ປະຊາຊົນ ໄດ້ຮັບຜົລກະທົບ ຈາກເຂື່ອນໄຊຍະບູຣີ

ອາວາຣີ
2019.07.06
ທາງດ້ານຫລັງຂອງ ເຂື່ອນໄຊຍະບູຣີ
ຮູບຖ່າຍອຸປຖັມໂດຍ: ນັກຂ່າວພົລເມືອງ

ເມື່ອທ້າຍເດືອນ ມິຖຸນາ ທີ່ຜ່ານມາມາ ເຂື່ອນໄຊຍະບູຣີ ຊຶ່ງສ້າງສຳເຣັດ ຮຽບຮ້ອຍແລ້ວ ໄດ້ປິດປະຕູເຂື່ອນ ຕັນນ້ຳ ເພື່ອໃຫ້ມີນ້ຳຫຼາຍຂຶ້ນ ຢູ່ໜ້າເຂື່ອນ ແລະ ເພື່ອທົດລອງ ຜລິດ ກະແສໄຟຟ້າ. ແຕ່ບັນຫາ ມີຢູ່ວ່າ ປະຊາຊົນ ຫຼາຍບ້ານ ຢູ່ໃຕ້ເຂື່ອນ ໃນເມືອງ ປາກລາຍ ແຂວງ ໄຊຍະບູຣີ ໄດ້ຮັບ ຜົນກະທົບ ຈາກການຕັນນ້ຳຂອງນັ້ນ; ໂຕຢ່າງ ປະຊາຊົນ ບ້ານສີສະວ່າງ ແລະ ບ້ານປາກລາຍ ເມືອງປາກລາຍ ທີ່ເປັນ ຊາວຫາປາ ຫຼື ມີຮ້ານອາຫານ ແພແຄມນ້ຳຂອງ ແລະ ເຮືອທ່ອງທ່ຽວ ປະມານ 60 ຄອບຄົວ ໄດ້ຮັບຄວາມເດືອດຮ້ອນ ຍ້ອນ ຣະດັບນ້ຳຂອງ ບົກແຫ້ງລົງ ຢ່າງໄວວາ. ຊາວບ້ານ ປາກລາຍຜູ້ນຶ່ງ ທີ່ບໍ່ປະສົງ ບອກຊື່ ກ່າວກັບ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 2 ກໍຣະກະດາ 2019 ນີ້ວ່າ:

“ຂະເຈົ້າ ປິດເຂື່ອນເດ໋ ກະທົບ ຊາວປະມົງ ກໍກະທົບ ປິດເຂື່ອນ ແລ້ວນ້ຳແຫ້ງ ເຮືອທ່ອງທ່ຽວ ປາກລາຍ ກັບເຮືອໃຫຍ່ ຂະເຈົ້າ ສ້າງໃໝ່ ເຮືອຂະເຈົ້າ ແລ່ນໃໝ່ຫັ່ນແຫລະ ເຮືອສາງເຄື່ອງ ຂະເຈົ້າ ກະທົບ ນ້ຳແຫ້ງ ແພຄ້າງໄປຈັ່ງຊີ່ໜ໋າ ແພຂ້ອຍຄ້າງເລີຍ ແພຂ້ອຍ ຄ້າງບົກເລີຍ.”

ຊາວບ້ານຄົນນີ້ ກ່າວອີກວ່າ ຢູ່ບ້ານ ປາກລາຍ ມີຜູ້ໄດ້ຮັບ ຜົລກະທົບ ຈາກເຂື່ອນ ໄຊຍະບູຣີ ຕັນນ້ຳນີ້ ປະມານ ຊາວຄອບຄົວ ໃນນັ້ນ ມີຮ້ານອາຫານ ເຮືອນແພ ຫ້າຮ້ານ ເຮືອພາທ່ອງທ່ຽວ ສາມລຳ ແລະ ເຫຼືອນັ້ນ ແມ່ນ ຊາວຫາປາ ຫຼື ຊາວປະມົງ. ຢູ່ບ້ານ ສີສະວ່າງ ເມືອງ ປາກລາຍ ຊຶ່ງຕັ້ງຢູ່ທາງພາກລຸ່ມ ໃກ້ໆ ກັບເຂື່ອນໄຊຍະບູຣີ ນ້ຳແຮ່ງບົກແຫ້ງ ລົງຫຼາຍແມັດ ເຮືອຫຼາຍປະເພດ ກໍຄ້າງບົກ ຫຼາຍລຳ ເຊັ່ນກັນ ດັ່ງຊາວບ້ານ ສີສະວ່າງຄົນນຶ່ງ ກ່າວໃນມື້ດຽວກັນນັ້ນວ່າ:

“ກໍຫຼາຍເຕີບແຫຼະເນາະ ກໍຍ້ອນ ເພິ່ນອັດເຂື່ອນ ມັນກໍຫຼຸດລົງເນາະ ຫຼາຍແມັດ ເພິ່ນກໍໄດ້ລົງມາຫາຢູ່ ເຮືອແພກໍຄ້າງ ເຮືອນ້ອຍ ເຮືອຈັກ ເຮືອຫຍັງ ກໍຄ້າງ ຢູ່ເທິງພີ້ແຫຼະໝົດ ກໍຍັງຄ້າງຢູ່ນີ້ນະ ສອງແພນະ ຢູ່ທ່າເຮືອນ້ອຍ ບ້ານທ່າສະວ່າງ ຢູ່ໃກ້ໆກັນ ກັບທ່າເຮືອໃຫຍ່.”

