ເມືອງອາດສະພັງທອງ ນ້ຳຖ້ວມ ນາປີ

ໄຊຍາ
2019.08.27
F-Xechamphone ສະພາບນໍ້ານອງ ຢູ່ ເມືອງອາດສະພັງທອງ ແຂວງສວັນນະເຂດ ແລະ ໄດ້ຖ້ວມເນື້ອທີ່ນາປີ ກວ່າ 2 ພັນເຮັກຕາ
ຮູບພາບຈາກ : ນັກຂ່າວພົລເມືອງ

ຝົນຕົກໜັກນັບຕັ້ງແຕ່ ວັນທີ 23 ສິງຫາ ເປັນຕົ້ນມາ ສົ່ງຜົນໃຫ້ປະຣິມານ ນ້ຳ ໃນບັນດາສາຂາເພີ່ມຂຶ້ນ ໂດຍສະເພາະແມ່ນຣະດັບເຊບັ້ງໄຟ ເພີ່ມຂຶ້ນ ກາຍຂີດອັນຕະຣາຍ ເຮັດໃຫ້ຫຼາຍເມືອງ ຂອງແຂວງສວັນນະເຂດ ປະສົບກັບນ້ຳຖ້ວມຂັງ.

ເຮືອນຊານບ້ານຊ່ອງ ຂອງປະຊາຊົນໄດ້ຮັບຄວາມເສັຽຫາຍ ພ້ອມດ້ວຍ ການຜລິດເຂົ້ານາປີ ກໍໄດ້ຮັບຄວາມເສັຽຫາຍໜັກ ໃນນັ້ນ ທາງການ ຢັ້ງຢືນວ່າ ເນື້ອທີ່ນາ ຂອງ ເມືອງອາດສະພັງທອງ ຖືກນ້ຳຖ້ວມເສັຽຫາຍ ໜັກກ່ວາໝູ່ ເຖິງ 2.274 ເຮັກຕ້າ. ດັ່ງ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ເມືອງອາດສະພັງທອງ ໄດ້ກ່າວຕໍ່ RFA ວ່າ:

"ກຳລັງຂຶ້ນແຜນການ ແຕ່ມັນຍັງບໍ່ທັນໄດ້ສັງລວມແຜນເສັຽຫາຍ ໄດ້ວ່າມີຈັກຄອບຄົວແທ້ທີ່ຖືກເສັຽຫາຍ ໃຫ້ມັນບົກໝົດຈັ່ງເກັບຂໍ້ມູນຣະອຽດ ເຮົາຈຶ່ງຈະຂຶ້ນແຜນຣະອຽດ."

ເຈົ້າໜ້າທີ່ກ່າວຕື່ມວ່າ ໃນໄລຍະ ວັນທີ 23-25 ສິງຫາ ຜ່ານມາຣະດັບນ້ຳເຊຈຳພອນ ຢູ່ໃນຂອບເຂດ ເມືອງອາດສະພັງທອງ ແມ່ນເພີ່ມຂຶ້ນ ເຊິ່ງວັດແທກໄດ້ 11,56 ແມັດ ຕໍ່ສະພາບການດັ່ງກ່າວເຮັດໃຫ້ 19 ບ້ານ ຂອງເມືອງອາດສະພັງທອງ ຄື: ບ້ານດົງເຫັນ, ບ້ານດົງກິໂລ, ບ້ານພັງໂຮ, ບ້ານສີວິໄລ, ບ້ານນານ້ຳທ່ຽງ, ບ້ານດົງກືມ, ບ້ານນາໄລ່ດົງ, ບ້ານດົງຂວາງ, ບ້ານໄລກະທະ, ບ້ານປົ່ງດົງ, ບ້ານປົ່ງນາ, ບ້ານນາແຜກ, ບ້ານດົງໝາກກໍ່, ບ້ານກົງນາຂາມ, ບ້ານນາຫຼັກ, ບ້ານນາຄຳໃຕ້, ບ້ານຕະບອງເພັດ, ບ້ານໜອງປາກຊ່ອງ ແລະ ບ້ານ ນານສະຫວາດ ທີ່ຖືກນ້ຳຖ້ວມ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ.

ໃນນັ້ນມີ 1.446 ຄອບຄົວ ໄດ້ຮັບຜົນກະທົບ ເນື້ອທີ່ນາທັງໝົດ 2.953 ເຮັກຕ້າ ແຕ່ຖືກຖ້ວມໄປແລ້ວ 2.274 ເຮັກຕ້າ. ແນວໃດກໍ່ຕາມ ພາຍຫຼັງນ້ຳບົກແຫ້ງ ທາງຜແນກກະສິກັມ ແລະ ປ່າໄມ້ ເມືອງອາດສະພັງທອງ ຈະໄດ້ສຳຣວດໂຕຈິງ ໃຫ້ຣະອຽດ ວ່າມີຈັກຄອບຄົວ ທີ່ໄດ້ຮັບຜົນກະທົບ ຖ້າເສັຽຫາຍຫຼາຍ ຈະຊ່ອຍສົ່ງເສີມໃຫ້ປູກພືດທົດແທນ.

ເມືອງອາສະພັງທອງ ແມ່ນເມືອງນຶ່ງທີ່ເປັນແຫຼ່ງຜລິດເຂົ້າຂນາດໃຫຍ່ ຂອງແຂວງສວັນນະເຂດ ແລະມີເນື້ອທີ່ນາ ການຜລິດແຕ່ລະປີ ກວມເອົາ 60% ຂອງເນື້ອທີ່ນາ ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.