ອົງການສາກົນກັງວົນ ນ້ຳຂອງ ປ່ຽນສີ

ອຸ່ນແກ້ວ ສຸກສະຫວັນ
2021.03.17
ອົງການສາກົນກັງວົນ ນ້ຳຂອງ ປ່ຽນສີ ນ້ຳຂອງປ່ຽນສີ ຊຶ່ງແຕ່ກອນເປັນ ສີຂີ້ຕົມ ແຕ່ປັດຈຸບັນ ກາຍເປັນສີຄາມ ຊຶ່ງເປັນສັນຍານ ເຖິງຜົນກະທົບອັນຮ້າຍແຮງ ຕໍ່ລະບົບນິເວດ
File photo: RFA

ນັກວິຊາການ ແລະ ອົງການສາກົນ ທີ່ເຮັດວຽກກ່ຽວແມ່ນ້ຳຂອງ ໄດ້ສະແດງຄວາມກັງວົນກ່ຽວກັບ ນ້ຳຂອງປ່ຽນສີ ຊຶ່ງແຕ່ກອນເປັນ ສີຂີ້ຕົມ ແຕ່ປັດຈຸບັນ ກາຍເປັນສີຄາມ ຊຶ່ງເປັນສັນຍານ ເຖິງຜົນກະທົບອັນຮ້າຍແຮງ ຕໍ່ລະບົບນິເວດ ແມ່ນ້ຳຂອງ ຍ້ອນມີການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ. ໃນກອງປະຊຸມ ທີ່ມີຫົວຂໍ້ວ່າ “ແມ່ນ້ຳຂອງສີຄາມແຫ້ງຂອດ” ທີ່ຈັດຂຶ້ນຢູ່ບາງກອກ ປະເທດໄທຍ, ຍານາງ ເປຣມຣຶດີ ດາວເຣືອງ ຜູ້ປະສານງານເຄືອຂ່າຍ ຕິດຕາມການສ້າງເຂື່ອນ ໃນລາວ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 16 ມີນາ ວ່າ:

"ສະພາບໂຕແມ່ນ້ຳຂອງ ຊຶ່ງເຄີຍຂຸ່ນນີ້ ກາຍເປັນສີໃສ ສາເຫດທີ່ໃສນີ້ ເພາະວ່າຕະກອນ ຫຼືຝຸ່ນຕົມ ຖືກກັກໄວ້ໃນພື້ນທີ່ເຂື່ອນ ຊຶ່ງ ກັກນ້ຳໄວ້ຕອນເທິງ ແລ້ວກໍແມ່ນ້ຳທີ່ຜ່ານເຂື່ອນມາ ກໍໄຫຼຊ້າລົງ ຊຶ່ງອັນນີ້ ກໍເປັນປະກົດການໃຫຍ່ ເພາະເກີດຂຶ້ນຕະຫຼອດລຳນ້ຳ."

ປາກົດການນ້ຳຂອງສີຄາມ ຈະສົ່ງຜົນໃຫ້ລະບົບນິເວດແມ່ນ້ຳຂອງ ເປັນຕົ້ນສັດນ້ຳ ຫຼາຍລ້ານຊີວິດ ຈະໄດ້ຮັບຜົນກະທົບ, ທ່ານ Anthony Zola ນັກວິຈັຍອິສຣະ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມີນາ ວ່າ:

"ສິ່ງທີ່ມັນເກີດຂຶ້ນ ກະທົບຊີວິດຂອງຊາວບ້ານ ທີ່ຢູ່ແຄມຂອງ ເປັນທັງຊາວບ້ານ ທີ່ທຳມາຫາກິນປະຈຳວັນ ຫຼາຍລ້ານຄົນທີ່ອາໃສ ແມ່ນ້ຳຂອງ ແນ່ນອນລະບົບນິດເວດ ກໍໄດ້ຮັບຜົນ ກະທົບ ບໍ່ວ່າຈະເປັນຊາວປະມົງ ແລະ ພັນປາ ທີ່ຢູ່ໃນແມ່ນ້ຳຂອງ."

