ນໍ້າຂອງແຫ້ງເຂື່ອນຈີນ ປ່ອຍນໍ້າ ໜ້ອຍລົງ

ເມືອງຊຽງຂອງ ແຂວງຊຽງຮາຍ ທີ່ຢູ່ກົງກັນຂ້າມກັບເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີສະພາບ ຜັນປວນ, ຣະດັບນໍ້າຂຶ້ນ-ລົງ ສລັບກັນ ເລື້ອຍໆເຮັດໃຫ້ຣະບົບນິເວດໃນແມ່ນໍ້າຂອງ ປ່ຽນແປງ ແລະປາກໍເລິ້ມເຫຼືອໜ້ອຍລົງ.
ເມືອງຊຽງຂອງ ແຂວງຊຽງຮາຍ ທີ່ຢູ່ກົງກັນຂ້າມກັບເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີສະພາບ ຜັນປວນ, ຣະດັບນໍ້າຂຶ້ນ-ລົງ ສລັບກັນ ເລື້ອຍໆເຮັດໃຫ້ຣະບົບນິເວດໃນແມ່ນໍ້າຂອງ ປ່ຽນແປງ ແລະປາກໍເລິ້ມເຫຼືອໜ້ອຍລົງ. (RFA)

0:00 / 0:00

ປັດຈຸບັນນໍ້າໃນແມ່ນໍ້າຂອງ ຢູ່ເຂດເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ ບົກລົງຫຼາຍ, ມີສະພາບບົກແຫ້ງ ແລ້ງ ເປັນບາງມື້ ຍ້ອນເຂື່ອນຈິງຫົງຢູ່ປະເທດຈີນ ຫລຸດປະຣິມານປ່ອຍນໍ້າຈາກ 1,904 ແມັດກ້ອນຕໍ່ວິນາທີ ລົງມາເປັນ 1,000 ແມັດກ້ອນ ມາຕັ້ງແຕ່ ວັນທີ 5 ຫາ ວັນທີ 24 ມົກກະຣາ 2021 ນີ້, ເພື່ອສ້ອມແປງຣະບົບສາຍສົ່ງໄຟຟ້າ ດັ່ງເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 28 ມົກກະຣາ ນີ້ວ່າ:

“ເອີ, ນໍ້າຂອງກໍບົກແຫ້ງຫັ້ນແຫຼະ, ນໍ້າຂອງເປັນບາງມື້, ບາງອາທິດກະຂຶ້ນມາ, ບາງອາທິດກໍແຫ້ງລົງຊີ້ນ່າ, ມັນກໍບໍ່ສູ້ມີຜົນກະທົບ ຫຍັງແດ່, ເພາະວ່າປະຊາຊົນເຂົາກໍມີແຕ່ວ່າ ໃສ່ແຫ ໃສ່ມອງກິນ ທັມມະດາຫັ້ນແຫຼະ."

ທ່ານກ່າວຕື່ມວ່າ ໃນມື້ວັນທີ 28 ມົກກະຣານີ້ ຣະດັບນໍ້າຂອງຢູ່ເຂດດັ່ງກ່າວຢູ່ທີ່ປະມານ 2 ແມັດ ແລະວ່າ ເຣື່ອງການປ່ອຍນໍ້າຂອງ ເຂື່ອນຈິງຫົງຂອງຈີນນັ້ນ ທາງແຂວງບໍ່ແກ້ວບໍ່ຮູ້ ຣາຍລະອຽດຄັກແນ່ ຍ້ອນທາງການຈີນບໍ່ໄດ້ແຈ້ງໃຫ້ຮູ້ ຈຶ່ງບໍ່ສາມາດໃຫ້ຄວາມເຫັນ ຫລາຍໄປກວ່ານີ້ໄດ້.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ເມືອງຕົ້ນເຜິ້ງທ່ານນຶ່ງເວົ້າວ່າ ຣະດັບນໍ້າຂອງຢູ່ເຂດເມືອງຕົ້ນເຜິ້ງໃນໄລຍະນີ້ ມີສະພາບຫຼຸດລົງ ບາງມື້ຫລຸດລົງຈົນເກືອບວ່າບົກແຫ້ງ ແລະບາງມື້ນໍ້າກໍຂຶ້ນ ຂຶ້ນຢູ່ກັບປະຣິມານການປ່ອຍນໍ້າຂອງເຂື່ອນຈີນລົງມາ ແລະໃນໄລຍະນີ້ ກໍບໍ່ມີຊາວບ້ານອອກໄປຫາປາ ຍ້ອນທາງການເພິ່ນສັ່ງຫ້າມບໍ່ໃຫ້ເອົາເຮືອລົງ ເພາະຣະວັງເຣື່ອງການແພ່ຣະບາດຂອງໂຄວິດ-19:

