ເຂື່ອນຈິງຫົງຢູ່ຈີນ ກັກນໍ້າໄວ້ ສ່ວນໃຫຍ່

ອຸ່ນເກ້ວ ສຸກສະຫວັນ
2021.02.12
ເຂື່ອນຈິງຫົງຢູ່ຈີນ ກັກນໍ້າໄວ້ ສ່ວນໃຫຍ່ ສະພາບນ້ຳຂອງ ທີ່ບົກແຫ້ງຢ່າງ ຜິດປົກກະຕິ ໃນເຂດ ເມືອງເຣນູນະຄອນ ແຂວງ ນະຄອນພນົມ ປະເທດໄທຍ ກົງກັນຂ້າມ ກັບ ເມືອງໜອງບົກ ແຂວງຄຳມ່ວນ ປະເທດລາວ.
RFA

ລະດັບແມ່ນ້ຳຂອງ ຢູ່ເຂດ ປະເທດລາວ, ໄທຍ, ກຳພູຊຳ ແລະ ວຽດນາມ ຫຼຸດລົງ ຍ້ອນ ປະກົດການທຳມະຊາດ ແລະ ອີກສາເຫດ ນຶ່ງຍ້ອນວ່າ ເຂື່ອນຈິງຫົງ ຢູ່ ແມ່ນ້ຳຂອງຕອນເທິງ ທີ່ຕັ້ງຢູ່ ແຂວງຢູນານ ປະເທດຈີນ ມີການຈຳກັດການປ່ອຍນ້ຳລົງມາ.

ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງ ສາກົນ ຫຼື MRC ລາຍງານໃນວັນທີ 12 ກຸມພາ ວ່າລະດັບນ້ຳຂອງຫຼຸດລົງຢ່າງຕໍ່ເນື່ອງ ນັບແຕ່ຕົ້ນປີນີ້ ຍ້ອນວ່າຝົນຕົກໜ້ອຍລົງ, ການໄຫຼ ຂອງນ້ຳມີການປ່ຽນແປງ, ການກັກນ້ຳຂອງເຂື່ອນ ຢູ່ ສາຂາແມ່ນ້ຳຂອງ, ແລະ ການຈຳກັດການປ່ອຍນ້ຳ ຂອງເຂື່ອນຈິງຫົງ ຂອງຈີນ.

ດຣ ວິໃນ ວັງພິມົນ ເຈົ້າໜ້າທີ່ກອງເລຂາ ຄະນະກຳມາທິການແມ່ນ້ຳຂອງ ສາກົນ ໄດ້ກ່າວວ່າ: ລະດັບນ້ຳມີການຂຶ້ນ ແລະລົງແບບ ກະທັນຫັນ ຢູ່ແມ່ນ້ຳຂອງ ທີ່ຢູ່ລຸ່ມເຂື່ອນຈິງຫົງ ລົງມາຮອດ ນະຄອນຫລວງວຽງຈັນ, ຊຶ່ງກາຍເປັນສິ່ງທ້າທາຍ ຕໍ່ເຈົ້າໜ້າທີ່ ແລະ ປະຊາຊົນ ທີ່ກະກຽມຮັບມືກັບ ຜົນກະທົບ ທີ່ຈະເກີດຂຶ້ນ.

ການຕິດຕາມປະຣິມານ້ຳຝົນ ປະຈຳເດືອນ ຂອງຄະນະກຳມາທິການ ແມ່ນ້ຳຂອງສາກົນ ໄດ້ສະແດງໃຫ້ເຫັນວ່າ ນັບແຕ່ເດືອນ ພຶສຈິກາ ໃນປີ 2020 ຝົນຕົກໜ້ອຍກວ່າປົກກະຕິ ຫຼຸດລົງ 25 ເປີເຊັນ.

ຖານຂໍ້ມູນກ່ຽວກັບລະດັບນ້ຳ ໄດ້ສະແດງໃຫ້ເຫັນວ່າ ການໄຫຼ ຂອງນ້ຳອອກຈາກເຂື່ອນຈິງຫົງ ຂອງຈີນ ໃນວັນທີ 11 ກຸມພາ ຢູ່ໃນ ລະດັບ 775 ແມັດກ້ອນ ຕໍ່ວິນາທີ ຈາກລະດັບ ປ່ອຍນ້ຳປົກກະຕິຂອງ ເຂື່ອນ ຢູ່ທີ່ 1,400 ແມັດກ້ອນ ຕໍ່ວິນາທີ ທີ່ບັນທຶກເອົາໄວ້ ໃນເດືອນທັນວາ ປີທີ່ຜ່ານມາ.