ປັດໃຈທີ່ເຮັດໃຫ້ເກີດປາກົດການ ດັ່ງກ່າວ ເປັນຍ້ອນການສ້າງເຂື່ອນ ທີ່ຣັຖບານເປັນຜູ້ອະນຸມັດ ແລະ ນັກວິຊາການສະເໜີໃຫ້ມີ ການກວດສອບ ເພື່ອແກ້ໄຂບັນຫາ ດັ່ງກ່າວ, Dr. Carl Middleton ຈາກສູນສຶກສາການພັທນາສັງຄົມ ຄະນະຣັຖສາດ ຈຸລາລົງກອນ ມະຫາວິທຍາໄລ ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມີນາ ວ່າ:

"ຕ້ອງຮັບຜິດຊອບ ກັບສິ່ງທີເກີດຂຶ້ນຢູ່ແມ່ນ້ຳຂອງ ທີ່ຫຼາຍປະເທດໄດ້ໃຊ້ ປະໂຫຍດຮ່ວມກັນ. ຣັຖບານຈະຕ້ອງເບິ່ງຫຼັກການ, ຮັບຟັງ ປະຊາຊົນຜູ້ທີ່ມີປະສົບການ ແລະ ຄິດວ່າຈະຫາ ທາງແກ້ໄຂແນວໃດ."

ການເກີດພາວະນ້ຳປ່ຽນສີ ເຮັດໃຫ້ລະບົບນິເວດເສັຽໄປ ຍ້ອນວ່າຕະກອນ ຫຼືຝຸ່ນຕົມ ທີ່ເປັນອາຫານຂອງພືດ ແລະສັດໃນນ້ຳເສັຽໄປ, ທ່ານ ໄຊວັດ ພາຣະຄຸມ ຜູ້ປະສານງານເຄືອຂ່າຍ ແມ່ນ້ຳຂອງ ແຂວງໜອງຄາຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຕະກອນ ຫຼື ຝຸ່ນຕົມ ມັນເປັນອາຫານຂອງພືດ ແລະອາຫານຂອງສັດນ້ຳ ທຸກຊນິດ ຈຸດນີ້ ມັນເຮັດໃຫ້ເກີດຜົນກະທົບຫຼາຍຢ່າງ ບໍ່ວ່າ ຈະເປັນເລື່ອງຕ່ອງໂສ້ອາຫານ ກັບສັດນ້ຳ ທຸກຊນິດ ກັບພາວະນ້ຳ ບໍ່ມີຕະກອນ ຫຼືຝຸ່ນຕົມ ເຮັດໃຫ້ສັດນ້ຳເກືອບ ທຸກຊນິດ ຫາຍໄປ."

ປະຊາຊົນ ຢູ່ແຂວງບໍ່ແກ້ວ ກ່າວວ່າ ລາວຮູ້ສຶກກັງວົນ ຍ້ອນວ່ານ້ຳຂອງປ່ຽນສີ ເປັນເລື່ອງຜິດປົກກະຕິ:

"ປີທີ່ແລ້ວເປັນນະ ກ່ອນໂຄວິດມາ ເຕັມເລີຍ ຈັກອາທິດນຶ່ງ ມັນເປັນເໝືອນທະເລ ເລີຍຫັ້ນນະ ບໍ່ເຄີຍເຫັນຈັກເທື່ອເລີຍນະປີນັ້ນ ມັນແປກ ຄືຄ້າຍໆກັບທະເລເລີຍນະ ບາງຄົນກໍຍັງ ແປກໃຈ ຂ້ອຍກໍຍັງແປກໃຈວ່າ ເອົ້ານ້ຳມັນປານທະເລ."

ປະເທດລາວ ໄດ້ສ້າງເຂື່ອນໃສ່ແມ່ນ້ຳຂອງ ສໍາເຣັດໄປແລ້ວ 2 ເຂື່ອນ ຄື ເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ, ແລະ ຣັຖບານລາວ ຍັງມີແຜນຈະສ້າງເຂື່ອນໃສ່ ແມ່ນ້ຳຂອງ ອີກຫຼາຍເຂື່ອນ.

ອີງຕາມຂໍ້ມູນຈາກໜ່ວຍງານ ທີ່ຕິດຕາມເຂື່ອນຢູ່ແມ່ນ້ຳຂອງ ຫຼື Mekong Dam Monitor, ລະດັບນ້ຳຂອງ ຢູ່ປະເທດລາວ ແລະ ໄທຍຈະລົດລົງເຖີງ 1.3 ແມັດ ໃນວັນທີ 18 ມີນາ ຈາກລະດັບປົກກະຕິ ແມ່ນ້ຳຂອງແມ່ນສູ່ງ ກ່ອນນັ້ນຫຼາຍຍ້ອນວ່າ ເຂື່ອນຈິງຫົງ ຢູ່ແມ່ນ້ຳຂອງ ຕອນເທິງຢູ່ປະເທດຈີນ ມີການກັກເກັບນ້ຳເອົາໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.