ເຂື່ອນໄຊຍະບູຣີ ຢືນຢັນ ບໍ່ແມ່ນຕົ້ນເຫດ ເຮັດໃຫ້ນ້ຳຂອງ ບົກແຫ້ງ
2019.07.22

ເຂື່ອນໄຊຍະບູຣີ ບໍ່ໄດ້ກັກເກັບນ້ຳ ເອົາໄວ້ ເພື່ອທົດລອງ ຜລິດໄຟຟ້າ ແລະ ບໍ່ແມ່ນ ຕົ້ນເຫດ ທີ່ເຮັດໃຫ້ ນ້ຳຂອງຕອນລ່າງ ບົກແຫ້ງ, ອິງຕາມ ການຢືນຢັນ ຂອງທ່ານ ອານຸພາບ ວົງລະຄອນ, ຮອງກັມມະການ ຜູ້ຈັດການ ບໍຣິສັດ ຊີເຄ ພາວເວີ ຫຼື ຜູ້ພັທນາ ເຂື່ອນໄຟຟ້າ ໄຊຍະບູຣີ.
ທ່ານ ອານຸພາບ ກ່າວຕໍ່ສື່ມວນຊົນ ທີ່ພວມຢ້ຽມຢາມ ເຂື່ອນໄຊຍະບູຣີ ໃນວັນທີ 22 ກໍຣະກະດາ ນີ້ ວ່າ:
“ໂຮງໄຟຟ້າ ເຮົານີ້ ບໍ່ມີພື້ນທີ່ ເກັບນ້ຳ ຫຼື ມີໜ້ອຍຫຼາຍ ບໍ່ສາມາດ ທີ່ຈະໄປຍຶດເກັບຫຍັງ ໄດ້ເລີຍ ເພາະສະນັ້ນ ມື້ນີ້ ກໍເຫັນ ຢ່າງຈະແຈ້ງແລ້ວວ່າ ເຮົາບໍ່ໄດ້ໄປ ແຕະຕ້ອງ ນ້ຳ ຕາມທັມມະຊາດ ຕາມຫຼັກການ ຂອງ run-of-river ຫຼືຝາຍນໍ້າລົ້ນ ກໍຄື in-flow ເທົ່າກັບ out-flow (ເຂົ້າມາ ເທົ່າໃດ ກໍອອກເທົ່ານັ້ນ).”
ທ່ານ ກ່າວຕື່ມວ່າ ອີນ-ຟໂລວ໌ ເທົ່າກັບ ອາວທ໌-ຟໂລວ໌ (In-flow ເທົ່າກັບ Out-flow) ຄືຫຼັກ ໃນການດຳເນີນການ ໂຮງໄຟຟ້າພະລັງງານນ້ຳ ໄຊຍະບູຣີ, ປະຣິມານນ້ຳ ເຂົ້າມາເທົ່າໃດ ກໍໄຫຼອອກ ດ້ວຍປະຣິມານນ້ຳ ເທົ່າເດີມ, ໂດຍສະເພາະ ໃນປີນີ້ ທີ່ປະຣິມານ້ຳຝົນ ມາຫລ້າຊ້າ ຈຶ່ງເຮັດໃຫ້ ລຳນ້ຳຂອງ ບົກແຫ້ງ ໄປຫຼາຍ.
ນອກຈາກນັ້ນ, ພື້ນທີ່ລຸ່ມແມ່ນ້ຳຂອງ ໃນເຂດ ປະເທດລາວ, ໄທ ແລະ ກັມພູຊາ ກໍຍັງຕ້ອງ ຜະເຊີນກັບ ບັນຫາ ພັຍແຫ້ງແລ້ງ ຢ່າງໜັກ ທີ່ເກີດຈາກ ສະຖານະການ ແອລ ນີໂຍ ປະກອບກັບ ເຂື່ອນຈິ໋ງຫົງ ຂອງຈີນ ກັກເກັບນ້ຳໄວ້ ແລະ ປ່ອຍນ້ຳອອກມາ ພຽງ 60% ເທົ່ານັ້ນ.
ປັດຈຸບັນ ປະຣິມານນ້ຳ ຈາກຂໍ້ມູນ ສະຖານີ ແທກຣະດັບນ້ຳ ຫຼວງພຣະບາງ ແທກໄດ້ 1,428 ແມັດກ້ອນ ຕໍ່ວິນາທີ, ຊຶ່ງຖືວ່າ ເປັນປະຣິມານ ການໄຫຼ ທີ່ໜ້ອຍກວ່າ ປົກກະຕິ.