ສ່ວນເຈົ້າໜ້າທີ່ ຂແນງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງປາກລາຍ ອະທິບາຍ ສາເຫດການຕັນນ້ຳນັ້ນວ່າ:

“ຫຼຸດປະມານ 3 ແມັດນະ ເພາະວ່າ ເພິ່ນອັດເຂື່ອນຫຼາຍ ມັນກໍຫຼຸດຫຼາຍເນາະ ເພາະວ່າ ນ້ຳເພິ່ນບໍພໍປັ່ນໄຟ ແລ້ວເພິ່ນກໍເລີຍອັດ ແລ້ວເພິ່ນ ກໍແຈ້ງມາ ໃຫ້ແຕ່ລະ ຫ້ອງການ ແລ້ວແຕ່ລະຫ້ອງການ ກໍຄ່ອຍລົງແຈ້ງ ກໍໄດ້ລົງແຈ້ງ ນາຍບ້ານ.”

ເຖິງຢ່າງໃດກໍດີ, ບໍຣິສັດ ຊ. ການຊ່າງ ຂອງໄທ ຊຶ່ງເປັນຜູ້ກໍ່ສ້າງ ເຂື່ອນໄຊຍະບູຣີ ກໍບອກວ່າ ເຈົ້າໜ້າທີ່ ບໍຣິສັດ ຊ. ການຊ່າງ ໄດ້ລົງໄປ ຊ່ອຍແກ້ໄຂ ຜົນກະທົບ ຕໍ່ຊາວບ້ານ ແດ່ແລ້ວ. ທ່ານກ່າວວ່າ:

“ຊ. ການຊ່າງ ໄດ້ສ່ົງເຄື່ອງຈັກ ໄປຊ່ອຍກູ້ເຮືອ ຂອງຊາວບ້ານແລ້ວ ເຮືອຂຶ້ນໄປ ຕິດແຄມຝັ່ງ ນ້ຳຫຼຸດລົງ ບໍມີການເສັຽຫາຍ ຫຼາຍປານໃດດອກ ໃນເຣື່ອງ ຄ່າຊົດເຊີຍ ບໍຣິສັດ ຈະໂອ້ລົມ ກັບຜູ້ໄດ້ຮັບ ຜົລກະທົບ ອີກເທື່ອນຶ່ງ ແລະ ຫຼັງຈາກນີ້ ທາງເຮົາ ກໍຈະດຳເນີນ ການແກ້ໄຂບັນຫາ ເພື່ອບໍ່ໃຫ້ ເກີດເຫດການນີ້ ອີກໃນອານາຄົດ.”

ກ່ຽວກັບບັນຫາ ເຂື່ອນໄຊຍະບູຣີ ຕັນນ້ຳນີ້ ທ່ານ ໂສ​ພີກ ເມັຍສ໌ (Sopeak Meas), ເຈົ້າໜ້າທີ່ ຄນະກັມມາທິການ ແມ່ນ້ຳຂອງສາກົລ ທີ່ມີສຳນັກງານໃຫຍ່ ຢູ່ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງ ໃຫ້ວິທຍຸ ເອເຊັຽ ເສຣີ ຮູ້ວ່າ ທາງຄນະກັມມາທິການ ແມ່ນ້ຳຂອງສາກົລ ບໍ່ໄດ້ຮັບ ຣາຍງານ ກ່ຽວກັບບັນຫາ ນີ້ເທື່ອ ແຕ່ຕາມການຕິດຕາມ ຣະດັບນ້ຳຂອງ ທຸກໆມື້ ຢູ່ສະຖານີ ນະຄອນຫຼວງວຽງຈັນ ຣະດັບນ້ຳຂອງ ຫຼຸດລົງ ປະມານ 1.3 ແມັດ ໃນວັນທີ 1 ກໍຣະກະດາ ເມື່ອທຽບໃສ່ ຣະດັບນ້ຳ ເມື່ອວັນທີ່ 16 ມິຖຸນາ ທີ່ຜ່ານມາ.

