ຣະບົບນ້ຳເສັຽ ມ.ໄຊເສດຖາ
2016.04.11
ຫລາຍບ້ານ ໃນເຂດ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ ຍັງບໍ່ມີ ຣະບົບ ລະບາຍ ນ້ຳເສັຽ ນ້ຳເປື້ອນ ທີ່ດີເທື່ອ ເຮັດໃຫ້ ນ້ຳກິນ ນ້ຳໃຊ້ ໃນເຂດນັ້ນ ບໍ່ສະອາດ, ຕາມຄຳເວົ້າ ຂອງ ພໍ່ບ້ານ ບ້ານນາໂນ ເມືອງ ໄຊເສດຖາ ທີ່ໄດ້ເວົ້າ ກັບ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 8 ເດືອນ ເມສາ ນີ້ວ່າ:
“ກໍການຣະບາຍນ້ຳ ແຫຼະ ມັນບໍ່ສະອາດ ຍັງມີ ບັນຫາຢູ່ ຍັງບໍ່ທັນໄດ້ ຮຽບຮ້ອຍ ມັນບໍ່ມີແບບ ວ່າຄອງນ້ຳ ບໍ່ມີຄອງ ນ້ຳໄຫລໄປ ຫັ່ນນະ ໄຫລຖິ້ມ ໄຫລເສັຽ ມັນບໍ່ມີບ່ອນ ລະບາຍ ອອກໄປ.”
ພໍ່ບ້ານ ທ່ານນີ້ ອະທິບາຍວ່າ ເຂດເມືອງ ໄຊເສດຖາ ມີຮ່ອງລະບາຍ ນ້ຳເປື້ອນຢູ່ ແຕ່ບໍ່ມີທໍ່ສົ່ງ ນ້ຳເປື້ອນ ອອກໄປ ໃຫ້ໄກໆບ້ານ. ສະນັ້ນ ນ້ຳເປິເປື້ອນ ຈຶ່ງຫົ້ງຢູ່ ໃກ້ໆ ບ້ານຄົນ ສົ່ງ ກິ່ນເໝັນ ທຸກເວລາ; ບໍ່ເທົ່ານັ້ນ ນ້ຳ ທີ່ເປິເປື້ອນ ນັ້ນຍັງ ໄຫລໄປປະປົນ ກັບ ນ້ຳກິນນ້ຳໃຊ້ ຂອງ ປະຊາຊົນ ນຳອີກ.
ທາງການລາວ ມີເປົ້າໝາຍວ່າ ຈະສ້າງ ເມືອງ ໄຊເສດຖາ ໃຫ້ເປັນເມືອງ ສະອາດ ຕົວຢ່າງ ຂອງ ອາຊຽນ ພາຍໃນປີ 2030. ແຕ່ພໍ່ບ້ານ ຄົນດຽວ ກັນນີ້ ເວົ້າວ່າ ອາດຈະ ປະຕິບັດ ໄດ້ຕາມ ເປົ້າໝາຍຢູ່ ຖ້າທາງເມືອງ ມີງົບປະມານ.
ເຖິງຢ່າງໃດ ກໍດີ ປັດຈຸບັນ ເຈົ້າໜ້າທີ່ ທ້ອງຖິ່ນ ກໍໄດ້ແນະນຳ ໃຫ້ ປະຊາຊົນ ສະມັກຄີ ກັນ ຊ່ວຍປົກປັກ ຮັກສາ ບ້ານເຮືອນ ຂອງຕົນ ໃຫ້ ສະອາດ ບໍ່ຖິ້ມ ຂີ້ເຫຍື້ອ ຊະຊາຍ. ໃນໂຄງການ ສ້າງເມືອງ ໃຫ້ເປັນເມືອງ ສະອາດນັ້ນ ທາງການ ລາວ ຈະສ້າງ ຣະບົບ ນ້ຳສະອາດ ແລະ ຣະບົບລະບາຍ ນ້ຳເປື້ອນ ຢ່າງດີ ໄດ້ມາຕຖານ.