ເສັ້ນທາງນະຄອນຫຼວງຊຸດໂຊມ

ສິດນີ
2015.07.22
F-road ເສັ້ນທາງ ໃນ ນະຄອນຫຼວງວຽງຈັນ
Citizen Journalist

ເສັ້ນທາງ ຢູ່ ນະຄອນ ຫຼວງວຽງຈັນ ໃນ ຍາມ ຣະດູ ຝົນ ນີ້, ເປັນບວກ ເປັນຂຸມ ສ້າງຄວາມ ລໍາບາກ ໃຫ້ ແກ່ ປະຊາຊົນ ທີ່ ສັນຈອນ ໄປມາ. ໃນ ຍາມແລ້ງ ເສັ້ນທາງ ກໍ ເປັນ ຂີ່ຝຸ່ນ, ຊຶ່ງ ກາຍເປັນ ເຣື້ອງ ປົກກະຕິ ໄປແລ້ວ. ດັ່ງ ຊາວນະຄອນ ຫຼວງວຽງຈັນ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ໂອ ຂຸມໃຫຽ່ ຄັນແມ່ນ ຫລົບກັນ ລະແມ່ນ ຣົດຕໍາ ເນາະ, [ອະນຸ] ສາວະຣີ ຍ່າງໄປ ກະຮອດ ຫົນທາງ ຫັ້ນໂອຍ ບໍ່ຢາກເວົ້າ ກະຢາກ ໃຫ້ເພິ່ນ ຫັ້ນມາ ເບິ່ງຄືນ ຄັນມາ ກະເອົາ ມາແລດ ມາແປະ ພໍແຕ່ ແກ້ໜ້າ ໄປລ້າໆ, ທາງ ໃນເມືອງ ເຮົາ ກະຢາກໃຫ້ ເພີ່ນ ເບິ່ງຄືນ ຫັ້ນແຫລວ, ຂຸມລະ ບາດຝົນຕົກ ມັນ ກະມີ ຂີ້ຕົມ ຕອນຝົນ ບໍ່ຕົກ ມັນກະມີ ຂີ້ຝຸ່ນ ກະວາດພາບ ເອົາ ໂອ໋".

ສາເຫດ ຂອງ ເສັ້ນທາງ ເປ່ເພ ຍ້ອນວ່າ ປັດຈຸບັນ ທາງການ ຂາດ ງົບປະມານ ສ້ອມແປງ ແລະ ກໍ່ສ້າງ, ສິ່ງທີ່ ພໍເຮັດໄດ້ ກໍພຽງແຕ່ ສ້ອມແປງ ໃນ ບາງຈຸດ ເທົ່ານັ້ນ. ດັ່ງ ທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ຖືວ່າ ການ ກໍ່ສ້າງ ໃຫຽ່ຕ່າງໆ, ແມ່ນ ພວກເຮົາ ບໍ່ສາມາດ ປະຕິບັດ ໄດ້ ຈັດຕັ້ງ ປະຕິບັດ ໄດ້, ກະແມ່ນ ໃຊ້ ທຶນສູງ ຫັ້ນລະ ເນາະ, ພວກເຮົາ ງົບປະມານ ມັນບໍ່ ພຽງພໍ ນ່າ ຊິມີ ການ ສ້ອມແປງ ໄປ ລະຍະນຶ່ງ ສ່ວນຫຼາຍ ຕົກແລ້ງ, ຈັ່ງຊິ ໄດ້ເລີ້ມ ທຶນເຮົາ ມັນໜ້ອຍ ຫັ້ນນ່າ, ເຮົາກະໄດ້ ສ້ອມແປງ ແຕ່ ສະເພາະ ຈຸດ ເຮົາມີທຶນ, ແຕ່ວ່າ ພວກເຮົາ ກະໄດ້ ສ້ອມແປງ ໄປ ເປັນລະຍະ ຫັ້ນລະ ເນາະ, ບໍ່ປະ ປານໃດ, ແຕ່ວ່າ ອັນທີ່ ຈໍາເປັນ ພວກເຮົາ ກະຊິໄດ້ ເຮັດກ່ອນ".

ສະເພາະ ງົບປະມານ ການ ສ້ອມແປງ ເສັ້ນທາງ ທີ່ ໃຊ້ ໃນຊ່ວງ ຣະດູຝົນ ໃນ ນະຄອນ ຫຼວງວຽງຈັນ ສົກປີ 2014-15 ກະຊວງ ໂຍທາ ທິການ ໄດ້ ອະນຸມັດ ງົປມານ 7 ຕື້ ກີບ ແລະ ມີການ ອອກ ງົບປະມານ ໃນ ກໍຣະນີ ຮີບດ່ວນ ອີກ, ເກືອບ 6 ຕື້ ກີບ ເພື່ອ ສ້ອມແປງ ເສັ້ນທາງ ໃນ ຣະດູ ຝົນ ນີ້. ອີງຕາມ ຂໍ້ມູນ ຈາກ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.