ຢ້ານນໍ້າຖ້ວມຍ້ອນເຂື່ອນ
2013.05.01

ຊາວເມືອງປາກອູ ແຂວງ ຫລວງພຣະບາງ ຢ້ານວ່າ ການສ້າງເຂື່ອນ ຈະເຮັດໃຫ້ ເກີດນໍ້າຖ້ວມ.
ແມ່ນໍ້າຂອງ ຂຶ້ນຢ່າງໄວວາ ຈາກ 1 ແມັຕ ເມື່ອຊ່ວງເດືອນ ມີນາ ຫາ ເມສາ ມາເປັນ 3-4 ແມັຕແລ້ວ ພ້ອມໆກັບ ລໍານໍ້າສາຂາ ຄື: ນໍ້າເຊືອງ ແລະ ນໍ້າອູນັ້ນ ເຮັດໃຫ້ ຊາວເມືອງ ມີຄວາມວິຕົກ ກັງວົນ ວ່າ ການກໍ່ສ້າງ ເຂື່ອນ ນໍ້າອູ 2 ແລະ ພາຍຸຝົນ ອາຈເຮັດໃຫ້ ເກີດ ນໍ້າຖ້ວມ ຢ່າງກະທັນຫັນ ໃນຊ່ວງ ຣະດູຝົນ ໃນເດືອນ 5 ນີ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ຫລວງພຣະບາງ:
"ຂຶ້ນໝົດແລ້ວ ດຽວນີ້ ນໍ້າອູ ນໍ້າເຊືອງ ຂຶ້ນໝົດແລ້ວ ມີນໍ້າເຊືອງ ນໍ້າອູ ນໍ້າຂອງ ເນາະ ຜົລກະທົບ ການສໍາຣວດ ສ້າງ ເຂື່ອນຫັ້ນ ຄັນບໍ່ມີ ຕົວນີ້ ກໍບໍ່ມີຫຍັງ ມີແຕ່ພັຍ ທັມຊາດ ທັມດາ ກໍບໍ່ໄດ້ຖ້ວມ ຫລວງຫລາຍ".
ທ່ານກ່າວຕື່ມວ່າ ການກໍ່ສ້າງ ເຂື່ອນ ໃສ່ ນໍ້າອູ ເຮັດໃຫ້ ຣະດັບນໍ້າ ຜິດປົກຕິ ຂະນະທີ່ ແມ່ນໍ້າຂອງ ມີຄວາມ ຜິດປົກຕິ ເຊັ່ນກັນ. ນັກວິຊາການ ຈໍານວນ ນຶ່ງ ເຫັນວ່າ ເປັນຍ້ອນການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນເທິງ ໃນເຂດ ປະເທດຈີນ. ສໍາລັບເຣື່ອງ ນໍ້າຖ້ວມ ຈາກການປ່ອຍນໍ້າ ອອກຈາກ ເຂື່ອນ ຜລິດໄຟຟ້າ ໃນ ປະເທດລາວ ນັ້ນ ເຄີຍເກີດຂຶ້ນແລ້ວ ໃນເຂດໃຕ້ ເຂື່ອນລົງມາ. ຕົວຢ່າງ ນໍ້າຖ້ວມ ຍ້ອນ ເຂື່ອນນໍ້າມັງ 3 ແຂວງວຽງຈັນ ແລະ ເຂື່ອນນໍ້າເທີນ 2 ໃນ ແຂວງຄໍາມ່ວນ ປິ 2011 ແລະ ເຂື່ອນນໍ້າຄານ 2 ໃນເມືອງ ຊຽງເງິນ ແຂວງ ຫລວງພຣະບາງ ປີ 2012. ເຖິງແມ່ນວ່າ ທາງ ຣັຖບານລາວ ຈະໄດ້ ປະຕິເສດ ວ່ານໍ້າຖ້ວມ ນັ້ນ ບໍ່ໄດ້ ເກີດຈາກການ ປ່ອຍນໍ້າ ຈາກ ເຂື່ອນໄຟຟ້າ ແຕ່ ນັກວິຊາການ ຂອງ ອົງການ ສາກົລ ກໍຄິດວ່າ ການສ້າງເຂື່ອນ ມີສ່ວນກ່ຽວຂ້ອງ ກັບເຫດ ນໍ້າຖ້ວມ ຕ່າງໆ. ທ່ານໃຫ້ຂໍ້ມູລ ຕື່ມວ່າ ການເພີ່ມຂຶ້ນ ຂອງ ຣະດັບນໍ້າ ໃນແມ່ນໍ້າ 3 ສາຍດັ່ງກ່າວ ເຮັດໃຫ້ ປະຊາຊົນ ທີ່ ອາສັຍຢູ່ ແຄມແມ່ນໍ້າ ຕ້ອງຍົກເລີກ ກິຈກັມ ຮ່ອນຄໍາ ເກັບໄຄ ແລະ ປູກພືດ-ຜັກ ແຄມນໍ້າແລ້ວ ໃນ ປັຈຈຸບັນ ນີ້.