ໄທຍ ຄັດຄ້ານ ເຂື່ອນ ຊະນະຄາມ

ອະວາຣີ
2020.12.24
ໄທຍ ຄັດຄ້ານ ເຂື່ອນ ຊະນະຄາມ ແມ່ນໍ້າຂອງ ໃນຂົງເຂດທີ່ ໂຄງການ ເຂື່ອນ ຊະນະຄາມ ຂອງຣັຖບານລາວ ຈະສ້າງໃສ່
RFA

ໄທຍ, ຄັດຄ້ານ ໂຄງການເຂື່ອນ ແມ່ນ້ຳຂອງ ແຮງຂຶ້ນ, ເມື່ອວັນທີ່ 22 ທັນວາ 2020 ໄທຍ ກໍຈັດເສວະນາສອງຄັ້ງ ທີ່ມີປະຊາຊົນ ເຈົ້າໜ້າທີ່ ແລະ ນັກຊ່ຽວຊານຂອງໄທຍ ເຂົ້າຮ່ວມ.

ໃນກອງປະຊຸມ ທີ່ບາງກອກ, ດຣ. ວິຈານ ສີມາສາຍາ ຜູ້ອຳນວຍການສະຖາບັນ ສິ່ງແວດລ້ອມຂອງໄທຍ ໄດ້ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ປະຊຸມນັ້ນວ່າ:

“ສິ່ງສຳຄັນທີ່ສຸດ ເຂື່ອນ ແມ່ນ້ຳຂອງ ຕ້ອງມີຣະບົບບໍຣິຫານຈັດການນ້ຳໃຫ້ດີ, ຕ້ອງປ່ອຍນ້ຳໃຫ້ມີຄວາມສົມດູນ. ສຳຣັບເຂື່ອນທີ່ຢູ່ ທາງພາກເໜືອ ແລະ ພາກກາງຂອງແມ່ນ້ຳຂອງ, ເຣື່ອງນີ້ເປັນເຣື່ອງທີ່ສຳຄັນ ເພາະວ່າແມ່ນ້ຳຂອງ ຕ້ອງການນ້ຳລໍ່ລ້ຽງຕລອດ ເວລາ.”

ດຣ. ວິຈານ ສີມາສາຍາ ກ່າວອີກວ່າ ນອກຈາກນັ້ນ ທ່ານຍັງຢາກໃຫ້ຜູ້ສ້າງເຂື່ອນ, ສຶກສາສຳຣວດຜົນກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນຢ່າງຄັກແນ່ ຊຶ່ງຈະເປັນຜົນປໂຍດ ຫລາຍຕໍ່ປະເທດຕົ້ນນ້ຳ ກາງນ້ຳ ແລະ ທ້າຍນ້ຳ.

ໃນຂນະດຽວກັນ ດຣ. ເພັດ ມະໂນປະວິດ ນັກວິທຍາສາດ ດ້ານການອະນຸຮັກ ສເນີວ່າ:

”ແມ່ນ້ຳຂອງເປັນແຫລ່ງອາຫານ ທີ່ສຳຄັນສຳຣັບການດຳຣົງຊີວິດ ຂອງປະຊາຊົນໃນພູມີພາກແມ່ນ້ຳຂອງ, ດັ່ງນັ້ນຜູ້ພັທນາແມ່ນ້ຳ ສາຍຫລັກ ຕ້ອງຄຶດດີໆ ຍ້ອນວ່າມັນບໍ່ແມ່ນພຽງແຕ່ ການຜລິດພະລັງງານໄຟຟ້າ ຢ່າງດຽວ, ມັນຈະປ່ຽນຣະບົບນິເວດ ຂອງແມ່ນ້ຳ ຂອງທັງໝົດ. ເຮົາສາມາດຜລິດໄຟຟ້າດ້ວຍວິທີອື່ນໄດ້້; ຢ່າລືມວ່າ ເຮົາຈະບໍ່ສາມາດ ສ້າງແມ່ນ້ຳຂອງ ອີກສາຍນຶ່ງໄດ້, ຖ້າແມ່ນ້ຳ ຂອງສາຍນີ້ຫາກຖືກທຳຣາຍ ກໍຈະຖືກທຳຣາຍຕລອດໄປເລີຍ.”

