ເຂື່ອນເຊກະໝານ 3 ແຈ້ງປ່ອຍນໍ້າ

ດ້ານໜ້າຂອງໂຕເຂື່ອນ ເຊກະໝານ3 ທີ່ໄດ້ຮັບຄວາມເສັຽຫາຍ, ກ່ຽວກັບກໍຣະນີ ອຸມົງນໍ້າ ຂອງ ເຂື່ອນ ເຊກະໝານ3 ແຕກ ຢູ່ເມືອງດາກຈຶງ ແຂວງເຊກອງ ເມື່ອປີ 2016 ໄດ້ສ້າງ ຄວາມເສັຽຫາຍ ຫຼາຍ ຈົນຕ້ອງໄດ້ຢຸດ ການຜລິດໄຟຟ້າ ແບບ ບໍ່ມີກໍານົດ.
ດ້ານໜ້າຂອງໂຕເຂື່ອນ ເຊກະໝານ3 ທີ່ໄດ້ຮັບຄວາມເສັຽຫາຍ, ກ່ຽວກັບກໍຣະນີ ອຸມົງນໍ້າ ຂອງ ເຂື່ອນ ເຊກະໝານ3 ແຕກ ຢູ່ເມືອງດາກຈຶງ ແຂວງເຊກອງ ເມື່ອປີ 2016 ໄດ້ສ້າງ ຄວາມເສັຽຫາຍ ຫຼາຍ ຈົນຕ້ອງໄດ້ຢຸດ ການຜລິດໄຟຟ້າ ແບບ ບໍ່ມີກໍານົດ. (ຖ່າຍຮູບໂດຍ: ຄຳປົນ )

0:00 / 0:00

ເຂື່ອນໄຟຟ້າເຊກະໝານ 3 ຢູ່ເມືອງດາກຈຶງ ແຂວງເຊກອງ ເຊິ່ງຢູ່ໃນໄລຍະ ການສ້ອມແປງ ໄດ້ອອກແຈ້ງການ ກ່ຽວກັບການປ່ອຍນໍ້າ ເພີ່ມຂຶ້ນ ຈາກ 30 ແມັຕກ້ອນ ເປັນ 100 ແມັຕກ້ອນ ຕໍ່ວິນາທີ ຕັ້ງແຕ່ເວລາ 5 ໂມງແລງ ຂອງວັນທີ 18 ກັນຍາ 2020 ເປັນຕົ້ນໄປ ເພື່ອຄວບຄຸມ ຣະດັບນໍ້າ ໃນອ່າງເກັບນໍ້າ ຂອງເຂື່ອນ, ໂດຍໃຫ້ຫ້ອງວ່າການ ແຂວງເຊກອງຊາບ ໃຫ້ກຽມພ້ອມຮັບມື ກັບພັຍນໍ້າຖ້ວມ, ດັ່ງເຈົ້າໜ້າທີ່ ຫ້ອງວ່າການ ປົກຄອງແຂວງເຊກອງ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 18 ກັນຍານີ້ວ່າ:

“ປ່ອຍປົກຕິ ມັນກະບໍ່ເປັນຫຍັງ ເອີ໋... ກະຕຣຽມຫັ້ນແຫຼະ ຕຣຽມບັນດາ ຜູ້ຈັດການຂອງເຂື່ອນ ຂະເຈົ້າກະຕິດຕາມເລີຍເດ໋. ຝົນມັນກະບໍ່ຍາວ ເວົ້າຈັ່ງຊັ້ນສາ ມັນແບບ ມາແບບ ເປັນປາຍມັນຊື່ໆ ມັນບໍ່ແມ່ນພາຍຸແທ້. ບໍ່ຕີ໊ ເຂົາຍັງບໍ່ທັນຕັນນໍ້າເທື່ອນ່າ ແຜນຂະເຈົ້າກະປີ 2021 ພຸ້ນແລ໋ວ.”

