ມົລພິດຈາກຂີ້ເຫຍື້ອລົບກວນ ຊາວບ້ານ

ຈໍາປາທອງ
2015.03.04

ບັນຫາຂີ້ເຫຍື້ອຊະຊາຍ

ແຫຼ່ງຂ່າວ ຈາກ ປະເທສ ລາວ ວ່າ ພາຍຫລັງ ທີ່ ມີການ ນໍາສເນີ ຂ່າວ ກ່ຽວກັບ ບັນຫາ ກິ່ນເໝັນ ຈາກ ການເຜົາ ຂີ້ເຫຍື້ອ ແລະ ຄວນໄຟ ຢູ່ ບ້ານຊອກ ໃຕ້ ເມືອງ ໄກສອນ ພົມວິຫານ ແຂວງ ສວັນນະເຂດ ເມື່ອ ທ້າຍເດືອນ ມິຖຸນາ ປີກາຍ ທາງການ ທີ່ ກ່ຽວຂ້ອງ ກໍໄດ້ ຫາທາງ ແກ້ໄຂ ຍ້ອນ ຊາວບ້ານ ຫລາຍ ຄອບຄົວ ທີ່ຢູ່ ອ້ອມແອ້ມ ບ່ອນ ຖິ້ມ ຂີ້ເຫຍື້ອ ນັ້ນ ຈະຮວມກັນ ສເນີໃຫ້ ທາງການ ຍ້າຍ ສະຖານທີ່ ຖິ້ມ ຂີ້ເຫຍື້ອ ໄປ ຢູ່ ບ່ອນອື່ນ, ຖ້າຫາກ ວ່າ ພາກສ່ວນ ກ່ຽວຂ້ອງ ບໍ່ ມາ ແກ້ໄຂ. ດັ່ງ ຊາວບ້ານ ຊອກ ພາກັນ ເວົ້າເຖິງ ຜົລ ກະທົບ ນັ້ນວ່າ:

"ຕອນຊ່ວງ ທາອິດ ທັງຂິວ ທັງຄວນ ດຽວນີ້ ມັນ ເຊົາຄວນ ມັນກະ ບໍ່ປານໃດ ກິ່ນເໝັນ ແລະ ຄວນໄຟ ທີ່ ວ່ານັ້ນ ມີມາແຕ່ ດົນແລ້ວ. ຕອນ ກາງຄືນ ໄຄແດ່. ມື້ໃດ ອາກາດ ຮ້ອນແຮງ ແມ່ນ ມີແມງວັນ ຫລາຍ ທີ່ສຸດ ເຖິງ ຂັ້ນວ່າ ຖ້າ ບໍ່ປິດ ປະຕູ ແມ່ນຢູ່ ບໍ່ໄດ້".

ຊາວບ້ານ ບາງຄົນ ກັງວົນ ວ່າ ເມື່ອຮອດ ຍາມຝົນ ຫາກຍັງ ບໍ່ ແກ້ໄຂ ສະພາບການ ອັນບໍ່ດີ ນີ້ ແມ່ນ ຈະບໍ່ຕ່າງ ຫຍັງກັບ ເມື່ອ ປີ ຜ່ານມາ. ແຕ່ຜູ້ ຊ່ຽວຊານ ລາວ ທີ່ ກ່ຽວຂ້ອງ ຊຶ່ງ ບໍ່ປະສົງ ອອກຊື່ ເວົ້າເຖິງ ການ ແກ້ໄຂ ບັນຫາ ນັ້ນວ່າ:

"ທັງໝົດ ອັນນີ້ ເອົາໄປລົງ ຂຸມເບິດ ເຮັດໃຫ້ ມັນ ລຽບລ້ອຍ ແລ້ວ ກະສິ ສ້າງ ທາງຖນົນ ບັກໃຫຍ່ ອ້ອມໂຕນີ້ ອ້ອມໝົດ ໂຕນີ້ ອ້ອມ ສນາມນີ້".

ທ່ານ ເວົ້າວ່າ ທາງ ບໍຣິສັດ ຄິດວ່າ ຈະບໍ່ເຮັດ ໃຫ້ມີ ກິ່ນເໝັນ ແລະ ຄວນໄຟ ກະທົບ ໃສ່ ຊາວບ້ານ ຊອກ ອີກຕໍ່ໄປ ແຕ່ ກໍຕ້ອງໄດ້ ໃຊ້ເວລາ ໃນການ ດໍາເນີນ ງານ. ທ່ານວ່າ ນັບຈາກ ນີ້ ໄປ ອີກນຶ່ງ ເດືອນ ຈະ ສາມາດ ເຫັນໄດ້ ເຖິງການ ປ່ຽນແປງ ຕາມ ທີ່ທາງ ບໍຣິສັດ ໄດ້ ເວົ້າໄວ້.

ບໍຣິສັດ ລາວ ພັທນາ ຂອງເສັຽ ຈໍາກັດ ຊຶ່ງ ເປັນຂອງ ຕ່າງ ປະເທສ ໄດ້ຮັບ ສໍາປະທານ ກິຈການ ດັ່ງກ່າວ ໂດຍ ໄດ້ເລິ່ມ ປະຕິບັດ ມາ ແຕ່ວັນທີ 1 ມິນາ 2015 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.