ເຊັ່ນດຽວກັນ ດຣ. ສົມກຽດ ປະຈຳວົງ ເລຂາທິການສຳນັກງານ ຊັພຍາກອນນ້ຳ ແຫ່ງ ປະເທດໄທຍ ກໍຢືນຢັນວ່າ:

“ການຜລິດໄຟຟ້າ ຂອງເຂື່ອນໄຊຍະບຸຣີ ກໍໄດ້ສົ່ງຜົນກະທົບຕໍ່ແມ່ນ້ຳຂອງແລ້ວ, ເຮົາຕ້ອງຕິດຕາມຜົນກະທົບດ້ານອື່ນໆນຳ, ເປັນຕົ້ນ ເຣື່ອງຝຸ່ນຕົມ ຣະບົບນິເວດ ການຂຶ້ນລົງຂອງນ້ຳ ແມ່ນ້ຳຂອງບົກແຫ້ງ ປະຣິມານນ້ຳມີໜ້ອຍ; ມັນສົ່ງຜົນກະທົບໄປໝົດ.”

ຣັຖບານລາວມີແຜນສ້າງເຂື່ອນໃສ່ແມ່ນ້ຳຂອງ ທັງໝົດເກົ້າແຫ່ງ, ສ້າງສຳເຣັດໄປແລ້ວສອງແຫ່ງຄື; ເຂື່ອນໄຊຍະບຸຣີ ແລະ ເຂື່ອນ ດອນສະໂຮງ; ປັດຈຸບັນກຳລັງຈະສ້າງອີກ ຫ້າ ເຂື່ອນ ຄື; ເຂື່ອນຫລວງພຣະບາງ, ເຂື່ອນປາກລາຍ, ເຂື່ອນປາກແບງ, ເຂື່ອນ ຊະນະຄາມ ແລະ ເຂື່ອນພູງອຍ. ອີກສອງເຂື່ອນ ຍັງຢູ່ໃນແຜນການ.

ໃນມື້ດຽວກັນ ຄືວັນທີ 22 ທັນວາ 2020, ເຄືອຂ່າຍປະຊາຊົນລຸ່ມແມ່ນ້ຳຂອງ ພາກອິສານ ແລະ ກົມສົ່ງເສີມຄຸນນະພາບ ສິ່ງແວດ ລ້ອມຂອງຣັຖບານໄທຍ ໄດ້ຮ່ວມກັນຈັດກອງປະຊຸມ ຂຶ້ນ ທີ່ແຂວງເລີຍຂອງໄທຍ, ເພື່ອຕິດຕາມສິ້ງຊອມເບິ່ງໂຄງການພັທນາໃຫຍ່ໆ ຕາມລຳແມ່ນ້ຳຂອງ ນ້ຳຊີ ແລະ ນ້ຳມູນ.

ໃນໂອກາດນີ້ ທ່ານ ວິຣະສັກ ຈັນວິໄລ ເຈົ້າໜ້າທີ່ກົມຄຸນນະພາບ ສິ່ງແວດລ້ອມຂອງໄທຍ ກ່າວວ່າ ຫ້ອງການຂອງທ່ານໄດ້ຕິດຕາມ ເບິ່ງໂຄງການພັທນາຕາມລຳແມ່ນ້ຳຂອງ ໂດຍຕລອດ ເປັນຕົ້ນການສ້າງເຂື່ອນ ທີ່ໄດ້ສົ່ງຜົນກະທົບຕໍ່ຣະບົບນິເວດ ແລະການປະມົງ ຂອງປະຊາຊົນທ້ອງຖິ່ນ.

