ເຈົ້າໜ້າທີ່ນໍາຈັບຄົນວາງ ຣະເບີດ

ສົມເນ
2016.02.01
F-BMW ຣົດ BMW ຂອງບໍຣິສັດບໍ່ແຮ່ຂອງຈີນ ທີ່ຖືກວາງຣະເບີດ ຢູ່ບ້ານຜານົກກົກ ເມືອງລ່ອງແຈ້ງ ໃນວັນທີ 24 ມົກກະຣາ
RFA/NY

ເຈົ້າໜ້າທີ່ ຮັກສາ ຄວາມສງົບ ຈາກ ສູນກາງ ແລະ ທາງແຂວງ ໄຊສົມບູນ ກໍາລັງ ຕິດຕາມຫາ ກຸ່ມຄົນຮ້າຍ ວາງຣະເບີດ ຢູ່ ບ້ານຜານົກກົກ ເມືອງ ລ່ອງແຈ້ງ ເມື່ອວັນທີ 24 ມົກກະຣາ ຜ່ານມາ ທີ່ເຮັດໃຫ້ ຊາວຈີນ ເສັຽຊີວິດ 2 ຄົນ.

ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ກ່າວ ເມື່ອວັນທີ່ 29 ມົກກະຣາ ນີ້ວ່າ ຍັງບໍ່ເປັນ ທີ່ແນ່ນອນ ວ່າ ເປັນຄົນກຸ່ມໃດ. ຖ້າເປັນ ຄົນລາວ ກໍຈະຖືກ ຕັດສິນ ລົງໂທດ ຢູ່ລາວ. ດັ່ງທ່ານ ໄດ້ກ່າວວ່າ:

"ມັນກ່າ ຍັງສັບສົນຢູ່ ມັນຫຼາຍເປົ້າຢູ່ ມັນບໍ່ທັນ ແນ່ນອນເທື່ອ ສືບຕໍ່ ຊອກຄົ້ນຫາຢູ່. ຖ້າເປັນ ຄົນລາວ ເຮົາກໍຕ້ອງ ຕັດສິນ ຕາມ ກົດໝາຍ ຂອງລາວ".

ຜ່ານມາ ເຈົ້າໜ້າທີ່ ສົງໄສວ່າ ຜູ້ກໍ່ເຫດຮ້າຍ ອາດມີຄົນ ຢູ່ຕ່າງປະເທດ ຢູ່ ເບື້ອງຫລັງ.ເຈົ້າໜ້າທີ່ ວ່າຫາກ ຜູ້ຕ້ອງຫາ ຖືກຈັບໄດ້ ເປັນຄົນຕ່າງ ຊາຕ ກໍຈະສົ່ງ ໃຫ້ ຈີນ ນໍາຕົວໄປ ດໍາເນີນ ຄະດີ. ດັ່ງທີ່ເຄີຽ ປະຕິບັດ ມາເມື່ອປີ 2012 ກໍຣະນີ ທ້າວ ຈາຍ ໜໍ່ຄໍາ ນັກຄ້າ ຢາເສບຕິດ ທີ່ຍິງເຮືອ ສິນຄ້າ ຈີນ ຢູ່ເຂດ ສາມຫລ່ຽມຄໍາ ແຂວງ ບໍ່ແກ້ວ ເພາະວ່າ ຄົນຜູ້ນັ້ນ ເປັນ ຊາວພະມ້າ.

ເຈົ້າໜ້າທີ່ ສົງໄສວ່າ ແມ່ນຄົນ ກຸ່ມຊົນເຜົ່າ ທີ່ລັດ ຍິງຣົດ ປະຊາຊົນ ໃນລະຍະ ຜ່ານມາ. ແຫລ່ງຂ່າວ ຈາກ ແຂວງ ໄຊສົມບູນ ໃຫ້ຂໍ້ມູນ ຕື່ມວ່າ ນັບແຕ່ວັນ ທີ 28 ທັນວາ ປີ 2015 ຮອດ ປັດຈຸບັນ ເກີດເຫດ ຄົນຮ້າຍ ລັດຍິງ ຣົດ ແລະ ວາງຣະເບີດ ຢູ່ ແຂວງ ໄຊສົມບູນ 4 ເທື່ອ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.