ນະຄອນຫຼວງມີບັນຫາ ຄົນ ຂະໂມຍ

ມະນີຈັນ
2014.08.27
F-robber ຊາຍໜຸ່ມນ້ອຍ ສອງຄົນນີ້ ຖືກຈັບໃນຖານ ເປັນຂະໂມຍ ຈຶ່ງຕົກເປັນ ຜູ້ຕ້ອງຫາ
Citizen Journalist/voa

 

ປັດຈຸບັນ ຢູ່ ນະຄອນ ຫຼວງ ວຽງຈັນ ມີ ຄົນຂີ້ລັກ ມັກສົກ ເພິ່ມຂຶ້ນ ຊຶ່ງ ທາງການ ບໍ່ສາມາດ ແກ້ໄຂໄດ້. ເຈົ້າໜ້າທີ່ ລາວ ທ່ານນຶ່ງ ເວົ້າ ວ່າ ສາເຫດ ສໍາຄັນ ກໍຍ້ອນ ປະຊາຊົນ ຈາກ ຕ່າງ ແຂວງ ພາກັນ ເຂົ້າມາຫາ ວຽກເຮັດ ງານທໍາ ໃນຕົວເມືອງ ຫລາຍຂຶ້ນ ຊຶ່ງ ສ່ວນໃຫຽ່ ກໍຍັງຫາ ວຽກເຮັດ ງານທໍາ ບໍ່ໄດ້:

"ຢູ່ນະຄອນ ຫລວງ ເຮົານີ້ ຄົນ ກໍເພິ່ມຂຶ້ນ ຄົນບໍ່ມີ ວຽກເຮັດ ງານ ທໍາ ໂຍກຍ້າຍ ຈາກ ແຂວງອື່ນ ເຂົ້າມາຢູ່ ນະຄອນຫຼວງ ນີ້ ມັນ ຫລາຍ ນັບມື້ ມັນຫລາຍ ຂຶ້ນ ເຮັດໃຫ້ ປາກົດການ ຫຍໍ່ທໍ້ ທາງ ດ້ານ ຂີ້ລັກ ນີ້ເກີດຂຶ້ນ".

ທ່ານກ່າວ ເນັ້ນວ່າ ທີ່ ຜ່ານມາ ໃນຫລາຍ ກໍຣະນີ ທີ່ ກ່ຽວກັບ ການຂີ້ລັກ ມັກສົກ ນັ້ນ ກ່ຽວຂ້ອງ ກັບ ປະຊາຊົນ ທີ່ ເຂົ້າມາ ຫາວຽກເຮັດ ງານທໍາ ແຕ່ບໍ່ມີ ວຽກເຮັດ ແລະ ອີກສ່ວນນຶ່ງ ກໍ ແມ່ນ ພວກທີ່ມາ ເປັນ ກັມກອນ ກໍ່ສ້າງ ແລ້ວ ຕິດ ຢາເສບຕິດ ຫລື ຕິດໜີ້ ຕິດສິນ ເຮັດໃຫ້ ຕ້ອງຫາເງິນ ດ້ວຍວິທີ ດັ່ງກ່າວ.

ໜັງສືພິມ ລາວ ພັທນາ ທີ 26 ສິງຫາ 2014 ຣາຍງານວ່າ ແຕ່ທ້າຍເດືອນ ກໍຣະກະດາ ມາ ເຖິງປັດຈຸບັນ ຢູ່ ນະຄອນ ຫລວງ ວຽງຈັນ ມີຂີ້ລັກ 23 ຄັ້ງ. ໃນນັ້ນມີ ຮວມທັງ ງັດແງະ ບ້ານເຮືອນ 10 ຄັ້ງ ງັດໂຮງແຮມ ງັດໂຮງງານ 9 ຄັ້ງ ແລະ ຮ້ານຄ້າ 2 ຄັ້ງ ມີ ຊັພສິນ ເສັຽຫາຍ 200 ລ້ານ ກວ່າກີບ.

ເມື່ອປີ 2005 ພົລເມືອງ ຢູ່ ນະຄອນ ຫລວງ ວຽງຈັນ ມີປະມານ 695,000 ຄົນ ແລະ ໃນປີໜ້າ ປີ 2015 ຊຶ່ງ ຈະມີການ ສໍາຣວດ ປະຊາກອນ ທົ່ວປະເທດ ມີການ ຄາດຄະເນ ວ່າ ປະຊາກອນ ຢູ່ ນະຄອນຫລວງ ຈະເພິ່ມຂຶ້ນ ເປັນ 1 ລ້ານ ກວ່າຄົນ ບັນຫາ ຂີ້ລັກ ມັກສົກ ກໍ ຈະຫຼາຍຂຶ້ນ ດັ່ງ ເງົາຕາມຕົວ ຖ້າ ທາງການ ບໍ່ສາມາດ ແກ້ໄຂ ບັນຫາ ຄວາມຫຍຸ້ງ ຍາກ ດ້ານ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແກ້ໄຂ ຄົນ ຫວ່າງງານ ບັນຫາ ຢາເສບຕິດ ການພະນັນ ແລະ ບັນຫາ ອື່ນໆ ຮວມທັງ ການສໍ້ຣາດ ບັງຫລວງ ທີ່ ເປັນພັຍ ຂົ່ມຂູ່ ຕໍ່ສັງຄົມ ຢ່າງ ຮ້າຍແຮງ ນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.