ສ່ວນ ທ່ານ ນິຣັນ ພິທັກວັດຊະຣະ ອາດີດກັມມະການ ສິດທິມະນຸດໄທຍ ກ່າວວ່າ, ການພັທນາແມ່ນ້ຳຂອງ ຈະເປັນປໂຍດສຳຣັບ ປະຊາຊົນ ຖ້າຜູ້ພັທນານັບຖື ສິດທິມະນຸດ; ແຕ່ການພັທນາທີ່ຜ່ານມາ ບໍ່ນັບຖືສິດທິຂອງປະຊາຊົນ ທ້ອງຖິ່ນເລີຍ, ຣັຖບານເປັນ ເຈົ້າຂອງໂຄງການ ແລະ ກໍເປັນຜູ້ພັທນາ; ສະນັ້ນ ແມ່ນ້ຳຂອງຈຶ່ງຖືກທຳຣາຍ. ອີກຢ່າງນຶ່ງ ຄະນະກັມມາທິການ ແມ່ນ້ຳຂອງ ກໍບໍ່ໄດ້ປະຕິບັດ ຕາມໜ້າທີ່ຂອງຕົນ ຄື ບໍ່ໄດ້ປົກປ້ອງແມ່ນ້ຳຂອງເລີຍ.

ທ່ານ ນິຣັນ ພິທັກວັດຊະຣະ ອະທິບາຍວ່າພາກອິສານ ເປັນເຂດອຸດົມສົມບູນ ມີເຂົ້າປາອາຫານ ແລະແຮ່ທາດ ແຕ່ຊາວອິສານ ບໍ່ມີສິດ ຈະປົກປ້ອງຮັກສາ. ຕໍ່ໄປ ຊາວອີສານ ຄວນ ມີສິດອຳນາດຫລາຍຂຶ້ນ ໃນການປົກປ້ອງ ຊັພຍາກອນຂອງຕົນ ບໍຄວນໃຫ້ ມີໃຜມີສິດ ແລະອຳນາດເໜືອປະຊາຊົນ ປະຊາຊົນຄວນມີສິດ ໃນການຕັດສິນໃຈ ກ່ຽວກັບ ໂຄງການພັທນາຕ່າງໆ. ການຕັດສິນໃຈ ຈະພັທນາຫຍັງກໍຕາມ ໃນເຂດລຸ່ມແມ່ນ້ຳຂອງ ຕ້ອງຂຶ້ນກັບປະຊາຊົນ ຕາມຫລັກການປະຊາທິປະໄຕ.

ປະຊາຊົນ ແລະ ຣັຖບານຕ້ອງປຶກສາຫາລືກັນ ຕ້ອງແລກປ່ຽນຂໍ້ມູນຂ່າວສານ ແລະ ກໍຕ້ອງນັບຖືສິດຂອງກັນແລະກັນ. ປະຊາຊົນ ຕ້ອງຈັດຕັ້ງ ສະພາປະຊາຊົນ ລຸ່ມແມ່ນ້ຳຂອງຂຶ້ນ ຊຶ່ງຈະກວມລວມເອົາປະຊາຊົນ ໃນແປດ ແຂວງໃນພາກອິສານ ທີ່ເຄີຍເຄື່ອນໄຫວ ຕໍ່ຕ້ານການສ້າງເຂື່ອນ ເພື່ອຮ່ວມກັບຣັຖບານ ໃນການພິຈາຣະນາຕັດສິນໃຈວ່າ ຈະສ້າງຫຍັງ ແລະຈະສ້າງແນວໃດ.

