ຍັງ​ຕ້ອງ​ການ​ ດິນ​ປູກ​ຝັງຕື່ມ ຈາກ​ເຂື່ອນ​ໄຊ​ຍະ​ບູ​ຣີ

ໄຊຍາ
2018.05.30
f-xayaburi ເຂື່ອນໄຟຟ້າ ໄຊຍະບູຣີ ທີ່ກໍາລັງຢູ່ໃນການກໍ່ສ້າງ
Screen captured VolvoCE APAC video

ເຂື່ອນໄຊຍະບູຣີ ໃກ້ຈະສໍາເຣັດແລ້ວ ແຕ່ປະຊາຊົນ ທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ  ບ້ານທ່າເດື່ອ ແລະ ບ້ານນາຕໍໃຫຍ່ ຮຽກຮ້ອງມາຍັງ ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາ ແບ່ງເນື້ອທີ່ດິນ ທຳການຜລິດໃຫ້ຕື່ມ ຈາກເດີມ ຄນະຈັດສັນແບ່ງທີ່ີດິນ ໃຫ້ຄອບຄົວລະ 3 ໄລ່ ເຊິ່ງບໍ່ພຽງພໍ ຕໍ່ການຜລິດ, ດັ່ງປະຊາຊົນ ບ້ານຈັດສັນ ທ່ານນຶ່ງ ກ່າວວ່າ:

“ຍ້າຍແທ້ໆ ກໍມີບ້ານຈັດສັນ ຕົວບ້ານທ່າເດື່ອ ບ້ານຈັດສັນນາຕໍໃຫຍ່ ເພີ່ນກໍໄດ້ຈັດສັນ ກໍໄດ້ແບ່ງເນື້ອທີ່ ໃຫ້ໝົດ ກໍພໍໃຈຢູ່ ແຕ່ວ່າ ປະຊາຊົນ ນີ້ ຢາກຮຽກຮ້ອງຂໍຕື່ມ ເພາະວ່າ ບ່ອນທຳການຜລິດ ມັນໜ້ອຍເກີນໄປ ມັນບໍ່ກຸ້ມກິນຫັ້ນນ່າ ຈາກຄອບຄົວ 1 ເຮັກຕ້າ​ຣ໌ ໄດ້ 4 ໄລ່ ກໍຍັງໄຄແດ່ ເພາະວ່າ ອັນນີ້ ມີແຕ່ 3 ໄລ່ປາຍ ເພີ່ນຈັດສັນ ບໍ່ຮອດ ເຮັກຕ້າ​ຣ໌ ຄອບຄົວນຶ່ງ.”

ທ່ານ ກ່າວຕື່ມວ່າ ສໍາລັບ ຜູ້ທີ່ໄດ້ຮັບ ຜົລກະທົບ ທີ່ຕ້ອງຍ້າຍມາຢູ່ ບ້ານຈັດສັນທ່າເດື່ອ 40 ຄອບຄົວ ແລະ ບ້ານຈັດສັນ ນາຕໍໃຫຍ່ 80 ຄອບຄົວນັ້ນ ຊາວບ້ານ ບໍ່ເຄີຍຂັດຂ້ອງ ເຫັນດີນຳການໂຍກຍ້າຍ ຍ້ອນໄດ້ມາຢູ່ ບ່ອນທີ່ມີຖນົນຫົນທາງ, ມີໂຮງຮຽນ ແລະ ສິ່ງອຳນວຍ ຄວາມສະດວກຂຶ້ນ ແຕ່ເຣື່ອງ ທີ່ີດິນທຳການຜລິດ ປະຊາຊົນຮຽກຮ້ອງ ໃຫ້ຄນະຈັດສັນ ເພີ່ມໃຫ້ເຂົາເຈົ້າຕື່ມ ເນື່ອງຈາກ ຕອນຢູ່ບ້ານເດີມ ທຸກຄອບຄົວ ມີດິນທຳການຜລິດ ບໍ່ຕໍ່າກ່ວາ 1 ຫາ 2 ເຮັກຕ້າຣ໌.

ຊຶ່ງທາງການລາວ ໄດ້ຣາຍງານວ່າ ປັດຈຸບັນ ການກໍ່ສ້າງເຂື່ອນໄຟຟ້າ ດໍາເນີນໄປໄດ້ 94 ປາຍ​ເປີ​ເຊັນ ແລ້ວ ແລະ ມີແຜນການ ຈະທົດລອງ ຜລິດ ກະແສໄຟຟ້າ ເທື່ອທຳອິດ ໃນທ້າຍເດືອນ ຕຸລາ ປີນີ້ ເພື່ອຈະໃຫ້ທັນຕາມກຳນົດ ຂາຍໄຟຟ້າໃຫ້ໄທ ໃນປີໜ້າ.

ກ່ຽວກັບ ເຣື່ອງນີ້ ກຸ່ມຮັກຊຽງຂອງ ເຊິ່ງເປັນອົງການຈັດຕັ້ງ ທາງສັງຄົມຂອງໄທ ທີ່ເຄີຍຮຽກຮ້ອງໃຫ້ ຣັຖບານລາວ ແລະ ໄທ ເອົາໃຈໃສ່ ເຣື່ອງຜົລກະທົບ ຂ້າມຊາຍແດນ ຖ້າມີ ເຂື່ອນໄຊຍະບູຣີ ເຊິ່ງທາງເຄືອຂ່າຍ ໄດ້ຟ້ອງສານປົກຄອງຂອງໄທ ດົນແລ້ວ ແຕ່ຍັງບໍ່ມີ ຄວາມຄືບໜ້າ, ດັ່ງທ່ານ ຈີຣະສັກ ອີນທະຍົດ, ເຈົ້າໜ້າທີ່ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ກ່າວວ່າ:

“ເຮົາເຕັມທີ່ແລ້ວກັບ ໄຊຍະບູຣີ ເຮົາຟ້ອງສານປົກຄອງ ເຮົາກໍຕິດຕາມຕລອດ ວ່າມັນມີ ຜົລກະທົບ ແນ່ນອນ ແຕ່ຍັງບໍ່ໃຜອອກມາ ຮັບຜິດຊອບ ໃນເຣື່ອງຕ່າງໆເຫລົ່ານີ້ ແລະ ບໍ່ຍອມຮັບ ກໍຣະນີ ບໍຣິສັດຕ້າຖັງ ຂອງຈີນ ທີ່ຈະມາສ້າງເຂື່ອນປາກແບງ ຕອນນີ້ ເຂົາກໍ່ ມີບັນຫາ ແລະ ເຂົາກໍຍອມທີ່ຈະມາໂອ້ລົມ ກັບຊາວບ້ານ ອັນນີ້ ເຫັນວ່າເປັນຫຍັງ ການໄຟຟ້າຝ່າຍຜລິດຂອງເຮົາ ບໍ່ມີການໂອ້ລົມ ກັບຊາວບ້ານເລີຍ.”

ເຂື່ອນໄຊຍະບູຣີ ເປັນເຂື່ອນ ທີ່ໃຫຍ່ທີ່ສຸດໃນລາວ ມີກໍາລັງ ການຜລິດໄຟຟ້າ ທັງໝົດ 1,285 ເມກາວັດ ເປັນເຂື່ອນ ຂອງການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ເປັນຜູ້ລົງທຶນ ມູນຄ່າ 4 ຕື້ໂດລາສະຫະຣັຖ ເຣີ່ມກໍ່ສ້າງໃນປີ 2012 ແລະ ຕາມກຳນົດ ຈະຂາຍໄຟຟ້າໃນປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.