທົ່ານີ້, ບໍ່ໄດ້ກໍານົດມື້ຟັງຄໍາພິພາກສາກໍຣະນີດັ່ງກ່າວ. ດັ່ງນັ້ນຈຶ່ງຍັງຈະຕ້ອງລໍຖ້າຟັງໄປຕື່ມອີກວ່າ ຄໍາພິພາກສາຄະດີເຂື່ອນໄຊຍະບູຣີນີ້ ຈະໃຊ້ເປັນແນວທາງໃນການຄຸ້ມຄອງປະຊາຊົນໄທຍລຸ່ມນໍ້າຂອງ ທີ່ໄດ້ຮັບຜົລກະທົບຈາກເຂື່ອນນັ້ນໄດ້ແນວໃດແດ່.

ແລະຕົວແທນເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ທີ່ໄດ້ເຂົ້າຮ່ວມຟັງການພິຈາຣະນາຄະດີນັ້ນ ກໍໄດ້ມີໂອກາດ ຣາຍງານບາງສ່ວນສໍາຄັນ ກ່ຽວກັບຜົລກະທົບຈາກເຂື່ອນນັ້ນເພິ່ມຕື່ມ ດັ່ງທີ່ ຍານາງ ອ້ອມບຸນ ທິບສຸນາ ຕົວແທນເຄືອຂ່າຍຄົນໄທຍແຄມແມ່ນໍ້າຂອງ 7 ແຂວງພາກອິສານ ແລະໃນຖານະຜູ້ຟ້ອງລໍາດັບທີ 4 ຂອງຄະດີນີ້ກ່າວວ່າ:

“ຂ້າພະເຈົ້າຕຣຽມຕົວປະມານ 7 ນາທີ ໃນຖານະແມ່ຄ້າທີ່ທໍາມາຫາກິນ ໃນແມ່ນໍ້າຂອງ ຕັ້ງໃຈຈະມາເວົ້າໃຫ້ສານຟັງວ່າ ຂໍ້ມູນໃໝ່ ມັນເກີດຜົລກະທົບຂຶ້ນແລ້ວ ພວກເຮົາກໍຫວັງຂໍຄວາມເມດຕາຈາກສານ ໃຫ້ປົກປ້ອງຄຸ້ມຄອງພວກເຮົາ ແຕ່ເບິ່ງແລ້ວທ່ານກໍຄືຊິບໍ່ມີເວລາຮັບຟັງ, ທ່ານຖາມວ່າມັນມີປະເດັນຫຍັງໃໝ່ບໍ ແຕ່ຕອນນັ້ນຄວາມຮູ້ສຶກມັນເວົ້າບໍ່ອອກ.”

ທ່ານ ອໍານາດ ໄຕຣຈັກ ຕົວແທນຊາວໄທຍລຸ່ມນໍ້າຂອງ ຈາກແຂວງນະຄອນພະນົມ ແລະເປັນນຶ່ງໃນຜູ້ຟ້ອງລໍາດັບທີ 11 ຂອງຄະດີນີ້ເວົ້າວ່າ ຕົນກໍເປັນຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຊຍະບູຣີ ຫລາຍຂຶ້ນເລື້ອຍໆ ຊຶ່ງມາເຖິງປັດຈຸບັນ ເນື້ອທີ່ທໍາການກະເສດຢູ່ແຄມແມ່ນໍ້າຂອງ ໄດ້ຮັບຄວາມເສັຍຫາຍຫລາຍ, ທ່ານກ່າວວ່າ:

“ທີ່ດິນທໍາການກະເສດຂອງ ຂ້າພະເຈົ້າ ຈາກທີ່ເຄີຍມີ 3 ໄຣ່ ຍັງຫລືອພຽງແຕ່ງານດຽວ  ຍ້ອນນໍ້າຂອງຂຶ້ນ-ລົງຜິດປົກກະຕິ, ເຮັດໃຫ້ດິນເຈື່ອນລົງແມ່ນໍ້າຂອງ. ຂ້າພະເຈົ້າກໍໄດ້ແຕ່ຢືນເບິ່ງ ເຮັດຫຍັງບໍ່ໄດ້ ມີແຕ່ພະຍາຍາມຮ້ອງໃຫ້ໜ່ວຍງານ ພາກຣັຖມາເບິ່ງວ່າ ດິນທໍາການກະເສດມັນເສັຍຫາຍໄປຫລາຍ ຍ້ອນການສ້າງເຂື່ອນໄຊຍະບູຣີ.”

ແລະນາງ ສອນ ຈໍາປາດອກ  ຊາວປະມົງແຂວງອຸບົນ ທີ່ເປັນຜູ້ຟ້ອງລໍາດັບທີ 37 ຂອງຄະດີທີ່ວ່ານີ້ ກໍໄດ້ຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບູຣີ ໄດ້ເຮັດໃຫ້ຝູງປາຫາຍໄປຫລາຍ, ຢາກໃຫ້ສານເປັນທີ່ເພິ່ງຂອງຊາວບ້ານ, ນາງເວົ້າວ່າ:

“ຢາກມາເວົ້າຄວາມໃນໃຈໃຫ້ສານຟັງ ແລະກໍຢາກມາເວົ້າຄວາມໃນໃຈ ໃຫ້ສື່ສາທາຣະນະຟັງວ່າ ມັນເດືອດຮ້ອນອີ່ຫລີ ມັນມີຜົລກະທົບເຣື່ຶອງນໍ້າຂຶ້ນ, ນໍ້າລົງ, ເຣື່ອງການປູກຜັກຮິມຕະລິ່ງ, ເຣື່ອງປາມັນໜ້ອຍລົງ, ບ່ອນທີ່ເຄີຍມີກໍບໍ່ມີ ມາຄັ້ງນີ້ກໍຄິດຫວັງເພິ່ງສານ.”

ຄະດີຟ້ອງຮ້ອງກ່ຽວກັບເຂື່ອນໄຊຍະບູຣີ ມີມາຕັ້ງແຕ່ມື້ວັນທີ 7 ສິງຫາ 2012 ໂດຍທີ່ຕົວແທນເຄື່ອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມແມ່ນໍ້າຂອງ 37 ຄົນໄດ້ຍື່ນຟ້ອງຕໍ່ສານປົກຄອງກາງຂອງໄທຍ ເຣື່ອງຜົລກະທົບຕ່າງໆ ທີ່ອາຈມີຂຶ້ນ ກ່ອນທີ່ຈະມີການກໍ່ສ້າງເຂື່ອນໄຊຍະບູຣີ ແລະມາຮອດມື້ວັນທີ 25 ທັນວາ 2015 ສານປົກຄອງກາງກໍໄດ້ມີຄໍາພິພາກສາ ໃຫ້ຍົກຟ້ອງຄະດີດັ່ງກ່າວ ແລະຜູ້ຟ້ອງກໍໄດ້ຍື່ນອຸທອນ ຄໍາພິພາກສານັ້ນຕໍ່ສານປົກຄອງສູງສຸດ ຂອງໄທຍ. ຄະດີນີ້ໄດ້ແກ່ຍາວມາເຖິງປັດຈຸບັນ ເປັນເວລາເກືອບເຖິງ 10 ປີແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.