ໃນຂະນະດຽວກັນ, ທ່ານ ພອນໄຊ ພົງສະຫວັດ, ຫົວໜ້າ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູຣີ ກ່າວຕໍ່ສື່ມວນຊົນ ຕ່າງປະເທດ ໃນມື້ດຽວກັນນັ້ນ ວ່າ ເຂື່ອນໄຟຟ້າໄຊຍະບູຣີ ກໍຣາຍງານ ຣະດັບນ້ຳ ໃຫ້ກັບ ທາງການລາວ ປະຈຳທຸກເດືອນ ກໍບໍ່ພົບວ່າ ເຂື່ອນໄຟຟ້າ ໄຊຍະບູຣີ ເປັນຕົ້ນເຫດ ໃຫ້ແມ່ນ້ຳຂອງ ບົກແຫ້ງ.
“ຕາມທີ່ ບໍຣິສັດ ໄດ້ຣາຍງານ ມາແລ້ວ ທາງເບື້ອງຣັຖບານເຮົາ ກໍໄດ້ຮັບຊາບ ຂໍ້ມູນ ເປັນປົກກະຕິ ແລ້ວພວກເຮົາ ຈະພະຍາຍາມ ສັງລວມ ເອົາບັນດາ ຂໍ້ມູນ ການໄຫຼ ຂອງນ້ຳໄຫຼເຂົ້າ ແລ້ວກໍຂໍ້ມູນ ການໄຫຼຂອງນ້ຳ ອອກຈາກໂຄງການ ຕາມທີ່ພວກເຮົາ ຕິດຕາມລະແມ່ນ ຮວມທັງ ການຢືນຢັນ ບໍຣິສັດ ໂຄງການ ລະແມ່ນ ນຳເຂົ້າເທົ່າໃດ ລະອອກເທົ່ານັ້ນ ເນາະ.”
ທ່ານ ພອນໄຊ ຕາງໜ້າ ຣັຖບານລາວ ແລະ ເຂື່ອນໄຟຟ້າ ໄຊຍະບູຣີ ຍັງແຈ້ງ ຕໍ່ສື່ມວນຊົນ ຕື່ມອີກວ່າ ຮຽກຮ້ອງ ໃຫ້ທາງການຈີນ ຮ່ວມມື ແກ້ໄຂບັນຫານີ້ ໄປພ້ອມກັນ, ໂດຍສະເພາະ, ເຣື່ອງການແຈ້ງ ລ່ວງໜ້າ ກ່ອນຈະກັກເກັບນ້ຳ ເພື່ອໃຫ້ປະເທດລຸ່ມແມ່ນ້ຳຂອງ ເກີດການບໍຣິການ ຈັດການນ້ຳ ໄດ້ທັນເວລາ ຫຼື ຖ້າເປັນໄປໄດ້ ໃນໄລຍະໜ້າແລ້ງ ຄວນງົດກັກນ້ຳ ເພື່ອຫຼຸດຜ່ອນ ຜົລກະທົບ ຕໍ່ຊຸມຊົນ ແຄມຝັ່ງແມ່ນ້ຳຂອງ.
ແລະກ່ຽວກັບ ເຣື່ອງທີ່ເກີດຂຶ້ນ ໃນເຂດແມ່ນໍ້າຂອງ ຍານາງ ເປຣມຣຶດີ ດາວເຣືອງ ຜູ້ປະສານງານ ເຄືອຂ່າຍພາກປະຊາຊົນ ຈັບຕາເບິ່ງ ການລົງທຶນ ໃນເຂື່ອນລາວ ກໍໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດານີ້ ຕອນນຶ່ງວ່າ:
"ຍານາງເວົ້າວ່າ ເຣື່ອງທີ່ເກີດຂຶ້ນ ໃນແມ່ນໍ້າຂອງ ຕອນນີ້ ຈະເອີ້ນກັນວ່າ ເຂື່ອນປະສົມໂລກຮ້ອນ ຊຶ່ງແນ່ນອນ ໃນໄລຍະ ຢ່າງໜ້ອຍ 5 ປີຫຼັງມານີ້ ສິ່ງທີ່ເຮັດໃຫ້ ເກີດການປ່ຽນແປງ ແຫ້ງແລ້ງຮຸນແຮງ ຝົນຕົກໜ້ອຍ ໃນຕອນເໜືອ ຂອງແມ່ນໍ້າຂອງ ຕ້ອງເບິ່ງໄປທີ່ເຂື່ອນ ເພາະເຂື່ອນ ເຮັດໃຫ້ ສະພາບ ຄວາມແຫ້ງແລ້ງ ຮຸນແຮງຫຼາຍຂຶ້ນ.” ແລະ ຈີນເອງ ກໍຕ້ອງສູ້ກັບ ບັນຫາພັຍແຫ້ງແລ້ງ ຊຶ່ງການເປີດ ການປິດເຂື່ອນ ຂອງຈີນ ກໍເຮັດໃຫ້ ແມ່ນໍ້າຂອງ ຜິດພ້ຽນຣະດູການໄປໝົດ.