ຂ.ສາລະວັນ ນໍ້າສະອາດ ຂາດເຂີນ
2017.03.23
ປະຊາຊົນຢູ່ຫລາຍເຂດ ໃນແຕ່ລະເມືອງ ຂອງແຂວງສາລະວັນ ເປັນຕົ້ນ ເມືອງຕະໂອ້ຍ ແລະ ເມືອງສະມ້ວຍ ທີ່ເປັນເມືອງ ພູດອຍ ບໍ່ມີ ນໍ້າສະອາດ ໃຊ້ພຽງພໍ ຂນະທີ່ ທົ່ວແຂວງ ປະຊາຊົນ 80 ສ່ວນຮ້ອຍ ມີນໍ້າໃຊ້ ຊຶ່ງສ່ວນໃຫຍ່ ກໍແມ່ນ ນໍ້າບາດານ ທີ່ເປັນ ນໍ້າສະອາດ ທີ່ ບໍ່ໄດ້ ມາດຕະຖານ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ຂແນງນໍ້າ ແຂວງສາລະວັນ ຕໍ່ RFA ໃນມື້ວັນທີ 22 ມິນາ ນີ້ວ່າ:
"ຄືເຮົາເວົ້າວ່າ ນໍ້າຢູ່ທົ່ວແຂວງສາລະວັນ 80 ປາຍເປີເຊັນ ນີ້ເນາະ ຄັນສິໄລ່ແທ້ໆ ຕາມຣະບົບໄລ່ແທ້ໆ ຄືວ່າຍັງບໍ່ໄດ້ ມາຕຖານເຂົາເທົ່າໃດ ສ່ວນໃຫຍ່ ເປັນແຫລ່ງນໍ້າ ບາດານເນາະ ນໍ້າບາດານ ຄັນວ່າເຮົາ ແຫລ່ງນໍ້າບາດານ ຂອງຊຸມຊົນ ເຂົ້າມາໃສ່ຕື່ມ ຂອງ ບຸກຄົນ ມາໃສ່ຕື່ມ ເປັນ ອັນຍືນຍົງ ປະກັນໃຫ້ມັນໃຊ້ ຢູ່ບາງບ້ານ ກໍພໍໄດ້ ແຕ່ໃຫ້ ທັນພຽງພໍ ກໍຍັງບໍ່ພຽງພໍ".
ທ່ານເວົ້າວ່າ ເມືອງທີ່ເຂົ້າເຖິງນໍ້າໃຊ້ ໜ້ອຍທີ່ສຸດ ຄືເມືອງຕະໂອ້ຍ ແລະ ເມືອງສະມ້ວຍ ຍ້ອນເປັນເຂດ ພູດອຍ ແລະຫ່າງໄກ; ປະຊາຊົນ ຫລາຍບ້ານ ຕ້ອງໄດ້ໄປ ຕັກນໍ້າຈາກຫ້ວຍ ມາໃຊ້ມາກິນ ບາງບ່ອນກໍຢູ່ໄກເຖິງ 2ຫາ3 ກິໂລກໍມີ. ຕໍ່ບັນຫານີ້ທາງແຂວງ ສາລະວັນ ຍັງບໍ່ ໄດ້ ເຮັດແຜນ ການສນອງນໍ້າ ໃຫ້ແກ່ ປະຊາຊົນ ໃນພື້ນທີ່ ຫ່າງໄກ ແລະ ໃນພື້ນທີ່ ທີ່ຂາດເຂີນນໍ້າ ໂດຍສະເພາະ ຍາມແລ້ງ:
"ກໍສິຍັງໄດ້ຮອດ ບໍ່ທັນເຂົ້າເຖິງ ຕົວນັ້ນເທື່ອ ວ່າສິ ສນອງນໍ້າໃຫ້ ປະຊາຊົນ ໄດ້ເພີ່ມຂຶ້ນ ແຂວງສາລະວັນ ເຮົາຍັງບໍ່ທັນ ມີບ່ອນໃດ ຈະ ເຮັດເປັນ ຝ່່າຍກັນນໍ້າ ເຮັດເປັນບ່ອນເກັບນໍ້າ ຄັນຍັງ ບໍ່ທັນມີບ່ອນໃດ ເພິ່ນເຮັດ ຄັນຍາມແລ້ງ ກໍກະທົບ ຫລາຍແລ ເຣື່ອງນໍ້າ".
ທ່ານກ່າວຕື່ມວ່າເຖິງແມ່ນວ່າ ແຂວງສາລະວັນ ຈະມີນໍ້າເຊໂດນ ໄຫລຜ່ານທົ່ວ ທັງແຂວງ ແຕ່ແມ່ນໍ້ານັ້ນ ກໍບໍ່ມີນໍ້າຫລາຍ ໃນຍາມແລ້ງ ເຮັດໃຫ້ ປະຊາຊົນ ຕ້ອງຊອກຫານໍ້າ ຈາກແຫລ່ງອື່ນ ມາໃຊ້. ແຂວງສາລະວັນ ເປັນແຂວງນຶ່ງ ທີ່ທຸກຍາກ ຫລາຍ ໂດຍສະເພາະ ຢູ່ເຂດ ຫ່າງໄກ ແລະ ເຂດພູດອຍ ໃນເມືອງ ຕິດຊາຍແດນ ວຽດນາມ. ການພັທນາໂຄງຮ່າງ ພື້ນຖານ ຍັງເປັນໄປໄດ້ຍາກ ໂດຍສະເພາະເຣື່ອງ ນໍ້າ ທີ່ຖືເປັນ ບັນຫາສໍາຄັນ ບັນຫານຶ່ງ ຂອງແຂວງ.