ແຕ່ຕົງກັນຂ້າມ ເມື່ອເດືອນ ເມສາ ປີນີ້ ຊາວລາວ ແລະ ຊາວໄທ ໃນທັງໝົດ 25 ບ້ານ ໃນແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ກໍຈົ່ມວ່າ ເຂື່ອນຈີນ ປ່ອຍນ້ຳ ເຮັດໃຫ້ ຣະດັບນ້ຳຂອງ ໃນພາກລຸ່ມ ສູງຂຶ້ນ ຢ່າງກະທັນຫັນ ຖ້ວມສວນຜັກ ທຳຣາຍ ໄຄຫິນ ແລະ ການຫາປາ ກໍໄດ້ ໜ້ອຍລົງ ຕາມຄຳເວົ້າ ຂອງຊາວລາວ ຜູ້ນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ໄດ້ຊີ້ແຈງ ກັບ ວິທຍຸ ເອເຊັຽ ເສຣີ ຂອງພວກເຮົາ ໃນເວລາ ນັ້ນວ່າ:

“ຂຶ້ນນີ້ ກໍສູງພໍສົມຄວນແຫຼະ ນ້ຳໂຂງນີ້ນະ ກໍຣະດູແລ້ງ ມັນປ່ອຍນ້ຳຕລອດ ກໍກະທົບ ຫຼາຍແຫຼະ ກະທົບໜັກ ກໍເຣື່ອງໄຄນີ້ແຫຼະ ບໍ່ມີເລີຍ ໄຄນີ້ ປີນີ້ບໍມີເລີຍນະ ຣະດູໄຄອອກແລ້ວ ນ້ຳມັນກໍຫຼຸດລົງ ນ້ຳມັນແຮງ ບໍ່ເປັນທັມມະຊາດ ກະທົບຫຼາຍ ຕັ້ງແຕ່ ເໜືອຕລອດໃຕ້ ກໍຫຼາຍ ຮ້ອຍຄອບຄົວຢູ່.”

ແຕ່່ວ່າ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ເມືອງຕົ້ນເຜິ້ງ ຍອມຮັບຢູ່ວ່າ ຣະດັບນ້ຳຂອງ ສູງຂຶ້ນແທ້ ໃນຍາມແລ້ງ ແຕ່ບໍ່ຂຶ້ນບໍ່ສູງ ປານໃດ ແລະ ກໍບໍ່ໄດ້ສົ່ງ ຜົລກະທົບ ຕໍ່ການທຳມາຫາກິນ ຂອງປະຊາຊົນ ທ້ອງຖິ່ນຫຼາຍ ພໍເທົ່າໃດ:

“ຂຶ້ນບໍ່ຫຼາຍ ປານໃດນະ ບໍ່ໄດ້ກະທົບ ຫຍັງນະ ມັນບໍ່ກະທົບ ເພາະມັນກໍບໍ່ໄດ້ ຂຶ້ນຫຼາຍປານໃດ ທາງເຮົາ ກໍຍັງຮັບຜິດຊອບຢູ່.”

ຊາວໄທ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ ຜູ້ນຶ່ງ ກໍຈົ່ມວ່າ ຊາວໄທຄົນນີ້ ເວົ້າວ່າ:

“ຕອນນັ້ນ ນ້ຳມັນຂຶ້ນ ຂຶ້ນມາ ຂຶ້ນມາ ຈົນຈະຖ້ວມລານແລ້ວ ກະທົບ ຄົນຫາປາ ເພາະວ່າ ປາມັນຈະບໍ່ເຂົ້າໃຈ ທັມມະຊາດ ນ້ຳມັນ ບໍ່ປົກກະຕິ ນ້ຳຂຶ້ນ ກໍຂຶ້ນຫຼາຍ ນ້ຳລົງ ກໍລົງ ລົງ ລົງແຮງຫຼາຍ ນ້ຳມັນບໍ່ປົກກະຕິ ແລ້ວຊາວສວນຊາວຫຍັງ ຢູ່ເກາະຢູ່ດອນ ນ້ຳກໍຖ້ວມໝົດ ນ້ຳຖ້ວມ ເສັຽຫາຍ ໝົດເລີຍ.”

ສ່ວນເຈົ້າໜ້າທີ່ ຄນະກັມມາທິການ ແມ່ນ້ຳຂອງສາກົລ ອະທິບາຍວ່າ ຫຼັງຈາກ ໄດ້ຮັບ ໃບແຈ້ງການ ຈາກທາງການຈີນ ວ່າ ຈະປິດ ຫຼຶເປີດ ປະຕູເຂື່ອນ ຢູ່ຈີນ ທາງຄນະກັມມາທິການ ແມ່ນ້ຳຂອງສາກົລ ກໍໄດ້ແຈ້ງການ ປິດ-ເປີດນັ້ນ ໃຫ້ຂແນງການຕ່າງໆ ໃນປະເທດລາວ ໄທ ກັມພູຊາ ແລະ ວຽດນາມ ຮູ້ເປັນປະຈຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.