ທ່ານກ່າວຕື່ມວ່າ ພາຍຫຼັງທີ່ເຂື່ອນເຊກະໝານ 3 ແຈ້ງມາຫາ ແຂວງເຊກອງແລ້ວ ທາງແຂວງ ກໍໄດ້ປະສານງານ ກັບພາກສ່ວນ ທີ່ກ່ຽວຂ້ອງ ເພື່ອກຽມຮັບມື ກັບພັຍນໍ້າຖ້ວມ ທຸກມື້. ແຕ່ບໍ່ໄດ້ແຈ້ງເຕືອນປະຊາຊົນ ໃນພື້ນທີ່ຊາບ ຍ້ອນຣະດັບ ນໍ້າເຊກະໝານ ບໍ່ສູງເຖິງຂັ້ນອັນຕະລາຍ. ສ່ວນວ່າ ເຂື່ອນເຊກະໝານ 3 ຈະປ່ອຍນໍ້າ ໄປຮອດມື້ໃດນັ້ນ, ຍັງບໍ່ທັນມີຣາຍງານເທື່ອ, ແຕ່ກໍຄາດວ່າ ຈະມີການປະເມີນນໍ້າຝົນ ຈາກພະຍຸໂນອຶນ ໃນໄລຍະນີ້ກ່ອນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການ ເມືອງດາກຈຶງ ແຂວງເຊກອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ຍັງບໍ່ທັນເຫັນໜັງສື ແຈ້ງການປ່ອຍນໍ້າເພິ່ມ ຈາກເຂື່ອນເຊກະໝານ 3 ເທື່ອ. ດັ່ງນັ້ນ, ຈຶ່ງບໍ່ໄດ້ແຈ້ງ ໃຫ້ປະຊາຊົນ 2 ບ້ານ ຄືບ້ານດາກຢຮັງ ແລະ ບ້ານມັງຫາ ທີ່ຢູ່ທ້າຍເຂື່ອນຮູ້ ແລະ ກຽມພ້ອມຮັບມື ກັບພັຍນໍ້າຖ້ວມ ທີ່ອາຈເກີດຂຶ້ນ:

“ທາງຫ້ອງການພວກເຮົາ ຍັງບໍ່ເຫັນໄດ໋ ໂຕນັ້ນ. ເອີ... ອັນນີ້ ກະຍັງບໍ່ໄດ້ຮັບ ການຣາຍງານ ຈາກຂະເຈົ້າໃດ໋ ເພາະວ່າມັນເປັນຊ່ວງ ໄລຍະສ້ອມແປງ ຂອງຂະເຈົ້າ. ຄັນເຂົາປ່ອຍນໍ້າ ເຂົາຈະແຈ້ງເນາະ ອັນນີ້ບໍ່ໄດ້ຍິນວ່າ ເຂົາແຈ້ງຫັ້ນນ່າ.”

ໃນຂະນະດຽວກັນ, ຊາວບ້ານ ເມືອງໄຊເສດຖາ ແຂວງອັດຕະປື ຜູ້ຂໍສງວນຊື່ ທີ່ອາສັຍຢູ່ ແຄມເຊກະໝານ ແລະ ທ້າຍເຂື່ອນເຊກະໝານ 1 ກໍກ່າວຕໍ່ RFA ໃນມື້ວັນທີ 18 ກັນຍາ ນີ້ວ່າ ດຽວນີ້ ຣະດັບນໍ້າເຊກະໝານ ສູງຫຼາຍສົມຄວນ, ແຕ່ຍັງບໍ່ທັນລົ້ນຕະຝັ່ງ, ແຕ່ຊາວບ້ານ ທີ່ອາສັຍຢູ່ ແຄມເຊກະໝານ ຕ່າງກໍພາກັນ ມ້ຽນເຄື່ອງມ້ຽນຂອງ ໄວ້ບ່ອນສູງແລ້ວ ເພາະຢ້ານ ເຂື່ອນເຊກະໝານ 3 ຈະປ່ອຍນໍ້າລົງມາ ເພິ່ມຂຶ້ນອີກ:

“ຢູ່ນີ໋ຫະສູງເຕີບໄດ໋ລະ ເພາະວ່າ ເຂົາປ່ອຍເຂື່ອນ ເຊກະໝານ 3 ເດ໋, ຄັນມັນຢ້ານເນາະ ເຂົາຕື່ນນັ້ນແລ້ວ. ຈໍານວນນຶ່ງ ກະມ້ຽນເຄື່ອງ ມ້ຽນຂອງແນ່ ຢ້ານວ່າ ເຂົາປ່ອຍມາອີກຫັ້ນນ່າ.”

ແລະ ຊາວບ້ານ ຢູ່ເມືອງໄຊເສດຖາ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ອີກຜູ້ນຶ່ງ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ: "ໄລຍະນີ້ ຣະດັບນໍ້າເຊກະໝານ ຂຶ້ນສູງຫຼາຍ ແຕ່ກະຍັງບໍ່ມີແນວໂນ້ມ ຈະລົ້ນຕະຝັ່ງ, ແຕ່ຊາວບ້ານ ທີ່ອາສັຍຢູ່ແຄມນໍ້າ ກະພາກັນ ຕຣຽມພ້ອມນໍ້າຖ້ວມ ຄືກັນ."