ດຣ. ວະຊິຣາພອນ ກຳເນີດເພັດ ຜູ້ຕາງໜ້າສຳນັກງານ ຊັພຍາກອນນ້ຳແຫ່ງຊາດຂອງໄທຍ ໄດ້ກ່າວໃນກອງປະຊຸມວ່າສຳນັກງານ ຂອງທ່ານເຫັນວ່າ ບົດຣາຍງານກ່ຽວກັບ ການສຶກສາສຳຣວດ ຜົນກະທົບ ຂອງເຂື່ອນຊະນະຄາມ ແລະ ເຂື່ອນຫລວງພຣະບາງ ໃນລາວນັ້ນ ເກົ່າເກີນໄປ ເກົ່າກວ່າສິບປີແລ້ວ. ພວກເຮົາຂໍໃຫ້ມີການສຶກສາ ສຳຣວດໃໝ່; ໄທຍ ຈະບໍ່ຍອມ ຈັດກອງປະຊຸມຫາລື ເບື້ອງຕົ້ນກ່ຽວກັບເຂື່ອນເຫລົ່ານີ້ ເພາະມີຂໍ້ມູນບໍ່ພຽງພໍ. ຂໍ້ມູນທີ່ພວກ ເຮົາໄດ້ຮັບ ຄື ບົດຣາຍງານການສຶກສາສຳຣວດ ແຕ່ປີ 2017 ເກົ່າໂພດແລ້ວ.

ອີກຢ່າງນຶ່ງ ພວກເຮົາໄດ້ສຶກສາສຳຣວດ ຜົນກະທົບຈາກເຂື່ອນໄຊຍະບຸຣີ ທັງກ່ອນສ້າງ ແລະ ຫລັງຈາກສຳເຣັດ; ຜົນປະກົດວ່າ ຣະດັບນ້ຳຂອງປ່ຽນແປງ ອີຫລີ ບົກແຫ້ງລົງ ປາ ມີໜ້ອຍລົງ ແລະ ຕາຝັ່ງຂອງກໍເຈື່ອນເພພັງ.

ສ່ວນ ທ່ານ ສຸວິດ ໂຄສຸວັນ ນັກຊ່ຽວຊານ ຈາກກົມຊັພຍາກອນທໍຣະນີສາດຂອງໄທຍ, ໄດ້ສະແດງຄວາມເປັນຫ່ວງຢ້ານເຂື່ອນແມ່ນ້ຳ ຂອງ ຈະໄດ້ຮັບຜົນກະທົບຈາກແຜ່ນດິນໄຫວ ເພາະເຂດທີ່ຈະມີການສ້າງເຂື່ອນ ແມ່ນ້ຳຂອງ ຫລາຍໆແຫ່ງນັ້ນ, ເປັນເຂດທີ່ມີຄວາມ ສ່ຽງຕໍ່ເຫດການແຜ່ນດິນໄຫວ, ເປັນຕົ້ນເຂດແຂວງອຸດຕະຣະດິດ ແລະ ແຂວງເລີຍ ເປັນແລວ ເຄື່ອນໄຫວ ຂອງ ພະລັງໃຕ້ດິນ ເລີກບໍ່ເຖິງ 10 ກິໂລແມັດ.

ເມື່ອບໍ່ດົນຜ່ານມາ ກໍເກີດແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບຸຣີ ຊຶ່ງກໍນອນຢູ່ໃນແລວດັ່ງກ່າວ. ແຜ່ນດິນໄຫວເທື່ອນັ້ນ ມີ ຂນາດແຮງເຖິງ 6 ຣິກເຕີ ແລະ ໄດ້ສ້າງຄວາມ ເສັຍຫາຍ ຕໍ່ໂຮງງານໄຟຟ້າຫົງສາລິກໄນ ຢ່າງຫລວງຫລາຍ.

ນັກຊ່ຽວຊານທ່່ານນີ້ ອະທິບາຍອີກວ່າ ໃນເຂດທີ່ຣັຖບານລາວຈະສ້າງເຂື່ອນປາກລາຍ ແລະເຂື່ອນປາກຊົມນັ້ນ ກໍມີຮອຍເຄື່ອນໄຫວ ຢູ່ໃຕ້ດິນແຮງ ແຮງເຖິງ 7 ຣິກເຕີ. ເຂດຣະຫວ່າງ ແຂວງໄຊຍະບຸຣີ ແລະ ເລີຍ ກໍເຄີຍມີແຜ່ນດິນໄຫວ ຫລາຍຄັ້ງແລ້ວ ແຕ່ບໍແຮງ ແທກໄດ້ພຽງ ຣະຫວ່າງ 3-4 ຣິກເຕີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.