ຊາວເມືອງອາດສະພອນຈ່າຍຄ່າ ໄຟ ແພງ
2015.03.26

ຊາວບ້ານ ວັງຫີນ ແລະ ບ້ານບອນ ເມືອງ ອາດສະພອນ ແຂວງ ສວັນນະເຂດ ແຈ້ງ ມາ ໃຫ້ ຊາບ ໃນ ວັນທີ 23 ມີນາ 2015 ນີ້ວ່າ ແຕ່ ປີ 1990 ທາງການ ລາວ ໄດ້ບອກ ປະຊາຊົນ ວ່າ ຈະ ຕັດໄມ້ ໃນ ເຂດນີ້ ເພື່ອ ເອົາໄປ ເປັນທຶນ ມາ ສ້າງ ທາງ ແລະ ຕິດຕັ້ງ ໄຟຟ້າ ໃຫ້ ປະຊາຊົນ ມີ ໄຟຟ້າ ເຂົ້າ ບ້ານ. ບາດ ຕັດໄມ້ ໝົດປ່າ ໄປແລ້ວ ທາງ ພັກ-ຣັຖ ກໍງຽບ ຫາຍໄປ ຫົນທາງ ທີ່ວ່າ ຈະສ້າງ ໃຫ້ ນັ້ນ ກໍແມ່ນ ທາງ ທີ່ພໍແຕ່ ພວກເພິ່ນ ຂົນໄມ້ ອອກ ໄປໄດ້. ສ່ວນ ໄຟຟ້າ ແມ່ນ ບໍ່ມີ ມາ ໃຫ້.
ທ່ານ ເວົ້າວ່າ ຈົນ ມາຮອດ ປີ 2015 ນີ້ ເສົາ ໄຟຟ້າ ພ້ອມດ້ວຍ ສາຍ ຈຶ່ງ ມາຮອດ ແຕ່ ປະຊາຊົນ ມີຄວາມ ຫຍຸ້ງຍາກ ຢ່າງໃຫຍ່ ເມື່ອ ຄ່າເອົາ ໄຟຟ້າ ເຂົ້າ ເຮືອນ ນັ້ນ ຫລາຍ ເຖິງ 3 ລ້ານ ກີບ ຕໍ່ ເຮືອນ ແລະ ໄດ້ໄຟ ພຽງ ດອກດຽວ ເຂົ້າ ເຮືອນ. ຜູ້ມີ ງົວ-ຄວາຍ ກໍຕ້ອງ ໄດ້ຂາຍ ເພື່ອ ແລກເອົາ ໄຟຟ້າ ເຂົ້າ ເຮືອນ ຫລັງຈາກ ທີ່ໄດ້ໃຊ້ ໄຟ ແບບ ພື້ນເມືອງ ມາໄດ້ ຫລາຍ ສິບ ປີ. ຜູ້ ບໍ່ມີເງິນ 3 ລ້ານ ກີບ ກໍບໍ່ໄດ້ ໃຊ້ ໄຟຟ້າ.
ດັ່ງນັ້ນ ປະຊາຊົນ ຈຶ່ງ ຕັ້ງ ຄໍາຖາມ ຂຶ້ນວ່າ ປະເທດ ລາວ ຈະເປັນ ໝໍ້ໄຟ ແຫ່ງ ເອເຊັຽ ສົ່ງຂາຍ ໃຫ້ ປະເທດ ອາຊຽນ ແຕ່ ປະຊາຊົນ ລາວ ຜູ້ ທຸກຍາກ ຢູ່ພາຍ ໃນ ປະເທດ ຊໍ້າພັດ ບໍ່ມີ ໄຟຟ້າ ໃຊ້. ຖ້າ ເຮືອນໃດ ມີໃຊ້ ພັດໄດ້ ຈ່າຍແພງ ຂຶ້ນ ນັບມື້. ມັນ ເປັນດ້ວຍ ເຫດໃດ.
ອັນນີ້ ມັນ ບໍ່ ສອດຄ່ອງ ກັບ ການທີ່ ທາງການ ລາວ ໄດ້ໃຫ້ ຄຳໝັ້ນ ໄວ້ກັບ ປະຊາຊົນ ລາວ ວ່າ ຈະ ຂຍາຍ ສາຍສົ່ງ ແຮງກາງ 22 ກິໂລໂວລ ແລະ ໄຟຟ້າ ນອກ ຣະບົບ ໄປສູ່ ເຂດ ຊົນນະບົດ ຫ່າງໄກ ເພື່ອ ຮັບປະກັນ ໃຫ້ 80 ສ່ວນຮ້ອຍ ຂອງ ຈຳນວນ ຄອບຄົວ ໃນ ທົ່ວ ປະເທດ ໄດ້ ມີ ໄຟຟ້າ ໃຊ້ ໃນ ປີນີ້.
ຂ່າວນີ້ ກໍເປັນ ຂ່າວ ກ່ຽວກັບ ຄວາມ ໜັກໃຈ ຂອງ ຊາວບ້ານ ຢູ່ໃນ ປະເທດ ລາວ ທີ່ ໄດ້ ຂຽນ ຈົດໝາຍ ມາຫາ ວິທຍຸ ເອເຊັຽ ເສຣີ.