ໄທວຽດນາມກໍາພູຊາຮ່ວມມື ຕ້ານເຂື່ອນ
2013.10.10

ໃນວັນພະຫັດ ທີ 10 ຕຸລາ 2013 ທີ່ແຂວງໜອງຄາຍ ປະເທດໄທ ເຄືອຂ່າຍຈາກ 3 ປະເທດ ລຸ່ມແມ່ນໍ້າຂອງ ປະກອບດ້ວຍ ໄທ ກໍາ ພູຊາແລະວຽດນາມ. ໃນຫົວຂໍ້ ”ຄວາມຮູ້ ແລະພູມປັນຍາ ປະຊາຊົນ ກັບເຂື່ອນໄຟຟ້າພະລັງນໍ້າ ໃນລຸ່ມແມ່ນໍ້າຂອງ ສະທ້ອນພາບຄວາມ ຈິງ ທວງຖາມ ຄວາມເປັນຈິງ ແລກປ່ຽນ ງານວິຈັຍ”. ເພື່ອສນອງ ງານວິຈັຍຂອງຊາວບ້ານ ເຣື້ອງຜົນກະທົບ ທີ່ເກິດຈາກເຂື່ອນແມ່ນໍ້າ ຂອງຕອນເທີງ ຍານາງອ້ອມບຸນ ທິບສຸນາ ຕົວແທນເຄືອຂ່າຍປະຊາ ຊົນ 8 ແຂວງ ໃນລຸ່ມແມ່ນໍ້າຂອງຊາວໄທ ໃນຖານະຜູ້ຮ່ວມຈັດງານ ໄດ້ເຜີຍຕໍ່ນັກຂ່າວ ວິທຍຸເອເຊັຍເສຣີ ມື້ນີ້ວ່າພີ່ນ້ອງ ຊາວແຄມຂອງ ຕ້ອງການ ໃຫ້ຜູ້ມີສ່ວນກ່ຽວຂ້ອງ ກັບການສ້າງເຂື່ອນຮັບຟັງ ຂໍ້ມູນ ຂອງຊາວບ້ານວ່າ:
“ອັນດັບທໍາອິດເລີຍຕ້ອງຮັບຟັງແລ້ວ ກໍຍອມຮັບຄວາມຮູ້ ຂອງຊາວບ້ານວ່າ ສີ່ງທີ່ພວກເຮົາເກັບກໍາມາ ມັນເປັນຂໍ້ມູນຈີງ ຂໍ້ກັງວົນຂອງຊາວ ບ້ານ ເປັນຈັ່ງຊີ້ຄວນທີ່ຈະຕ້ອງຟັງເຮົາ ຄວນຈະຕ້ອງຢຸດແລ້ວຟັງກັນກ່ອນ ວ່າຈະເຮັດແນວໃດ ບໍ່ແມ່ນມາເວົ້າເຣື້ອງບິດເບືອນວ່າ ມີເຂື່ອນ ຢັ້ງຢຶນ ເປັນເຂື່ອນພະລັງໄຟຟ້າ ທີ່ບໍ່ສົ່ງຜົນກະທົບ ຕໍ່ສີ່ງແວດລ້ອມ ແນວນັ້ນແນວນີ້ ເຣື້ອງນີ້ ເຮົາບໍ່ເຊື່ອ”.
ຍານາງອ້ອມບຸນເວົ້າຕໍ່ໄປວ່າການວິຈັຍຂອງຊາວບ້ານແຄມຂອງ ສະແດງໃຫ້ເຫັນແລ້ວວ່າປັຈຈຸບັນເຂື່ອນແມ່ນໍ້າຂອງທີ່ສ້າງຢູ່ປະເທດຈີນມີຜົນ ກະທົບ ຕໍ່ຄວາມປ່ຽນແປງ ຂອງຣະດັບນໍ້າ ໃນແມ່ນໍ້າຂອງ ແທ້ ມີຜົນກະທົບຕໍ່ ປະຣິມານປາ ຢ່າງຫລວງຫລາຍ ການວິຈັຍພົບວ່າຊາວບ້ານ ຈັບປາໄດ້ ນ້ອຍລົງ ການຂຶ້ນລົງຂອງນໍ້າ ຜິດປົກກະຕິ ບາງເທື່ອ ສູງກວ່າປົກກະຕິ ບາງເທື່ອ ຊໍ້າພັດບົກ ກວ່າປົກກະຕິ ສົ່ງຜົນກະທົບ ໂດຍ ກົງຕໍ່ການກະເສດ ໃນແຄມແມ່ນໍ້າຂອງ ນອກນັ້ນຍັງ ສົ່ງຜົນໃຫ້ເກິດ ເຊາະເຈື່ອນ ຂອງຕະລິ່ງນໍາອີກ.
ປັຈຈຸບັນ ຄວາມກັງວົນ ຂອງຊາວບ້ານກໍຄື ເຂື່ອນໄຊຍະບຸຣີ ທີ່ກໍາລັງ ກໍ່ສ້າງຢູ່ ແລະເຂື່ອນດອນສະຫົງທີ່ກໍາລັງຈະກໍ່ສ້າງໃຫ່ມຈະສົ່ງຜົນກະ ທົບຕື່ມຈາກ ປັຈຈຸບັນ ທີ່ມີຜົນກະທົບຢູ່ແລ້ວນັ້ນ ຊື່ງຜົນກະທົບນັ້ນຈະປ່ຽນວິຖີຊີວິດ ຂອງຊາວບ້ານ ບໍ່ແມ່ນສະເພາະແຕ່ ຝັ່ງໄທ ເທົ່ານັ້ນແຕ່ ຈະກວມທັງ ປະເທດວຽດນາມ ກໍາພູຊາ ແລະສປປລາວ ນໍາອີກ. ຍານາງ ອ້ອມບຸນ ກ່າວມ້ວນທ້າຍວ່າ: ສິ່ງທີ່ຊາວບ້ານຕ້ອງການທີ່ສຸດກໍຄື ຢາກໃຫ້ ຜູ້ທີ່ກ່ຽວຂ້ອງກັບ ການກໍ່ສ້າງ ທັງບໍຣິສັດ ກໍ່ສ້າງ ຣັຖບານລາວ ແລະ MRC ມາໂອ້ລົມກັນຕື່ມ ເຖີງທາງແກ້ບັນຫາທີ່ຈະບໍ່ສົ່ງຜົນ ກະທົບຕໍ່ແມ່ນໍ້າຂອງ.