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 18 ກັນຍານີ້ວ່າ ຣັຖບານລາວ ໄດ້ລົງກວດກາ ເຂື່ອນທຸກແຫ່ງ ໃນປະເທດ ແລະ ຢືນຢັນວ່າ ເຂື່ອນແຕ່ລະແຫ່ງ ໝັ້ນຄົງ ແຂງແຮງ ປອດພັຍ ແລະ ໄດ້ມາຕຖານ ບໍ່ມີບັນຫາ ຢ່າງແນ່ນອນ:

“ຄືຊິບໍ່ມີຫຍັງດອກ ເພາະວ່າ ຣັຖບານ ກໍເຮັດໜ້າທີ່ກວດກາ ກະເຫັນວ່າ ຂະເຈົ້າກະຕຣຽມພ້ອມແລ້ວ ເຂົາກວດກາ ເບິ່ງໝົດແລ້ວ ບໍ່ມີບັນຫາດອກ.”

ປັດຈຸບັນ, ເຂື່ອນເຊກະໝານ 3 ກໍາລັງຢູ່ ໃນໄລຍະສ້ອມແປງຄືນ ຫຼັງຈາກເກີດເຫດ ອຸໂມງນໍ້າ ຂອງເຂື່ອນແຕກ ຢູ່ໃນຣະຫວ່າງການກໍ່ສ້າງ ເມື່ອວັນທີ 16 ທັນວາ 2016 ແລະ ເຈົ້າຂອງໂຄງການ ໄດ້ເຣີ່ມສ້ອມແປງຄືນ ມາຕັ້ງແຕ່ ຕົ້ນປີ 2018 ແລະ ເຂື່ອນແຫ່ງນີ້ ມີກໍານົດກໍ່ສ້າງ ໃຫ້ສໍາເຣັດ ແລະ ເປີດຜລິຕໄຟຟ້າ ໃນປີ 2021 ທີ່ຈະມາເຖິງນີ້.

ເຂື່ອນເຊກະໝານ 3, ຂນາດ 250 ເມກາວັຕ, ມູລຄ່າກການກໍ່ສ້າງ 273 ລ້ານໂດລາສະຫະຣັຖ, ເປັນການລົງທຶນຮ່ວມ ໂດຍທີ່ບໍຣິສັດ Viet-Lao Power Joint Stock Company (VLPC) ຂອງວຽດນາມ ຖືຫຸ້ນ 85% ແລະ ຣັຖວິສາຫະກິຈ ໄຟຟ້າລາວ 15%, ບໍຣິສັດ Song Da Corporation ຂອງວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ. ກະແສໄຟຟ້າ ທີ່ຜລິຕໄດ້ 90% ຈະສົ່ງໄປຂາຍໃຫ້ວຽດນາມ ແລະ 10% ຈະຂາຍໃຫ້ ຣັຖວິສາຫະກິຈໄຟຟ້າລາວ ເພື່ອໃຊ້ພາຍໃນປະເທດ.

ເມື່ອເດືອນສິງຫາ ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຊີນ ເຈົ້າຂອງບໍຣິສັດ ກໍ່ສ້າງເຂື່ອນໄຟຟ້າ ແລະ ອົງການຈັດຕັ້ງສາກົລ ທີ່ກ່ຽວຂ້ອງ ໃນລາວ ປະມານ 150 ຄົນ ເຂົ້າຮ່ວມ ກອງປະຊຸມ ຖອດຖອນບົດຮຽນ ກ່ຽວກັບການບໍຣິຫານ ຈັດການນໍ້າ, ການຜລິຕໄຟຟ້າ ຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ໃນຣະດູຝົນ 2020 ນີ້ ເພື່ອໃຫ້ໝັ້ນໃຈວ່າ ທຸກເຂື່ອນມີຄວາມພ້ອມ ຢ່າງມີປະສິດທິພາບສູງ ໃນການຮັບມື ກັບເຫດສຸກເສີນ ແລະ ພັຍນໍ້າຖ້ວມ ທີ່ອາຈເກີດຂຶ້ນ.

ປັດຈຸບັນ, ປະເທດລາວ ມີເຂື່ອນໄຟຟ້າ ທີ່ກໍ່ສ້າງ ແລະ ຜລິຕກະແສໄຟຟ້າ ແລ້ວທັງໝົດ 78 ແຫ່ງ ແລະ ຢູ່ໃນຣະຫວ່າງ ການກໍ່ສ້າງອີກ 20 ປາຍແຫ່ງ, ໂດຍທີ່ຣັຖລານລາວ ຫວັງທີ່ຈະເປັນສູນກາງ ດ້ານພະລັງງານໄຟຟ້າ ຫລື ແບດເຕິຣີ ແຫ່ງເອເຊັຽ ຕາເວັນອອກສຽງໃຕ້ ເພື່ອເຮັດໃຫ້ປະເທດ ຫຼູດພົ້ນອອກຈາກ ຄວາມທຸກຍາກ.