ເຣື້ອງທີ່ເກັບບັນທຶກໄວ້
2024-10-31
ແຂວງຫົວພັນ ເພີ່ມມາດຕະການຄຸ້ມຄອງ ບັນຫາການປ່ອຍສານເຄມີລົງນ້ຳແວ່ນ ເມືອງຊຳເໜືອ ແຂວງຫົວພັນ ຈາກບໍລິສັດຈີນ.
2024-10-30
ບັນຫາຝຸ່ນແລະຄວັນ ຖືເປັນມົນລະພິດ ທາງອາກາດ ທີ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ, ຄຸນນະພາບອາກາດ, ເສດຖະກິດ, ສຸຂະພາບຊີວິດຂອງປະຊາຊົນ ແລະຍັງບໍ່ມີມາດຕະການແກ້ໄຂເທື່ອທີ່ໄດ້ຜົນເທື່ອ ນອກຈາກໃນອະນາຄົດ ລັດຖະບານຈະມີການປັບປຸງ-ແກ້ໄຂກົດໝາຍ ວ່າດ້ວຍ ສິ່ງແວດລ້ອມ.
2024-10-29
ການສ້ອມແປງຖະໜົນ ແຕ່ແຂວງວຽງຈັນ ໄປຫາແຂວງຫຼວງພະບາງ ແກ່ຍາວເປັນເວລາດົນ ເຖິງແມ່ນວ່າ ມາເຖິງຕອນນີ້ຈະມີການເລີ່ມສ້ອມແປງຄືນໃໝ່ກໍ່ຕາມ.
2024-10-22
ເພື່ອປັບປຸງແລະພັດທະນາເມືອງວັງວຽງ ໃຫ້ເປັນເມືອງທ່ອງທ່ຽວ ທີ່ສາມາດຮອງຮັບນັກທ່ອງທ່ຽວ ໄດ້ຢ່າງມີປະສິດທິພາບ ທະນາຄານພັດທະນາອາຊີ ຫຼື ADB ຈຶ່ງໄດ້ໃຫ້ທຶນຊ່ວຍເຫລືອຫລາຍກວ່າ 1.8 ລ້ານໂດລ້າສະຫະລັດ.
2024-10-17
ພາຍຫຼັງທີ່ສານເຄມີ ຈາກໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ໄຫຼລົງສູ່ຫ້ວຍນ້ຳທຳມະຊາດ ເຮັດໃຫ້ຊາວບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຍັງກັງວົນໃຈ ທີ່ຈະໃຊ້ນໍ້າຈາກແມ່ນໍ້າແວ່ນ ເພື່ອອຸປະໂພກ-ບໍລິໂພກ ເຖິງວ່າພາກສ່ວນກ່ຽວຂ້ອງ ຈະລົງແກ້ໄຂແລ້ວກໍ່ຕາມ.
2024-10-16
ຄະນະກຳມາທິການແມ່ນ້ຳຂອງສາກົນ ຫຼື MRC ມີແຜນການໃຊ້ Application “One Mekong”ລະຫວ່າງເດືອນກໍລະກົດ ຫາເດືອນສິງຫາ ຜ່ານມາ ແຕ່ມາຮອດປັດຈຸບັນ ແອັບພລິເຄຊັນ ດັ່ງກ່າວ ຖືກເລືອນເວລາການໃຊ້ອອກໄປ ຢ່າງບໍມີກຳໜົດ.
2024-10-16
ສະໜາມບິນແຂວງຫຼວງນ້ຳທາ ຍັງສືບຕໍ່ປິດໃຫ້ບໍລິການ ແບບບໍ່ມີກຳນົດ ແລະໃຫ້ຖ້ຽວບິນ ໄປເປີດຢູ່ສະໜາມບິນສາກົນບໍ່ແກ້ວ ແທນ.
2024-10-09
ປັດຈຸບັນ ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍຍັງພົບເຫັນການລ່າສັດປ່າ ແລະການຄ້າຂາຍສັດປ່າທີ່ຜິດກົດໝາຍຫລາຍ ລວມດ້ວຍການບຸກເບີກປ່າໄມ້ ເພື່ອການປູກຝັງ ສ່ວນການຕັດໄມ້ທຳລາຍປ່າແບບເປັນຂະບວນການນັ້ນ ບໍ່ມີຫຼາຍ ປານໃດແລ້ວ ຍ້ອນມີການດຳເນີນຄະດີຜູ້ບຸກລຸກປ່າຫຼາຍຄະດີ.