ນັບແຕ່ວັນທີ 1-7 ມົກກະຣາ ປີ 2021 ເຂື່ອນຈິງຫົງ ປ່ອຍນ້ຳອອກໃນປະຣິມານ 785 ແມັດກ້ອນ ຕໍ່ວິນາທີ, ແຕ່ວ່າ ຄ່ອຍປ່ອຍຂຶ້ນ ຈົນຮອດ 1,400 ແມັດກ້ອນຕໍ່ວິນາທີ ໃນວັນທີ 15 ກຸມພາ ເຮັດໃຫ້ລະດັບນ້ຳຂອງ ສູງຂຶ້ນ 1.07 ແມັດ. ເຂື່ອນຈິງຫົງ ໄດ້ປ່ອຍນ້ຳ ໜ້ອຍລົງ ຢູ່ໃນລະດັບ 740 ແມັດກ້ອນ ຕໍ່ວິນາທີ ນັບແຕ່ວັນທີ 15-23 ກຸມພາ ກ່ອນທີ່ຈະປ່ອຍອອກ 990 ແມັດກ້ອນ ຕໍ່ວິນາທີ ໃນວັນທີ 29 ມົກກະຣາ. ຫຼັງຈາກນັ້ນ ເຂື່ອນຈິງຫົງຂອງຈີນ ກໍປ່ອຍຫຼຸດລົງໃນລະດັບ 800 ແມັດກ້ອນ ຕໍ່ວິນາທີ ໃນວັນທີ 11 ກຸມພາ.

ໃນຕົ້ນເດືອນ ມົກກະຣາ, ກະຊວງຊັພຍາກອນນ້ຳຂອງຈີນ ໄດ້ແຈ້ງໃຫ້ປະເທດ ລຸ່ມແມ່ນ້ຳຂອງ 4 ປະເທດຮູ້ວ່າເຂື່ອນຈິງຫົງ ຈະຄວບຄຸມການປ່ອຍນໍ້າ ຢູ່ທີ່ 1,000 ແມັດກ້ອນ ຕໍ່ວິນາທີ ນັບແຕ່ວັນທີ 5-24 ມົກກະຣາ ຍ້ອນວ່າ ມີການສ້ອມແປງລະບົບ ສາຍສົ່ງໄຟຟ້າ. ແຕ່ ກະຊວງຊັພຍາກອນນ້ຳ ຂອງຈີນ ບໍ່ໄດ້ບອກລະອຽດ ເຖີງລະດັບນ້ຳ ກ່ອນທີ່ມີການ ຈຳກັດ ການປ່ອຍນ້ຳ ວັນທີ 25 ມົກກະຣາ.

ໃນປີທີ່ຜ່ານມາ, ຈີນ ໄດ້ຕົກລົງ ທີ່ຈະແບ່ງປັນຂໍ້ມູນເລື່ອງລະດັບນ້ຳ ຢູ່ໃນເຂື່ອນຂອງຈີນ ຢູ່ຕອນເທິງ ຂອງແມ່ນ້ຳຂອງໝົດປີ ແລະປະຣິມານ້ຳຝົນ ໃຫ້ແກ່ຄະນະກຳມາທິການ ແມ່ນ້ຳຂອງ ສາກົນ ຫຼື MRC. ຕາມທີ່ໄດ້ຕົກລົງກັບ MRC, ຈີນ ສັນຍາວ່າ ຈະແຈ້ງໃຫ້ MRC ແລະ ປະເທດສະມາຊິກ ແມ່ນ້ຳຂອງ ໄດ້ຮູ້ເຖິງ ລະດັບນ້ຳທີ່ຜິດປົກກະຕິ ຫຼື ການຫຼຸດລົງ ຂອງລະດັບນ້ຳ ແລະປະຣິມານນ້ຳ, ແລະຈະໃຫ້ຂໍ້ມູນກ່ຽວກັບ ປັດໃຈທີ່ຈະນຳໄປສູ່ ນ້ຳຖ້ວມກະທັນຫັນ.

