ຄົນລັກຈັບເດັກນ້ອຍຢຸ່ແຂວງ ສາຣະວັນ

ມະນີຈັນ
2014.05.29
F-saravanh ໝູ່ບ້ານໃນແຂວງ ສາຣະວັນ
tourismlao.info

 

ຫ້ອງວ່າການ ປົກຄອງ ເມືອງ ສາຣະວັນ ແຂວງ ສາຣະວັນ ປະກາດ ແຈ້ງການ ເຖິງ ອໍານາດ ການປົກຄອງ ຮວມທັງ ຂັ້ນບ້ານ ໜ່ວຍ ປ້ອງກັນ ຄວາມສງົບ ແລະ ປະຊາຊົນ ໃນທົ່ວ ເມືອງ ໃຫ້ ເພີ້ມຣະວັງ ຕໍ່ ກຸ່ມຄົນ ບໍ່ດີ ທີ່ເຄື່ອນໄຫວ ຕາມຈຸດ ຕ່າງໆ ທັງໃນ ຕົວເມືອງ ແລະ ຊົນນະບົດ ເປັນຕົ້ນ ແມ່ນ ການ ຕົວະຍົວະ ຫລອກລວງ ຫຼື ລັກເອົາ ເດັກນ້ອຍ ແລະ ລັກລອບ ຊັບສິນ ຕ່າງໆ.

ໃຫ້ຜູ້ ປົກຄອງ ເອົາໃຈໃສ່ ເບິ່ງແຍງ ລູກຫລານ ຂອງຕົນ ໃຫ້ດີ ບໍ່ໃຫ້ໄປ ຫລິ້ນ ຕາມແຄມທາງ ສະຖານທີ່ ຫ່າງໄກ ໂດຍບໍ່ມີ ຜູ້ໃຫຍ່ ຢູ່ນໍາ. ເຈົ້າໜ້າທີ່ ເມືອງ ສາຣະວັນ ກ່າວ ກ່ຽວກັບ ຄໍາ ປະກາດ ສະບັບ ລົງວັນທີ 23 ພຶສພາ 2014 ວ່າ:

"ທາງເມືອງ ສາຮະວັນ ເພິ່ນກໍໄດ້ ອອກແຈ້ງ ຂ່າວ ໃຫ້ຣະມັດ ຣະວັງ ມີສະຕິ ແລະ ໃຫ້ ເຮັດໜ້າທີ່ ປົກປັກ ຮັກສາ ປ້ອງກັນ ຄວາມສງົບ ຫັ້ນແຫລະ ດຽວນີ້ ທາງແຂວງ ຂອງ ພວກເຮົາ ກໍແນະນໍາ ໃຫ້ ເຈົ້າໜ້າທີ່ ເອົາໃຈໃສ່ ຕິດຕາມ ແລະ ກວດກາ ເຮັດໜ້າທີ່ ປົກປ້ອງ ປະຊາຊົນ".

ແຈ້ງການນັ້ນ ຍັງ ຮຽກຮ້ອງ ໃຫ້ທາງຂັ້ນ ບ້ານ ປກສ ບ້ານ ແຈ້ງເຕືອນ ປະຊາຊົນ ທີ່ ຢູ່ໃນຄວາມ ຮັບຜິດ ຊອບ ຂອງຕົນ ຢ່າງ ທົ່ວເຖິງ. ສໍາລັບໂຮງຮຽນ ທັງໃນ ຕົວເມືອງ ແລະ ຊົນນະບົດ ກໍໃຫ້ເອົາ ໃຈໃສ່ ຕິດຕາມ ການໄປ ການມາ ຂອງ ນັກຮຽນ ຢູ່ໃນໂຮງຮຽນ ໃຫ້ດີ. ຖ້າເຫັນ ເຫດການ ທີ່ ຜິດ ປົກຕິ ໃຫ້ ຣາຍງານ ເຈົ້າໜ້າທີ່ ປກສ ແລະ ກອງຫລອນ ບ້ານ ໂດຍດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.