2024-10-05
ສໍາພາດ ສະມາຊິກຄອບຄົວ ຜູ້ຖືກເຄາະຮ້າຍ ຈາກໄພນໍ້າຖ້ວມ ຢູ່ເມືອງ ແລະແຂວງ ຫຼວງນໍ້າທາ ຮວມທັງ ການບອກເລົ່າ ຂອງນາຍບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຖິງຄວາມເສຍຫາຍຕ່າງໆ ຂອງປະຊາຊົນ.
2024-10-04
ການຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຂອງທາງການລາວ ຍັງເປັນໄປຢ່າງຊັກຊ້າ ຍ້ອນມີອຸປະສັກຫຼາຍຢ່າງ ເຮັດໃຫ້ບໍ່ທັນສາມາດ ຊ່ອຍເຫຼືອພໍ່ແມ່ປະຊາຊົນຫຼາຍ ນອກຈາກ ການແຈກຍາຍເຄື່ອງບໍລິຈາກ ຂະນະທີ່ ການສ້ອມແປງທີ່ຢູ່ອາໄສ ຜູ້ທີ່ໄດ້ຮັບຜົນກະທົບ ຈໍາເປັນ ຕ້ອງໄດ້ຊ່ອຍເຫຼືອໂຕເອງ.
2024-10-03
ຊາວບ້ານຈໍານວນນຶ່ງ ຢູ່ເມືອງຄໍາເກີດແຂວງບໍລິຄໍາໄຊ ກຽມບຸກມ້າງແຄ້ມຄົນງານຂອງບໍລິສັດ ຂຸດຄົ້ນແຮ່ທາດແຫ່ງນຶ່ງ ທີ່ຈະມາແຕະຕ້ອງດິນຂອງເຂົາເຈົ້າ ແລະ ເກີດມີປາກສຽງກັນ ຈົນເຈົ້າໜ້າທີ່ເຂົ້າມາຫ້າມ.
2024-10-02
ເຖິງວ່າເນື້ອທີ່ປ່າໄມ້ ຈະເພີ່ມຂຶ້ນ ແຕ່ໂຄງການຂຸດຄົ້ນບໍ່ແຮ່, ໂຄງການພະລັງງນ ເພື່ອສ້າງໂຄງລ່າງພື້ນຖານ, ການບຸກລຸກນໍາໃຊ້ເຂົ້າໃນການຜະລິດກະສິກຳ ເປັນສິນຄ້າຍັງເປັນຄວາມທ້າທາຍ ຕໍ່ການປົກປັກຮັກສາປ່າໄມ້.
2024-10-02
ຜູ້ປະກອບການຂັບລົດຂົນສົ່ງສິນຄ້າ ລະຫວ່າງລາວ ແລະ ຈີນ ໄດ້ຮັບຜົນກະທົບຕື່ມອີກ ຍ້ອນວ່າ ເກີດດິນເຈື່ອນທັບເສັ້ນທາງ ຈາກເຂດບ້ານນາເຕີຍ ຜ່ານບໍ່ເຕັນ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ເພື່ອໄປດ່ານສາກົນບໍ່ເຕັນ-ບໍ່ຫານ.
2024-10-02
ແຂວງເຊກອງ ມີແຜນຈະໂຍກຍ້າຍຊາວບ້ານ 5 ບ້ານ ຢູ່ເມືອງກະລຶມ ເພື່ອຫລີກທາງໃຫ້ ການພັດທະນາໂຄງການ ເຂື່ອນໄຟຟ້າ ເຊກອງ ຈໍານວນ 2 ແຫ່ງ ເຊິ່ງມີກໍານົດການ ຈະກໍ່ສ້າງ ພາຍໃນປີ 2025 ນີ້.
2024-10-01
ຫລາຍບ້ານ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ຍັງບໍ່ສາມາດໃຊ້ນໍ້າປະປາ ໄດ້ຕາມປົກກະຕິ ພາຍຫລັງໄດ້ຮັບຜົນກະທົບ ໄພພິບັດນ້ໍາຖ້ວມ ຢ່າງໜັກ ນັບແຕ່ມື້ວັນທີ 9 ກັນຍາ 2024 ຈົນມາຮອດປັດຈຸບັນ ຍ້ອນມີຕະກອນ ແລະ ມີໃບໄມ້ ໃນນໍ້າປະປາ.