“ແມ່ນແລ້ວດຽວນີ້ມັນປ່ອຍນໍ້າໜ້ອຍນ່າ, ມັນບໍ່ປ່ອຍຫຼາຍເຂົາກັກໄວ້ນ່າ, ບາງມື້ກໍແຫ້ງ ບາງມື້ກໍຂຶ້ນ, ດຽວນີ້ເພິ່ນຫາໄດ້, ແຕ່ເກັບເຮືອ ໝົດ, ເຮືອໜ້ອຍເພິ່ນເກັບໝົດ."

ແລະຊາວບ້ານຢູ່ເມືອງຫ້ວຍຊາຍນາງນື່ງ ກໍເວົ້າວ່າ ປັດຈຸບັນ ຣະດັບນໍ້າຂອງຢູ່ເຂດເມືອງນີ້ ຫລຸດລົງຫລາຍ ແລະບາງມື້ເກືອບວ່າ ບົກແຫ້ງ, ແລະກໍຍັງບໍ່ເຫັນວ່າ ມີຄົນລົງຫາປາ ເນື່ອງຈາກວ່າໄລຍະນີ້ ທາງການເພິ່ນມີຄໍາສັ່ງໃຫ້ເອົາເຮືອຂຶ້ນໄວ້ໝົດ:

“ແມ່ນລົດລົງຫຼາຍ, ມັນແຫ້ງມາຕັ້ງແຕ່ປີທີ່ແລ້ວ, ເພິ່ນບໍ່ໃຫ້ຫາແລ້ວນ່າ, ມັນໂຄວິດແລ້ວກໍຂະເຈົ້າໃຫ້ເກັບເຮືອຂຶ້ນໝົດ ທ້າຍປີແລ້ວ ກັບຕົ້ນເດືອນນີ້ ຂະເຈົ້າສັ່ງບໍ່ໃຫ້ເອົາເຮືອ ລົງເລີຍ."

ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍຂອງໄທກ່າວວ່າ ຍ້ອນການປ່ອຍນໍ້າອອກຈາກເຂື່ອນຂອງຈີນບໍ່ເປັນ ປົກກະຕິ ຈຶ່ງເຮັດໃຫ້ນໍ້າຂອງຢູ່ເຂດ ເມືອງຊຽງຂອງ ແຂວງຊຽງຮາຍ ທີ່ຢູ່ກົງກັນຂ້າມກັບເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີສະພາບ ຜັນປວນ, ຣະດັບນໍ້າຂຶ້ນ-ລົງ ສລັບກັນເລື້ອຍໆເຮັດໃຫ້ຣະບົບນິເວດໃນແມ່ນໍ້າຂອງ ປ່ຽນແປງ ແລະປາກໍເລິ້ມເຫຼືອໜ້ອຍລົງນໍາດ້ວຍ:

"ດຽວນໍ້າກໍຂຶ້ນ ດຽວນໍ້າກໍລົງ, ການຂຶ້ນລົງຂອງນໍ້າບໍ່ປົກກະຕິ, ເກີດຈາກເຂື່ອນຫັ້ນແຫຼະ, ມັນເຮັດໃຫ້ຣະບົບນິເວດປ່ຽນແປງຫຼາຍ, ຈໍານວນປາກໍເຫຼືອໜ້ອຍລົງ, ມັນຕ້ອງມີການຈັດການ ນໍ້າໃຫ້ດີ, ຈະຕ້ອງປ່ອຍນໍ້າແນວໃດໃນຣະດູຝົນ, ຣະດູແລ້ງຈະປ່ອຍແນວໃດ."

