ເຂື່ອນໄຟຟ້ານໍ້າງື່ມ 1 ມີແຜນປ້ອງກັນນໍ້າຖ້ວມ
2019.06.01
ເຂື່ອນໄຟຟ້ານໍ້າງື່ມ 1 ມີແຜນຮອງຮັບ ປະຣິມານນໍ້າ ໃນໄລຍະຣະດູຝົນປີນີ້ ຍ້ອນຢ້ານເກີດນໍ້າຖ້ວມ ຄືປີກາຍ ທີ່ເຮັດໃຫ້ ປະຊາຊົນ ໄດ້ຮັບ ຜົລກະທົບ ຈາກການຣະບາຍນໍ້າ ອອກຈາກເຂື່ອນ ຖ້ວມພື້ນທີ່ ທໍາການຜລິດ ກະສິກັມ ແລະ ບ້ານເຮືອນ ຂອງປະຊາຊົນເສັຽຫາຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກຄຸ້ມຄອງໂຄງການ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 31 ພຶສພາ 2019 ນີ້:
"ນໍ້າງື່ມເຮົານີ້ ເຮົາກໍກຽມພ້ອມ ຫຼາຍກວ່າປີກາຍ ປີທີແລ້ວ ມັນຖ້ວມ ກໍຍ້ອນວ່າ ຝົນມາແຮງ ປົກກະຕິແລ້ວ ບັດນີ້ ການປະສານງານເຮົາ ກໍບໍ່ທັນຄ່ອງໂຕ ປານໃດ ຕ້ອງວາງແຜນ ປ້ອງກັນນໍ້າຖ້ວມ ລະມີເສັ້ນສະແດງ ບໍຣິຫານນໍ້າ ຂອງອ່າງນັ້ນນະ ຂຶ້ນທໍ່ໃດໆ ຄວນປ່ອຍແນວໃດ ມີຣະບຽບ ຂອງມັນໝົດ ຄຶດວ່າ ສິບໍ່ແຮງກວ່າ ປີທີ່ຜ່ານມາດອກ.”
ທ່ານກ່າວຕື່ມວ່າ ແຜນຮອງຮັບປະຣິມານນໍ້າ ໃນເຂື່ອນໄຟຟ້ານໍ້າງື່ມ 1 ໄດ້ວາງທິດທາງການແກ້ໄຂ ເພື່ອປ້ອງກັນນໍ້າຖ້ວມ ມາຕັ້ງແຕ່ ເດືອນພຶສພາ ເພື່ອເຮັດໃຫ້ ຣະດັບນໍ້າ ໃນເຂື່ອນ ຢູ່ໃນຣະດັບຕໍ່າ ແຕ່ສາມາດ ຜລິດໄຟຟ້າ ໄດ້ຕາມປົກກະຕິ ດັ່ງທີ່ ທ່ານກ່າວວ່າ:
"ຫຼັກການ ບໍຣິຫານນໍ້ານີ້ໜາ ມັນສິມີ ຫຼັກການສະເພາະ ຈັ່ງຮັບຮອງໄດ້ແນວໃດຫັ້ນນະ ວາງແຜນການຜລິດ ຄວາມປອດໄພຂອງເຂື່ອນ ໃຫ້ບັນດາເຂື່ອນ ທີ່ມີອ່າງ ໃຫ້ເອົານໍ້າ ລົງຣະດັບຕໍ່າສຸດ ໃຫ້ມັນໄດ້ ເພື່ອຕ້ອນຮັບຣະດູຝົນ ເພື່ອບໍ່ທັນ ເກີດນໍ້າຖ້ວມແຫຼະ.”
ໃນປີ 2018 ທີ່ຜ່ານມາ ເກີດຝົນຕົກຕິດຕໍ່ກັນ ຫຼາຍມື້ ເຮັດໃຫ້ ປະຣິມານນໍ້າ ຢູ່ໜ້າເຂື່ອນນໍ້າງື່ມ 1 ເພິ່ມຂຶ້ນຫຼາຍ ແລະ ໄດ້ມີ ການປ່ອຍນໍ້າ ອອກຈາກເຂື່ອນລົງມາ ໃນມື້ວັນທີ 12 ສິງຫາ ເຮັດໃຫ້ບ້ານອຸດົມ ແລະ ບ້ານນໍ້າງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຮັບຜົນກະທົບ, ນໍ້າຖ້ວມ ບ້ານເຮືອນປະຊາຊົນ, ຖ້ວມໄຮ່ນາຮົ້ວສວນ ແລະ ສັດລ້ຽງ ເສັຽຫາຍ ເປັນຈໍານວນຫຼວງຫຼາຍ.
ເຂື່ອນໄຟຟ້ານໍ້າງື່ມ 1 ຖືກສ້າງຂຶ້ນ ເມື່ອປີ 1968 ແລະ ສ້າງສໍາເຣັດ ໃນປີ 1971. ສາມາດຜລິດ ກະແສໄຟຟ້າໄດ້ 275 MW ທີ່ໃຊ້ ຢູ່ພາຍໃນປະເທດ ແລະ ຂາຍໃຫ້ໄທ.