ດຣ ວິໃຈ ຍັງກ່າວວ່າ ການດຳການແບບນີ້ ເຮັດໃຫ້ສົ່ງຜົນກະທົບ ຕໍ່ການຂົນສົ່ງທາງນ້ຳ, ການຂຶ້ນລົງຂອງປາ, ການເຮັດ ກະສິກັມ ແລະ ການເກັບໄຄນ້ຳ. ເພື່ອຊ່ວຍໃຫ້ປະເທດ ແມ່ນ້ຳຂອງ ຕອນລຸ່ມ ປ້ອງກັນຄວາມສ່ຽງ ຢ່າງມີປະສິດທິຜົນ, ພວກເຮົາຮຽກຮ້ອງ ໃຫ້ຣັຖບານຈີນ ແລະ ປະເທດແມ່ນ້ຳຂອງ ຕອນລຸ່ມ ແບ່ງປັນແຜນການປ່ອຍນ້ຳ ໃຫ້ພວກເຮົາ.

ສະຖານນີຕິດຕາມປາ ຢູ່ເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທຍ ທີ່ລຸ່ມເຂື່ອນຈິງຫົງ ຂອງຈີນ ລົງມາ ປະມານ 300 ກິໂລແມັດ ເຫັນວ່າ ລະດັບນ້ຳຂອງ ຫຼຸດລົງປະມານ 1 ແມັດ ໃນລະຫວ່າງວັນທີ 2-4 ມົກກະຣາ. ນັບແຕ່ນັ້ນເປັນຕົ້ນມາ ລະດັບນ້ຳຂອງຢູ່ເມືອງຊຽງແສນ ຂຶ້ນ ແລະ ລົງ ແບບຜິດປົກກະຕິ ຢູ່ທີ່ - 0.24 ແມັດ ແລະ 0.28 ແມັດ.

ຢູ່ເມືອງຊຽງຄານ ແຂວງເລີຍປະເທດໄທຍ ກົງກັນຂ້າມກັບເມືອງຊະນະຄາມ ແຂວງວຽງຈັນລະດັບນ້ຳຂອງ ຂຶ້ນລົງຜິດປົກຕິຢູ່ທີ່ -0.32 ແມັດ ແລະ 0.50 ແມັດ.

ຢູ່ແມ່ນ້ຳຂອງ ສາຍຫຼັກ ແຕ່ແຂວງນະຄອນພະນົມ ແລະ ເມືອງໂຂງຈຽມ ແຂວງອຸບົນຣາຊະທານີ ຂອງໄທຍ, ເຂດເມືອງທ່າແຂກ ແຂວງຄຳມ່ວນ, ແຂວງສວັນນະເຂດ, ເມືອງ ປາກເຊ ແຂວງຈຳປາສັກ ຂອງລາວ, ລະດັບນ້ຳຫຼຸດລົງ ຈາກ 0.04 ແມັດ ຫາ 0.08 ແມັດ.

ນອກຈາກນີ້ ລະດັບນ້ຳຂອງຢູ່ປະເທດກຳພູຊາ ແລະ ເຂດສາມລ່ຽມປາກແມ່ນ້ຳຂອງ ຢູ່ ປະເທດວຽດນາມ ກໍຫຼຸດລົງ ເຊັ່ນດຽວກັນ.

ທ່ານ Brian Eyler ຜູ້ອຳນວຍການໂຄງພະລັງງານ, ນ້ຳ ແລະ ຄວາມຍືນຄົງ ຂອງສູນ Stimson Center ທີ່ຕັ້ງຢູ່ ວໍຊິງຕັນດີຊີ ສະຫະຣັຖ ອາເມຣິກາ ໄດ້ເຜີຍຂໍ້ມູນໃນວັນທີ 24 ມົກກະຣາ ທີ່ສະແດງ ໃຫ້ເຫັນວ່າ ລະດັບນ້ຳຂອງ ຢູ່ຕອນລຸ່ມເຂື່ອນຈິງຫົງ ຂອງ ຈີນ ຫຼຸດລົງກວ່າທີ່ເຄີຍເປັນມາ ຍ້ອນວ່າເຂື່ອນຈິງຫົງ ກັກນ້ຳເອົາໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

John
Feb 13, 2021 12:00 AM

please pay attention to spelling of laos language, check it complete before post it out, be accurate, organize sentence like a real news agency