ທ່ານກ່າວຕື່ມວ່າ ຕາມຂໍ້ມູນທີ່ເຄີຍໄດ້ຮັບແຈ້ງການ ຈາກເຂື່ອນຈິງຫົງຂອງຈີນ ທີ່ເວົ້າວ່າ ຈະກັບມາປ່ອຍນໍ້າໃນປະຣິມານ 1,904 ແມັດກ້ອນຕໍ່ວິນາທີ ນັບຕັ້ງແຕ່ມື້ວັນທີ 25 ມົກກະຣາ 2021 ເປັນຕົ້ນໄປ. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ຄັກແນ່ວ່າ ໄດ້ປ່ອຍນໍ້າລົງມາ ເທົ່າເດີມແລ້ວ ຫລືບໍ່, ຖ້າຫາກປ່ອຍນໍ້າລົງ ມາຕາມການແຈ້ງການນັ້ນແທ້ ກໍຄາດວ່າ ອີກປະມານ 2 ມື້ ຣະດັບນໍ້າຂອງກໍຈະເພິ່ມຂຶ້ນ.

ຢູ່ແຂວງອື່ນໆທາງພາກເໜືອຂອງລາວ ເປັນຕົ້ນແຂວງຫຼວງພຣະບາງ ຣະດັບນໍ້າຂອງບໍ່ໄດ້ຫຼຸດລົງຫຼາຍ, ເຮືອຂົນສົ່ງສິນຄ້າຕ່າງໆ ສາມາດແລ່ນໄດ້ຕາມປົກກະຕິ ບໍ່ຄືກັນກັບຢູ່ແຂວງບໍ່ແກ້ວ ດັ່ງເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫລວງພຣະບາງ ທ່ານນຶ່ງກ່າວວ່າ:

“ເດີນເຮືອປົກກະຕິ ເຈົ້າ, ຖ້າທຽບໃສ່ຕົ້ນປີກໍບໍ່ແຫ້ງຫຼາຍ, ເພາະວ່ານໍ້າມັນປົກກະຕິຢູ່, ທາງຈີນບໍ່ໄດ້ແຈ້ງການມາຫາເຮົາ."

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຄະນະກໍາມາທິການແມ່ນນໍ້າຂອງສາກົນ ທີ່ນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກ ທີ່ຈະໃຫ້ສໍາພາດທາງ ໂທຣະສັບ.

ອີງຕາມຂໍ້ມູນຈາກເວັບໄຊຂອງຄະນະກໍາມາທິການແມ່ນນໍ້າຂອງສາກົນ ວັນທີ 28 ມົກກະຣານີ້ ຣະດັບນໍ້າຂອງຢູ່ແຂວງບໍ່ແກ້ວ ຢູ່ທີ່ປະມານ 2,1 ແມັດ, ຢູ່ແຂວງຫລວງພຣະບາງ ປະມານ 8,3 ແມັດ, ຢູ່ແຂວງໄຊຍະບູຣີ ປະມານ 2,2 ແມັດ, ຢູ່ແຂວງວຽງຈັນ ປະມານ 3,9 ແມັດ ແລະຢູ່ນະຄອນຫລວງວຽງຈັນ ປະມານ 1,8 ແມັດ.

ເມື່ອກ່ອນໜ້ານີ້ ເຄືອຂ່າຍພາກປະຊາສັງຄົມໄທຍ 8 ແຂວງ ລຸ່ມນໍ້າຂອງ ໄດ້ເວົ້າວ່າ ນອກຈາກເຂື່ອນຈິງຫົງຂອງຈີນແລ້ວ, ເຂື່ອນ ໄຊຍະບູຣີ ຢູ່ປະເທດລາວ ທີ່ສ້າງກັ້ນແມ່ນໍ້າຂອງ ກໍມີສ່ວນເຮັດໃຫ້ເກີດບັນຫານໍ້າຂອງຫລຸດລົງ.