ເວທີສົນທະນາຊັພຍາກອນນໍ້າ ຫລົ້ມ ຢູ່ໄທຍ໌


2013.10.10
F-XD-villagers ຊີວິດ ການເປັນຢູ່ ຂອງຊາວບ້ານ ໃນເຂດ ສ້າງເຂື່ອນ ໄຊຍະບູຣີ
international river

 

ລາຍງານຈາກ ແຂວງອຸບົນຣາຊທານີ ຂອງໄທ ຣະບຸວ່າເຄືອຂ່າຍຊຸມຊົນຮັກແມ່ນໍ້າຂອງ ແຂວງອຸບົນບໍ່ສົນໃຈສະແດງຄວາມເຫັນຮ່ວມ ເວທີ ທີ່ກົມຊັພຍາກອນນໍ້າຈັດຂຶ້ນ ກຸ່ມດ່ັງກ່າວເວົ້າວ່າກົມຊັພຍາກອນນໍ້າ ເປັນຂະບວນການຍຸຕິທັມ ແຕ່ບໍ່ແກ້ໄຂບັນຫາແທ້ຈີງຈື່ງພາກັນຍ່າງອອກ ຈາກຫ້ອງປະຊຸມ.

ແຕ່ສໍານັກງານບໍຣິຫານ ຈັດການລຸ່ມແມ່ນໍ້າຂອງ ເຫັນວ່າເປັນການເສັຽໂອກາດ ຂອງຊາວບ້ານ ທີ່ຢາກສເນີບັນຫາຜົລກະທົບຕໍ່ສີ່ງແວດລ້ອມ ທີ່ຈະເກີດກັບຊຸມຊົນໃຫ້ເປັນຂໍ້ມູນແລະບັນຫາໃນການຕ້ານການສ້າງເຂື່ອນອື່ນໆ ຕາມລໍາແມ່ນໍ້າ ຂອງໃນອະນາຄົດ.

ສໍານັກງານສາທາຣະນະຊົນ ທີ່ເມືອງຂົງຈຽມແຂວງອຸບົນຣາຊທານີ ໃນມື້ວັນທີ 9 ຕຸລາເວົ້າວ່າ ເຄືອຂ່າຍຊາວບ້ານ ຮັກແມ່ນໍ້າຂອງປະມານ 150 ຄົນ ໄດ້ພາກັນຍ່າງປະທ້ວງຕາມຖນົນວ່າ ບໍ່ຕ້ອງການເຂື່ອນໄຊຍະບູຣີແລະເຂື່ອນອື່ນໆທີ່ ກໍາລັງຈະສ້າງຂື້ນຕາມລໍາແມ່ນໍ້າຂອງເກືອບ 10 ເຂື່ອນ ພ້ອມທັງອ່ານຖແລງ ການວ່າຈະບໍ່ເຂົ້າຮ່ວມເວທີແລກປ່ຽນ ຄວາມຄິດເຫັນການໃຊ້ພລັງງານໄຟຟ້າ ຈາກພລັງນໍ້າໃນແມ່ນໍ້າຂອງ.

ນາງຄໍາປີ່ນອັກສອນ ແກນນໍາຂອງເຄືອຂ່າຍຣະບຸເຖິງສາເຫດບໍ່ເຂົ້າຮ່ວມເວທີແລກປ່ຽນຄວາມເຫັນ ທີ່ສໍານັກບໍຣິຫານຈັດການລຸ່ມແມ່ນໍ້າຂອງ ກົມຊັພຍາກອນນໍ້າ ກະຊວງຊັພຍາກອນທັມມະຊາດ ແລະສີ່ງແວດລ້ອມຈັດຂື້ນວ່າ ບໍ່ຕ້ອງການ ໄປຮັບເອົາຄວາມຊອບທັມ ຂອງໜ່ວຍງານ ທີ່ສນັບສນູນ ການສ້າງເຂື່ອນກັ້ນນໍ້າຂອງ ເນື່ອງຈາກເຖິງແມ່ນວ່າ ເຂື່ອນໄຊຍະບູຣີ ຈະສ້າງຢູ່ລາວ ແຕ່ຜູ້ສ້າງແລະຜູ້ລົງທຶນນັ້ນ ກໍເປັນນັກ ລົງທຶນ ຈາກປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.